spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມຄົນທີ່ເປັນໂຣກພູມແພ້ລອງໃຊ້ວິທີນີ້ເບິ່ງ ຮັບຮອງດີຂຶ້ນ

ຄົນທີ່ເປັນໂຣກພູມແພ້ລອງໃຊ້ວິທີນີ້ເບິ່ງ ຮັບຮອງດີຂຶ້ນ

Published on

ໃນຄໍລຳສຸຂະພາບມື້ນີ້ ແອັດມີປະສົບການທ່ານໜຶ່ງທີ່ເມື່ອກ່ອນລາວເປັນຄົນທີ່ມັກມີອາການແພ້ແຮງ, ແພ້ລົມ, ແພ້ອາກາດ, ແພ້ຝຸ່ນ ແພ້ແບບວ່າຕື່ນເຊົ້າມາລ້າງໜ້ານີ້ບໍ່ໄດ້ເລີຍ ພໍແຕ່ລ້າງຫນ້າກໍ່ຈະຈາມຈົນດັງແດງ ນ້ຳຕາໄຫລປານນັ້ນພຸ້ນລະ ກິນຢາໃສ່ກໍ່ພໍບັນເທົາເທົ່ານັ້ນ ດັ່ງນັ້ນລາວຈິ່ງຄິດປ່ຽນພຶດຕິກຳການດຳລົງຊີວິດແບບໃໝ່ ເລີ່ມຕົ້ນການການກິນ, ທີ່ຢູ່ອາໃສ… ເຊິ່ງຈະເຮັດແບບໃດນັ້ນເຮົາມາຮູ້ຈັກນຳກັນເລີຍ

  1. ດື່ມນ້ຳຫຼາຍຂຶ້ນ: ຈາກເມື່ອກ່ອນເປັນຄົນບໍ່ມັກດື່ມນ້ຳ ແລະ ກໍ່ປ່ຽນມາດື່ມທຸກໆ 10 ນາທີ ດື່ມເທື່ອລະໜ້ອຍ ພໍດົນໆໄປອາການຈາມກໍ່ຄ່ອຍໆດີຂຶ້ນ
  2. ເຮັດຄວາມສະອາດຮູດັງອາທິດລະ 2-3 ເທື່ອ ເພື່ອກຳຈັດເຊື້ອແບັດທີເຣຍ
  3. ເຮັດຄວາມສະອາດເຮືອນຊານບ່ອນກິນ, ບ່ອນນອນໃຫ້ສະອາດຢູ່ສະເໝີ ເຮັດອາທິດລະ 3 ເທື່ອ
  4. ໝັ່ນລ້າງໝັ່ນເຊັດແອ ຫຼື ພັດລົມເປັນປະຈຳ ເພື່ອບໍ່ໃຫ້ມີຂີ້ຝຸ່ນຫຼາຍ
  5. ກິນຜັກຫຼາຍກວ່າກິນຊີ້ນ ຄື ອາຫານຕ້ອງມີຜັກໃຫ້ກິນທຸກຄາບ ແລະ ຕອນອາຫານຄ່ຳກໍ່ງົດກິນຊີ້ນ

ພຽງໃຊ້ເວລາເຮັດແບບນີ້ທຸກໆມື້ ຜ່ານໄປ 3 ເດືອນອາການແພ້ກໍ່ດີຂຶ້ນກວ່າເມື່ອກ່ອນທີ່ເຄີຍຮັກສາອາການແບບນີ້ມາຫຼາຍປີ ຫາກໃຜມີອາການພູມແພ່ແບບນີ້ກໍ່ສາມາດນຳວິທີດັ່ງກ່າວນີ້ໄປໃຊ້ໄດ້.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...