spot_img
Homeຂ່າວຕ່າງປະເທດຄົນບຣາຊິວຢາກກ້າມໃຫຍ່ ສີດນໍ້າມັນສ້າງກ້າມເນື້ອ ແຂນບ້ຽວຜິດປົກກະຕິ

ຄົນບຣາຊິວຢາກກ້າມໃຫຍ່ ສີດນໍ້າມັນສ້າງກ້າມເນື້ອ ແຂນບ້ຽວຜິດປົກກະຕິ

Published on

ອີງຕາມການລາຍງານຂ່າວຂອງສຳນັກຂ່າວຕ່າງປະເທດລາຍງານວັນທີ 11 ຕຸລາວ່າ ມີຊາຍບຣາຊິວ ຄົນໜຶ່ງ ມີກ້າມໃຫຍ່ຜິດປົກກະຕິ ແລະຮູບຊົງຜິດປົກກະຕິ ໂດຍເປີດເຜີຍວິທີການສ້າງກ້າມດ້ວຍການສີດສານທີ່ມີຊື່່ວ່າ “ຊິນໂທນ” ເຂົ້າກ້າມເນື້ອ

ວັນເດີ ເຊກາໂຕ ອາຍຸ 48 ປີພະນັກງານກໍ່ສ້າງ ມີກ້າມແຂນທີ່ມີຂະໜາດແທກໄດ້ 23 ນິ້ວ ລາວຍັງຕ້ອງການໃຫ້ກ້າມໃຫຍ່ຂຶ້ນອີກ, ພ້ອມໄດ້ເປີດເຜີຍວິທີການສ້າງກ້າມເນື້ອ ດ້ວຍການສີດນໍ້າເຂົ້າໄປໃນກ້າມເນື້ອທົ່ວຮ່າງກາຍ, ລາວບອກວ່າ ຕົນເອງເພີ່ມຂະໜາດກ້າມເນື້ອຕົ້ນແຂນທາງໃນຂຶ້ນມາສອງເທົ່າເປັນ 60 ຊັງຕີແມັດ ແຕ່ກໍຍັງຢາກໃຫ້ມັນໃຫຍ່ຂຶ້ນອີກ

ເຊກາໂຕ ເລົ່າວ່າ ຕົນເອງເຄີຍເປັນຄົນາທີ່ຈ່ອຍບໍ່ແຂງແຮງ ລາວຢາກໃຫ້ຕົນໂຕ, ກ້າມໃຫຍ່ຈຶ່ງໃຊ້ສານ “ສິນໂທນ” ສານທີ່ປະກອບດ້ວຍນໍ້າມັນຢາແກ້ປວດ ແລະທາດແອວກໍຮໍ ໂດຍເພື່ອນໄດ້ແນະນຳໃຫ້ໃນຕອນທຳອິດ ແລະໃຊ້ສີດເຂົ້າກ້າມເນື້ອຕະຫຼອດຈົນຕິດນັບແຕ່ຕອນນັ້ນມາ

ປະຈຸບັນ ເຊກາໂຕ ມີນໍ້າໜັກເພີ່ມຂຶ້ນຈາກ 55 ໂລເປັນ 80 ໂລ, ເຊິ່ງ ລາວເວົ້າວ່າ ສານດັ່ງກ່າວບໍ່ໄດ້ເຮັດໃຫ້ຕົນເອງແຂງແຮງຂຶ້ນ ແລະບໍ່ມີແຟນ ເພາະກ້າມເນື້ອທີ່ໃຫຍ່ຂຶ້ນເຮັດໃຫ້ຜູ້ຍິງສ່ວນຫຼາຍຕົກໃຈ, ບາງຄົນເບິ່ງວ່າເປັນໂຕປະຫຼາດ. ການລາຍງານບອນກວ່າ ສານດັ່ງກ່າວອາດເຮັດໃຫ້ເກີດບັນຫາຂຶ້ນໃນພາຍຫຼັງ ເຖິງຂັ້ນຕ້ອງຕັດອະໄວຍະວະ

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...