spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມຄົນທີ່ມີໂອກາດສ່ຽງ ມີລູກນອກພົກ

ຄົນທີ່ມີໂອກາດສ່ຽງ ມີລູກນອກພົກ

Published on

ການຖືພານອກພົກ ເປັນການແຊກຊ້ອນລະຫວ່າງການຖືພາ ເຊິ່ງເປັນອັນຕະລາຍຕໍ່ແມ່ ແລະລູກ ເປັນການຜິດປົກກະຕິຂອງການຖືພາ, ເພາະໄຂ່ທີ່ປະຕິສົນທິແລ້ວນັ້ນບໍ່ຝັງໂຕຢູ່ໃນໂພງມົດລູກ ແຕ່ກັບໄປຝັງໂຕຢູ່ນອກມົດລູກ ເຊິ່ງຈະເຮັດໃຫ້ການຈະເລີນເຕີບໂຕຂອງໄຂ່ນັ້ນຜິດປົກກະຕິ ເພາະຢູ່ບ່ອນທີ່ຜິດ, ນອກຈາກນີ້ ຍັງເຮັດໃຫ້ອະໄວຍະວະພາຍໃນຂອງແມ່ໄດ້ຮັບຄວາມເສຍຫາຍ ຈົນເຮັດໃຫ້ເລືອດອອກໃນຊ່ວງທ້ອງ ແລະອາດເສຍຊີວິດໄດ້, ຄົນທີ່ໂອກາດສ່ຽງມີລູກນອກພົກຄື:

  1. ເຄີຍມີປະຫວັດການຖືພານອກພົກມາກ່ອນ
  2. ຖືພາໃນຊ່ວງອາຍຸຫຼາຍເກີນການມີລູກ ມີຄວາມສ່ຽງຕໍ່ການຖືພານອກພົກໄດ້ ຫຼາຍກວ່າແມ່ຍິງທີ່ອາຍຸນ້ອຍ
  3. ການຕິດເຊື້ອ ແລະການຜ່າຕັດ ທີ່ອາດເຮັດໃຫ້ເກີດການຜືດບໍລິເວນປີກມົດລູກ ເຮັດໃຫ້ຂັດຂວາງການເດີນທາງຂອງໄຂ່ທີ່ປະຕິສົນທິ ຫຼືເຮັດໃຫ້ໄຂ່ເດີນທາງຊ້າ ຈົນເຮັດໃຫ້ເກີດຢູ່ນອກພົກ
  4. ການກິນຢາຄຸມກຳເນີດເປັນເວລາດົນ ອາດເຮັດໃຫ້ທໍ່ນຳສົ່ງໄຂ່ບີບໂຕຊ້າ ແລະເຮັດໃຫ້ໄຂ່ເດີນທາງຊ້າໄດ້
  5. ການໃຊ້ເທັກໂນໂລຊີຊ່ວຍໃນການຖືພາເຊັ່ນ: ການກະຕຸ້ນການຕົກໄຂ່ດ້ວຍໂຮໂມນ ຫຼືການເຮັດກິບ
  6. ການສູບຢາ ຈະສົ່ງຜົນຕໍ່ການເຄື່ອນໄຫວຂອງປີກມົດລູກ

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ifram FB ວິທະຍາສຶກສາ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...