spot_img
Homeຂ່າວພາຍ​ໃນຄົນໜ້າຄ້າຍຄືຄົນດັງໃນໂອລິມປິກ 2016

ຄົນໜ້າຄ້າຍຄືຄົນດັງໃນໂອລິມປິກ 2016

Published on

ຕັດສິນກັນເອົາເອງວ່າໃຜຄືໃຜ ເດີຊັນ ສື່ດັງຂອງເກາະອັງກິດ ຮວບຮວມບຸກຄົນໃນກີລາໂອລິມປິກ 2016 ທີ່ປະເທດ ບບຣາຊິນ ທີ່ມີໃບໜ້າຄ້າຍຄືກັບຄົນດັງຂອງໂລກ ໂດຍຄັດເລືອກມາໄດ້ 4 ຄົນດັ່ງນີ້

1. ເຣດີ້ ເອລລີສັນ ນັກກີລາຍິງທະນູຊາວສະຫະລັດ   

ເຣດີ້ ເອລລີສັນ ນັກກີລາຍິງທະນູ ແຊັມໂລກ 3 ສະໃໝ ກາຍເປັນທີ່ເວົ້າເຖິງຂອງແຟນໆໃນໂລກໂຊຊຽວ ເພາະລາວມີໃບໜ້າຄ້າຍຄືກັບ ດິຄາປຣິໂອ ພະເອກໜຸ່ມເຈົ້າບົດບາດ ແຫ່ງ ຮໍລີວູດ ປານຝາແຝດ

RIO DE JANEIRO, BRAZIL - AUGUST 06:  Brady Ellison of the United States competes against Indonesia during the Men's Team Quarter Finals on Day 1 of the Rio 2016 Olympic Games at the Sambodromo on August 6, 2016 in Rio de Janeiro, Brazil.  (Photo by Paul Gilham/Getty Images)

2. ປໍລີນ ແຟຣຣອງ-ເປຣໂປຕ ນັກກີລາແຂ່ງລົດຖີບສາວຊາວຝຣັ່ງ   

ປໍລີນ ແຟຣຣອງ-ເປຣໂປຕ ກາຍເປັນທີ່ຮືຮາໃນການແຂ່ງຂັນ ໂອລິມປິກ 2016 ເມື່ອຫຼາຍຄົນເບິ່ງວ່ານາງມີໃບໜ້າຄ້າຍ ເຈົ້າຍິງ ແຄທເທີຣີນ ດັຊເຊສ ແຫ່ງເຄມບຣິດ ແລະ ພຣະຊາຍາຂອງເຈົ້າຊາຍວິລລຽມ ຍຸກແຫ່ງເຄມບຣິດ

20177

3. ໂຣບິນສັນ ໂອລິເວຍຣ່າ ແຟນບານ ຊາວແຊມບ້າ ບຣາຊິນ

ໂຣບິນສັນ ໂອລິເວຍຣ່າ  ແຟນບານຊາວແຊມບ້າ ເຮັດຕົວຮຽນແບບ ໂຣນັລດິນໂຢ ອະດີດຊຸບເປີສະຕາລູກໜັງຄົນດັງຄົນດັງເພື່ອຮ່ວມຊາດ ໂດຍທີ່ແຟນບານເຫັນແລ້ວຕ້ອງອຶ້ງເພາະຄືທັງໜ້າຕາ ແລະ ບຸກຄະລິກ

ronaldinh

4. ຮາວເວິຣດ ໜຸ່ມຮ່ອງກົງ

ແຟນກີລາໃນແດນແຊມບ້າ ບຣາຊິນ ອາດຕົກໃຈຄິດວ່າ ຄິມ ຈອງອືນ ຜູ້ນຳປະເທດເກົາຫຼີເໜືອ ເດີນທາງມາຊົມກີລາ ໂອລິມປິກ 2016 ຫຼັງ ຮາວເວິຣດ ໜຸ່ມຮ່ອງກົງ ແຕ່ງຕົວຮຽນແບບແຖມຍັງວາງທ່າທາງໄດ້ເໝືອນ ຈົນໄດ້ຮັບຄວາມສົນໃຈຢ່າງຫຼາຍຈາກສື່ມວນຊົນ ແລະ ມີຄົນເຂົ້າມາຂໍຖ່າຍຮູບນຳເປັນຈຳນວນຫຼາຍ

1384

ທີ່ມາ:​ https://www.thesun.co.uk/

http://olympic2016.siamsport.co.th/news/detail/1003282

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...