spot_img
Homeຂ່າວພາຍ​ໃນຈະເລີ່ມສັກວັກຊີນໃຫ້ 3 ກຸ່ມສ່ຽງໃນບັນດາແຂວງທົ່ວປະເທດ

ຈະເລີ່ມສັກວັກຊີນໃຫ້ 3 ກຸ່ມສ່ຽງໃນບັນດາແຂວງທົ່ວປະເທດ

Published on

ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ກະຊວງສາທາລະນະສຸກ ໄດ້ໃຫ້ຮູ້ວ່າ: ຈະເລີ່ມແຈກຢາຍ ແລະ ສັກວັກຊິນໃຫ້ກັບກຸ່ມເປົ້າໝາຍ ໃນຂອບເຂດທົ່ວປະເທດ. ໂດຍເຂັມທໍາອິດ ຈະເລີ່ມສັກໃນວັນທີ 5-12 ມີນາ ແລະ ເຂັມທີ 2 ລະຫວ່າງວັນທີ 5-10 ເມສາ 2021 ໂດຍກຸ່ມເປົ້າໝາຍປະກອບມີດັ່ງນີ້:

ກຸ່ມພະນັກງານແພດໝໍທີ່ມີຄວາມສ່ຽງ, ຜູ້ທີ່ເຮັດວຽກໃກ້ຊິດກັບຄົນເຈັບເປັນພະຍາດໂຄວິດ-19 ຢູ່ແຕ່ລະໂຮງໝໍ, ກຸ່ມຄົນທີ່ປະຕິບັດໜ້າທີ່ຕາມຈຸດຜ່ານແດນສາກົນຕ່າງໆ, ກຸ່ມຄົນທີ່ເຮັດວຽກຢູ່ສູນຈໍາກັດບໍລິເວນນັບແຕ່ຜູ້ອະນາໄມຈົນຮອດຜູ້ບໍລິຫານ ອີງຕາມຂໍ້ມູນການແຈກຢາຍວັກຊິນໂຄວິດ-19 ຈຳນວນ 3 ແສນໂດສດັ່ງກ່າວຂອງຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໃຫ້ແຕ່ລະແຂວງ ມີດັ່ງນີ້:

ອັດຕະປື 4.000 ຄົນ, ບໍ່ແກ້ວ 4.900 ຄົນ, ບໍລິຄຳໄຊ 4.700 ຄົນ, ຈຳປາສັກ 16.600 ຄົນ, ຫົວພັນ 4.400 ຄົນ, ຄຳມ່ວນ 6.800 ຄົນ, ຫຼວງນໍ້າທາ 5.000 ຄົນ, ຫຼວງພະບາງ 6.800 ຄົນ, ອຸດົມໄຊ 5.000 ຄົນ, ຜົ້ງສາລີ 4.800 ຄົນ, ເຊກອງ 2.000 ຄົນ, ສາລະວັນ 9.600 ຄົນ, ສະຫວັນນະເຂດ 22.200 ຄົນ, ນະຄອນຫຼວງວຽງຈັນ 29.300 ຄົນ, ແຂວງວຽງຈັນ 6.000 ຄົນ,ຊຽງແຂວງ 4.600 ຄົນ, ໄຊສົມບູນ 1.700 ຄົນ, ໄຊຍະບູລິ 9.900 ຄົນ, ສູນແມ່ ແລະ ເດັກ ຫຼັກ3 ແມ່ນ 1.700ຄົນ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...