ຄົນປ່ວຍຫົວໃຈດັບແຕ່ຜ່າຕັດຟື້ນຄືນໃດ້!!

EyWwB5WU57MYnKOuFHLLYh0rtvQBK4bTQ2shoeb7Z9hc6Aqh0IcR3h

ທ່ານ ສຈ.ດຣ ປີເຕີ ແມັກໂດນັສ ພະແນກຫົວໃຈແລະປອດ ຂອງໂຮງໝໍ Saint Vincent ປະເທດອັງກິດ ຖະແຫຼງຂ່າວເມື່ອ 24 ຕຸລາ ກັບຄວາມສຳເລັດຄັ້ງທຳອິດຂອງໂລກໃນການຜ່າຕັດຖ່າຍປ່ຽນຫົວໃຈໃຫ້ນາງ ມິເຊວ ກິບິລ່າ ອາຍຸ 57 ປີ ຜູ້ປ່ວຍເປັນໂລກຫົວໃຈມາແຕ່ກຳເນິດ ເຊິ່ງຫົວໃຈຢຸດເຕັ້ນແລະເສຍຊີວິດໄປແລ້ວ ແຕ່ສາມາດກູ້ສັນຍານຊີບແລ້ວນຳໄປປ່ຽນຖ່າຍໃ້ແກ່ຄົນໄຂ່ໃດ້ຢ່າງປອດໄພ ໂດຍຂະນະນີ້ນາງກິບິລ່າອາການດີຂື້ນ ທັ້ງຍັງບໍ່ພົບຜົນຂ້າງຄຽງສາມາດຍ່າງອອກກຳລັງກາຍເປັນໄລຍະທາງ 100 ແມັດ ໃດ້ໂດຍບໍ່ມີອາການເມື່ອ ເຊັ່ນດຽວກັບທ້າວແຈນ ເດເມນ ອາຍຸ 43 ປີ ຊາວເມືອງເອລານໍລາ ໄຮ ຜູ້ປ່ວຍເປັນໂລກຫົວໃຈມາແຕ່ກຳເນິດ ຄືກັບນາງກິບິລ່າ ທີ່ຂະນະນີ້ຢູ່ລະວ່າງການພັກຟື້ນຮ່າງກາຍ ນັບເປັນຄວາມກ້າວໜ້າທາງການແພດທີ່ຈະຊ່ວຍລົດຄວາມສ່ຽງໃນການຂາດແຄນຜູ້ບໍລິຈາກອະໄວຍະວະໃນອານາຄົດ.