spot_img
Homeຂ່າວທ້ອງຖິ່ນຄົນລາວເສຍຊີວິດຍ້ອນໂຣກເອດສ໌ສະເລ່ຍ 160 ຄົນຕໍ່ປີ

ຄົນລາວເສຍຊີວິດຍ້ອນໂຣກເອດສ໌ສະເລ່ຍ 160 ຄົນຕໍ່ປີ

Published on

ໜັງສືພິມວຽງຈັນທາມ ລາຍງານວ່າ ສູນຕ້ານເອດສ໌ ແລະ ພະຍາດຕິດຕໍ່ທາງເພດສໍາພັນແຈ້ງໃຫ້ຮູ້ວ່າ:  ນັບແຕ່ປີ 1990 ທີ່ພົບຜູ້ຕິດເຊື້ອເຮັສໄອວີ ກໍລະນີທໍາອິດ ແລະ ພົບຜູ້ຕິດເຊື້ອພະຍາດເອດສ໌ໃນປີ 1992 ມາຮອດປີ 2020ນີ້, ຄົນລາວເສຍຊີວິດແລ້ວ 4.801 ຄົນ ໂດຍສະເລ່ຍແລ້ວແຕ່ລະປີມີຄົນລາວເສຍຊີວິດ 160 ຄົນຍ້ອນພະຍາດເອດສ໌.

ສູນຕ້ານເອດສ໌ ແລະ ພະຍາດຕິດຕໍ່ທາງເພດສໍາພັນ ແຈ້ງໃຫ້ຮູ້ຕື່ມວ່າ: ໄລຍະ 30 ປີຜ່ານມານີ້, ໄດ້ພົບຜູ້ຕິດເຊື້ອພະຍາດເອດສ໌ຢູ່ 17 ແຂວງ ແລະ ຢູ່ນະຄອນຫຼວງວຽງຈັນ, ໂດຍໄດ້ກວດເລືອດຫຼາຍກວ່າ 1 ລ້ານຄົນໃນຂອບເຂດທົ່ວປະເທດ, ຊຶ່ງພົບຜູ້ຕິດເຊື້ອເຮັສໄອວີ 14.457 ຄົນ, ຈໍານວນຜູ້ຕິດເຊື້ອຍັງມີຊີວິດ 10.117 ຄົນ, ພົບຜູ້ທີ່ເປັນພະຍາດເອດສ໌ ຈຳນວນ 6.014 ຄົນ ແລະ ເສຍຊີວິດ 4.841 ຄົນ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...