spot_img
Homeຂ່າວພາຍ​ໃນຄົນລາວທີ່ລັກລອບກັບປະເທດຕ້ອງໄດ້ຈ່າຍຄ່າກວດຫາເຊື້ອໂຄວິດ-19 ແລະ ຄ່າອາຫານເອງ

ຄົນລາວທີ່ລັກລອບກັບປະເທດຕ້ອງໄດ້ຈ່າຍຄ່າກວດຫາເຊື້ອໂຄວິດ-19 ແລະ ຄ່າອາຫານເອງ

Published on

ອີງຕາມການລາຍງານຈາກ ໜັງສືພິມວຽງຈັນທາມ ໃຫ້ຮູ້ວ່າ ຄົນລາວທີ່ໄປເຮັດວຽກຢູ່ຕ່າງປະເທດແຕ່ລັກລອບກັບຄືນປະເທດແບບຜິດກົດໝາຍໃນໄລຍະທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ຕ້ອງໄດ້ຈ່າຍຄ່າກວດຫາເຊື້ອພະຍາດດັ່ງກ່າວ ລວມທັງຄ່າອາຫານໃນເວລາທີ່ຢູ່ໃນສູນຈໍາກັດບໍລິເວນ 14 ວັນ ລວມທັງໝົດ 1,900,000 ກີບ ເຊິ່ງມາດຕະການດັ່ງກ່າວນີ້ເປັນການສະກັດກັ້ນອີກທາງໜຶ່ງສໍາລັບຜູ້ທີ່ຈະລັກລອບກັບຄືນປະເທດແບບຜິດກົດໝາຍແຕ່ການລັກລອບກັບມາກໍຍັງມີຢູ່.

ອີງຕາມຂໍ້ຕົກລົງຂອງກະຊວງສາທາລະນະສຸກ ສະບັບເລກທີ 3439/ສທ, ລົງວັນທີ 22 ທັນວາ 2020ໄດ້ລະບຸໄວ້ວ່າ: ຕໍ່ບຸກຄົນທີ່ເຂົ້າມາແບບບໍ່ຖືກຕ້ອງຕາມຊາຍແດນ ຫາກຫຼົບຫຼີກຈາກການກວດກາ, ການໄປກັກຕົວ ເມື່ອເຈົ້າໜ້າທີ່ຊອກຮູ້ຈະນຳຕົວໄປກວດຫາເຊື້ອພະຍາດໂຄວິດ-19 ແລະ ນໍາຕົວໄປຢູ່ສູນຈໍາກັດບໍລິເວນໃນກຳນົດເວລາ 14 ວັນ ແລະ ຈະຕ້ອງໄດ້ຮັບຜິດຊອບຄ່າກວດຫາເຊື້ອພະຍາດດັ່ງກ່າວຈໍານວນ 1.200.000 ກີບຕໍ່ຄົນຕໍ່ຄັ້ງ ແລະ ຄ່າອາຫານໃນໄລຍະຈຳກັດບໍລິເວນ 14 ວັນອີກ 700.000 ກີບ (50.000 ກີບຕໍ່ມື້).

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...