spot_img
Homeຂ່າວພາຍ​ໃນຈັດພິທີຍ້ອງຍໍຜູ້ມີຜົນງານດີເດັ່ນປະກອບສ່ວນໃນການປັກຫຼັກໝາຍຊາຍແດນສອງປະເທດ ລາວ-ຫວຽດນາມ

ຈັດພິທີຍ້ອງຍໍຜູ້ມີຜົນງານດີເດັ່ນປະກອບສ່ວນໃນການປັກຫຼັກໝາຍຊາຍແດນສອງປະເທດ ລາວ-ຫວຽດນາມ

Published on

ໃນວັນທີ 16 ມີນາ 2016 ຜ່ານມາ ທີ່ນະຄອນຫຼວງຮ່າໂນ້ຍ ສສ. ຫວຽດນາມ ລັດຖະບານ ແຫ່ງ ສປປ.ລາວ ແລະ ສສ. ຫວຽດນາມ ໄດ້ປະດັບຫຼຽນໄຊແຮງງານຊັ້ນ I ຊັ້ນ II ຫຼຽນກາມິດຕະພາບ ແລະ ມອບໃບຍ້ອງຍໍຂອງລັດຖະມົນຕີກະຊວງການຕ່າງປະເທດຂອງ ສປປ.ລາວ ແລະ ສສ.ຫວຽດນາມ ໃຫ້ແກ່ບັນດາກົມກອງ ແລະ ບຸກຄົນ ທີ່ຜົນງານດີເດັ່ນໃນການປະກອບສ່ວນເຂົ້າໃນວຽກງານປັກຫຼັກໝາຍຊາຍແດນລະຫວ່າງສອງປະເທດສຳເລັດຜົນຢ່າງຈົບງາມ ໂດຍຝ່າຍລາວໄດ້ປະດັບຫຼຽນ ແລະ ມອບໃບຍ້ອງຍໍຜົນງານໃຫ້ຝ່າຍຫວຽດນາມ ທັງໝົດ 15 ກົມກອງ ແລະ 107 ທ່ານ ສ່ວນຝ່າຍຫວຽດນາມກໍໄດ້ປະດັບຫຼຽນ ແລະ ມອບໃບຍ້ອງຍໍຜົນງານໃຫ້ຝ່າຍລາວຈໍານວນ 15 ກົມກອງ ແລະ 146 ທ່ານ ພ້ອມດຽວກັນນັ້ນ ສອງຝ່າຍຍັງໄດ້ລົງນາມສັນຍາສອງສະບັບຄື ສັນຍາວ່າດ້ວຍເສັ້ນຊາຍແດນ ແລະ ຫຼັກໝາຍຊາຍແດນລະຫວ່າງປະເທດ ແລະ ສັນຍາວ່າດ້ວຍລະບຽບການຄຸ້ມຄອງຊາຍແດນ ແລະ ດ່ານຊາຍແດນລະຫວ່າງລາວ-ຫວຽດນາມ ໂດຍການຮ່ວມລົງນາມຂອງທ່ານ ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີວ່າການກະຊວງການຕ່າງປະເທດແຫ່ງ ສປປ.ລາວ ແລະ ທ່ານ ຟາມ ບິ່ງ ມິ່ງ ລັດຖະມົນຕີວ່າການກະຊວງການຕ່າງປະເທດ ສສ.ຫວຽດນາມ.

…….ການປະດັບຫຼຽນ ແລະ ມອບໃບຍ້ອງຍໍດັ່ງກ່າວ ມີຂຶ້ນໃນພິທີສະຫຼຸບຜົນສໍາເລັດຂອງໂຄງການປັກຫຼັກໝາຍຖີ່ ແລະ ບູລະນະລະບົບຫຼັກໝາຍຊາຍແດນຫວ່າງສອງປະເທດ ລາວ-ຫວຽດນາມ ໂດຍການເຂົ້າຮ່ວມຂອງທ່ານ ທອງສິງ ທໍາມະວົງ ນາຍົກລັດຖະມົນຕີ ແຫ່ງ ສປປ.ລາວ ແລະ ທ່ານ ຫວງຽນ ເຕີນ ຢຸງ ນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ ເຊິ່ງຜົນສໍາເລັດຂອງໂຄງການດັ່ງກ່າວນີ້ ເປັນຂີດໝາຍສໍາຄັນແຫ່ງການເຄົາລົບ ນັບຖືອະທິປະໄຕ ແລະ ຜືນແຜນດິນອັນຄົບຖ້ວນເຊິ່ງກັນແລະກັນ ແລະ ພ້ອມກັນເສີມສ້າງເສັ້ນຊາຍແດນໃຫ້ກາຍເປັນຊາຍແດນແຫ່ງສັນຕິພາບ ສະຖຽນລະພາບ ແລະ ການຮ່ວມມືພັດທະນາທີ່ຍືນຍົງ.

ຂ່າວ/ພາບ: ສຸພາລັກ

ແຫລ່ງຂ່າວຈາກ: ວິທະຍຸ-ໂທລະພາບແຫ່ງຊາດລາວ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...