spot_img
Homeຂ່າວພາຍ​ໃນງານຕະຫຼາດນັດສົ່ງເສີມຜະລິດຕະພັນຂອງເອື້ອຍນ້ອງແມ່ຍິງ

ງານຕະຫຼາດນັດສົ່ງເສີມຜະລິດຕະພັນຂອງເອື້ອຍນ້ອງແມ່ຍິງ

Published on

ງານຕະຫຼາດນັດສົ່ງເສີມຜະລິດຕະພັນຂອງເອື້ອຍນ້ອງແມ່ຍິງ

 

ເພື່ອເປັນການຊຸກຍູ້ສົ່ງເສີມ ໂຄສະນາແລກປ່ຽນບົດຮຽນ ໃນດ້ານສີໄມ້ລາຍມືຜະລິດຕະພັນຕ່າງໆຂອງເອື້ອຍນ້ອງແມ່ຍິງລາວ ໂດຍ
ສະເພາະ ເອື້ອຍນ້ອງຍິງນະຄອນຫຼວງວຽງຈັນ ເພື່ອເສີມຂະຫຍາຍຄວາມສາມັກຄີ ລະຫວ່າງສະຫະພັນແມ່ຍິງແຕ່ລະຂົງເຂດແຕ່
ລະທ້ອງຖິ່ນໃນ 9 ຕົວເມືອງໃຫ້ນັບມື້ກວ້າງຂວາງຂຶ້ນກວ່າເກົ່າ ແລະ ເພື່ອເປັນການສ້າງຂະບວນການຂ່ຳນັບຮັບຕ້ອນ ວັນແມ່ຍິງ
ສາກົນວັນທີ 8 ມີນາ ຄົບຮອບ 103 ປີ ສະຫະພັນແມ່ຍິງນະຄອນຫຼວງວຽງຈັນ ສົມທົບກັບພະແນກອຸດສາຫະກຳ ແລະ ການຄ້າ
ນະຄອນຫຼວງວຽງຈັນ ແລະ ບໍລິສັດ ຄຳເສັງ ຈຳກັດ ໄດ້ຈັດກິດຈະກຳເປີດງານຕະຫຼາດນັດຂຶ້ນຢູ່ທີ່ເດີ່ນພຣະທາດຫຼວງເປັນເວລາ
6 ວັນ ນັບແຕ່ວັນທີ 2 ຫາ 7 ມີນາ 2013.
ພິທີເປີດງານໄດ້ຈັດຂຶ້ນຕອນແລງວັນທີ 2 ມີນາ 2013 ຜ່ານມາ ໃຫ້ກຽດເຂົ້າຮ່ວມມີທ່ານນາງ ສີໃສ ລືເດດມູນສອນ ປະທານ
ສູນກາງສະຫະພັນແມ່ຍິງລາວ ທ່ານ ສີຫຸນ ສິດທິລືໄຊ ຮອງເລຂາຄະນະພັກ ປະທານກວດກາພັກ-ລັດ ນະຄອນຫຼວງວຽງຈັນ
ທ່ານ ແກ້ວພິລາວັນ ອາໄພລາດ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ບັນດາທ່ານເຈົ້າເມືອງ ຫົວໜ້າພະແນກ ຄະນະຜູ້ແທນສະ
ຫະພັນແມ່ຍິງນະຄອນຫຼວງຮ່າໂນ້ຍ ສະຫະພັນແມ່ຍິງນະຄອນຫຼວງວຽງຈັນ ແລະ ນັກທຸລະກິດຍິງພ້ອມດ້ວຍຊາວຄ້າຂາຍ.
ໃນງານວາງສະແດງສິນຄ້າຄັ້ງນີ້ ປະກອບມີຜະລິດຕະພັນທາງດ້ານຫັດຖະກຳ ແລະ ກະສິກຳຂອງເອື້ອຍນ້ອງແມ່ຍິງ 9 ເມືອງ
ໃນນະຄອນຫຼວງວຽງຈັນ ເຂົ້າຮ່ວມທັງໝົດ 75 ຮ້ານ ໃນນັ້ນ ຫັດຖະກຳ 36 ຮ້ານ ກະສິກຳ 3 ຮ້ານ ແລະ ສິນຄ້າອື່ນໆ 36
ຮ້ານ.
ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...