ຄູ່ຮັກເພດດຽວກັນໃນໄຕ້ຫວັນໃຊ້ສິດແຕ່ງດອງເປັນຄູ່ທຳອິດ

ເຊນ ຫຼິນ ແລະ ມາຣກ ຫຍວນ ຊຶ່ງເປັນຄູ່ຮັກເພດດຽວກັນ (ຊາຍຮັກຊາຍ) ກາຍເປັນຄູ່ຮັກຄູ່ທຳອິດທີ່ມາຈົດທະບຽນສົມຣົດທີ່ສານວ່າການນະຄອນຫຼວງໄທເປ ຊຶ່ງເປັນມື້ທຳອິດທີ່ກົດໝາຍການແຕ່ງດອງລະຫວ່າງເພດດຽວກັນມີຜົນບັງຄັບໃຊ້ຢ່າງເປັນທາງການ ຂະນະທີ່ຄູ່ທີ 2 ແມ່ນ ນາງສາວ ຫຼີອິງສຽນ ແລະ ນັກແຕ້ມກາຕູນ (ເພດຍິງ) ທີ່ໃຊ້ນາມປາກກາວ່າ ໄຊນິຄັລ ຊິກ ກໍໄດ້ມາໃຊ້ສິດດັ່ງກ່າວເຊັ່ນກັນ.

ສ່ວນພະນັກງານຂອງໄຕ້ຫວັນຄົນໜຶ່ງກໍໄດ້ໃຫ້ຄຳເຫັນວ່າ ອາດມີຄູ່ຮັກເພດດຽວກັນມາຈົດທະບຽນສົມຣົດປະມານ 300 ຄູ່ ຊຶ່ງ 150 ຄູ່ຈາກທັງໝົດອາດຈະມາຈົດທະບຽນສົມຣົດໃນນະຄອນຫຼວງໄທເປ ທັງນີ້ ກົດໝາຍການແຕ່ງດອງເພດດຽວກັນຂອງໄຕ້ຫວັນໄດ້ຮັບຄວາມເຫັນດີຈາກສະພາຜູ້ແທນຣາຊະດອນເມື່ອວັນທີ 17 ພຶດສະພາຜ່ານມາ ຫຼັງຈາກທີ່ປະມານ 2 ປີກ່ອນສານລັດທະທຳມະນູນມີມະຕິວ່າ ກົດໝາຍທີ່ໃຫ້ສິດສະເພາະຄູ່ຮັກ ຊາຍ-ຍິງ ແຕ່ງດອງກັນແມ່ນຂັດຕໍ່ລັດທະທຳມະນູນທີ່ໄດ້ລະບຸໃຫ້ທຸກຄົນ (ທຸກເພດ) ມີສິດທິເທົ່າທຽມກັນ.

ຢ່າງໃດກໍຕາມ ສານກໍໄດ້ກຳນົດວ່າ ຖ້າຫາກມີມະຕິອອກມາຄົບ 2 ປີແລ້ວ ຝ່າຍນິຕິບັດຢັດຍັງອອກກົດໝາຍຮອງຮັບການແຕ່ງດອງຂອງຄູ່ຮັກເພດດຽວກັນບໍ່ໄດ້ ກໍຖືວ່າການແຕ່ງດອງຂອງເພດດຽວກັນຖືກແມ່ນຖືກຕ້ອງຕາມກົດໝາຍໂດຍອັດຕະໂນມັດ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: AFP