spot_img
Homeຂ່າວພາຍ​ໃນຈັດສົ່ງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມກັບຄືນປະເທດ

ຈັດສົ່ງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມກັບຄືນປະເທດ

Published on

ແຂວງບໍລິຄໍາໄຊ ຈັດພິທີນຳສົ່ງອັດຖິ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມ ຢູ່ ສປປ ລາວ ຈຳນວນ 10 ອັດຖິ ໃນນັ້ນຂຸດຄົ້ນໄດ້ຈາກແຂວງບໍລິຄຳໄຊ 9 ອັດຖິ ແລະ ນະຄອນຫຼວງວຽງຈັນ 1 ອັດຖິ ກັບຄືນປະເທດ ໃນວັນທີ 22 ພຶດສະພາ 2023 ນຳໂດຍ ສະຫາຍ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍຄະນະນຳຂອງແຂວງ, ສະຫາຍ ຫງວຽນຮົ່ງຫຼິງ ຮອງປະທານຜູ້ປະຈໍາການ ຄະນະກໍາມະການປະຊາຊົນ ແຂວງຮ່າຕິ່ງ, ສະຫາຍ ພົນຈັດຕະວາ ສີພອນ ຈັນສົມວົງ ຫົວໜ້າຄະນະປະຕິບັດງານພິເສດ ນະຄອນຫຼວງວຽງຈັນ ພ້ອມດ້ວຍນາຍ ແລະ ພົນທະຫານ-ນາຍແລະ ພົນຕຳຫຼວດ ເຂົ້າຮ່ວມ.

ຂະບວນນຳສົ່ງອັດຖິ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ດັ່ງກ່າວ ໄດ້ເຄື່ອນອອກຈາກສະໂມສອນໃຫຍ່ແຂວງບໍລິຄໍາໄຊ ແລະ ເດີນທາງໄປແຂວງຮ່າຕິ່ງ ສສ ຫວຽດນາມ ທີ່ເປັນບ້ານເກີດເມືອງນອນຢ່າງສົມກຽດ, ດ້ວຍຄວາມອາໄລຮັກ ຕໍ່ດວງວິນຍານຂອງພວກສະຫາຍ, ປະຊາຊົນລາວ ໂດຍສະເພາະ ແຂວງບໍລິຄຳໄຊ ມີຄວາມຊາບຊຶ້ງ ແລະ ຈົດຈຳຈາລຶກ ບຸນຄຸນຢ່າງບໍ່ມີວັນຫຼົງລືມໄດ້, ມູນເຊື້ອການຮ່ວມມືສຳພັນສູ້ຮົບ ລະຫວ່າງສອງຊາດ ລາວ-ຫວຽດນາມ ແມ່ນເປັນສັນຍາລັກທີ່ສະຫວ່າງ ສະໄຫວ ແລະ ຢືນຢັນໄດ້ວ່າ ການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງກອງທັບປະຊາຊົນລາວ ແລະ ກອງທັບປະຊາຊົນຫວຽດນາມ ແມ່ນການປະສານສົມທົບທີ່ມີປະສິດທິຜົນສູງ, ເຊິ່ງຜົນງານ ແລະ ຄຸນງາມຄວາມດີຂອງບັນດາສະຫາຍພະນັກງານ ນັກຮົບ ຈະກາຍເປັນແວ່ນແຍງອັນໃສແຈ້ງ ໃຫ້ແກ່ລູກຫລານຄົນຮຸ່ນຫລັງໄດ້ຮ່ຳຮຽນ ແລະ ສືບທອດເອົາຊົ່ວກາລະນານ.

ແຫຼ່ງຂ່າວ ຂປລ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...