spot_img
Homeຂ່າວພາຍ​ໃນຍົກລະດັບວິຊາຊີບແກ່ແມ່ຍິງທຸກຍາກ-ດ້ອຍໂອກາດ

ຍົກລະດັບວິຊາຊີບແກ່ແມ່ຍິງທຸກຍາກ-ດ້ອຍໂອກາດ

Published on

ພິທີປິດ​ຊຸດຝຶກ​ອົບຮົມ​ວິຊາ​ຕັດຫຍິບໃຫ້​ແກ່​​ແມ່ຍິງກຸ່ມ​ເປົ້າ​ໝາຍ​ທຸກ​ຍາກຊຸດ​ທີ 1 ຈັດ​ຂຶ້ນ​ວັນ​ທີ 24 ພຶດສະພາ 2019 ຢູ່ທີ່​ສູນ​ຝຶກອົບຮົມ​ວິຊາ​ຊີບ ສະຫະພັນ​ແມ່ຍິງ​ ນະຄອນຫຼວງ​ວຽງ​ຈັນ ບ້ານ​ປ່າ​ຫວ້າ ​​ເມືອງ​ຫາດ​ຊາຍ​ຟອງ ໂດຍ​ມີ​ ທ່ານ ​ນາງ ຄໍາ​ໄພ ລັດສະ ໝີ ຄະນະ​ບໍລິຫານ​ງານ​ສູນ​ກາງ​ສະຫະພັນ​ແມ່ຍິງ​ລາວ ທັງ​ເປັນ​ປະທານສະຫະພັນ​ແມ່ຍິງນະຄອນຫຼວງວຽງຈັນ ທ່ານ ​ນາງ ຄໍາ​ປຸ່ນ ບຸນ​ມະນີ ຄະນະ​ບໍລິຫານ​ງານ​ສະຫະພັນ​ແມ່ຍິງ​ນະຄອນຫຼວງວຽງຈັນ ມີ​ຄະນະ​ສະຫະພັນ​ແມ່ຍິງເມືອງ ບ້ານ ​ທີ​ມງານ​ຄູ​ຝຶກ ​ແລະ ​​ເອື້ອຍ​ນ້ອງ​ແມ່ຍິງ​ກຸ່ມ​ເປົ້າ​ໝາຍ​ທີ່​ເປັນ​ນັກ​ສໍາ​ມະ​ນາກ​ອນ​ເຂົ້າ​ຮ່ວມ.

ທ່ານ​ ນາງ ຄໍາ​ປຸ່ນ ກ່າວ​ວ່າ ການຈັດ​ຝຶກອົບຮົມ​ຍົກ​ລະດັບ​ຄັ້ງ​ນີ້ຈັດ​ຂຶ້ນ​ລະຫວ່າງ​ວັນ​ທີ 25 ​ມີນາຫາ 24 ພຶດສະພາ 2019 ມີ​ນັກ ຮຽນ​ທັງ​ໝົດ 14 ຄົນທີ່​ມາ​ຈາກ 9 ຕົວ​ເມືອງ ​ແລະ ຕ່າງ​ແຂວງ (ອຸດົມ​ໄຊ ​ແລະ ຈໍາປາ​ສັກ) ​ໃນ​ນີ້ ມີ​ນັກຮຽນ​ນອກ​ແຜນ 2 ຄົນ (ນໍາ​ໃຊ້​ທຶນ​ຕົນ​ເອງ) ​ໂດຍນັກ​ສໍາ​ມະ​ນາກ​ອນໄດ້​ຮຽນ​ຮູ້​ກ່ຽວ​ກັບ​ພາກ​ທິດ​ສະ​ດີ ​ແລະ ພາກ​ປະຕິບັດ​ຕົວ​ຈິງ ​ເປັນ​ຕົ້ນ​ແມ່ນ​ດ້ານ​ການ​ວັດ​ແທກ ແລະ ອື່ນໆ ພິ​ເສດຍັງ​ໄດ້​ຮຽນ​ວິຊາ​ການ​ຕະຫຼາດ ​ແລະ ຮຽນ​ທັກ​ສະ​ຊີວິດ ສຸຂະພາບ​ຈະ​ເລີ​ນພັນ ​ແລະ ບົດບາດ​ຍິງ-ຊາຍ.

ຜ່ານ​ການຈັດ​ຕັ້ງ​ປະຕິບັດ 2 ​ເດືອນ​ຜ່ານ​ມາ ​ທັງ​ພາກທິດ​ສະ​ດີ ​ແລະ ພາກ​ປະຕິບັດ​ຕົວ​ຈິງ ​ໃນ​ອາທິດ​ສຸດ​ທ້າຍ​ກໍ​ໄດ້​ມີ​ການ​ສອບ​ເສັງ ​ເພື່ອ​ທົດ​ສອບ​ຄວາມ​ຮູ້ຄວາມ​ເຂົ້າ​ໃຈໃນ​ແຕ່​ລະ​ບົດຮຽນ​ຂອງ​ນັກ​ສໍາ​ມະ​ນາກ​ອນ ​ຊຶ່ງເຫັນ​ວ່າ​ໃນ​ແຕ່​ລະວິ​ຊາສາມາດຈັດ​ເປັນ​ປະ​ເພດ​ເກ່ງ​ໄດ້ຈໍານວນ 4 ຄົນ ​ແລະ ປະ​ເພດ​ປານ​ກາງ 10 ຄົນ.

ໂອກາດ​ດຽວກັນ ທ່ານ ​ນາງ ຄໍາ​ໄພ  ​ກໍໄດ້ໃຫ້​ກຽດ​ມອບ​ໃບ​ຢັ້ງຢືນໃຫ້​ແກ່​ນັກ​ສໍາ​ມະ​ນາກ​ອນ ພ້ອມ​ທັງ​ສະ​ແດງ​ຄວາມ​ຍ້ອງຍໍ​ຊົມ​ເຊີຍ ຕໍ່​ຄະນະ​ຮັບຜິດຊອບ ຄູ​ເຝິກ ​ແລະ ນັກ​ຝຶກອົບຮົມທີ່​ໄດ້​ເອົາ​ໃຈ​ໃສ່​ໃນ​ການຮຽນ-ການ​ສອນທັງພາກ​ທິດ​ສະ​ດີ ​ແລະ ພາກ​ປະຕິບັດ​ຕົວ​ຈິງ ຈົນ​ເຮັດ​ໃຫ້​ນັກ​ສໍາ​ມະ​ນາກ​ອນສາມາດ​ຕັດຫຍິບ​ເຄື່ອງ​​ໂດຍ​ພື້ນຖານ​ໄດ້ ພ້ອມນີ້ ​ກໍໄດ້ຮຽກ​ຮ້ອງ​ມາ​ຍັງ​ນັກ​ສໍາ​ມະ​ນາກ​ອນຈົ່ງ​ນໍາ​ເອົາ​ທັກສະ ແລະ ວິຊາຄວາມ​ຮູ້​ໃນ​ການ​ຍົກ​ລະດັບ​ຄັ້ງ​ນີ້ໄປ​ພັດທະນາ​ຕົນ​ເອງ ​ແລະ ຄອບຄົວ​ໃຫ້​ດີ​ຂຶ້ນ​ເທື່ອ​ລະ​ກ້າວ.

 

 

ໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ. ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ...

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...