ຄູ່ຮັກນອນກອດກັນ ຫຼຸດຄວາມສ່ຽງພະຍາດຫົວໃຈ

0
2121

ນັກຈິດຕະວິທະຍາບອກວ່າ ຄູ່ຮັກທີ່ນອນຫຼັບໃນວົງແຂນໄປພ້ອມກັນ ຈະເຮັດໃຫ້ມີຄວາມສຳພັນ ຄວາມອົບອຸ່ນ ແລະມີຄວາມເຊື່ອໃຈກັນຫຼາຍຂຶ້ນ, ນອກຈາກນັ້ນ ຍັງເຮັດໃຫ້ສຸຂະພາບດີຂຶ້ນອີກ

ນັກວິໄຈຈາກມະຫາວິທະຍາໄລ Pittsburgh ເວົ້າວ່າ ການນອນກອດແຟນ ຫຼືນອນກອດຄົນຮັກ ໃນອ້ອມກອດວົງແຂນຂອງກັນ ແລະກັນ ສາມາດຫຼຸດລະດັບຄໍຕິຊອນ ໂຮໂມນແຫ່ງຄວາມເຄັ່ງຄຽດໄດ້ ເພາະການນອນຫຼັບໃນວົງແຂນຂອງຄົນຂ້າງກາຍນັ້ນ ຈະເຮັດໃຫ້ຮູ້ສຶກປອດໄພຫຼາຍກວ່າການນອນຄົນດຽວ ເຊິ່ງເມື່ອຮ່າງກາຍຫຼຸດລະດັບຄໍຕິຊອນລົງ ກໍສາມາດຫຼຸດຄວາມສ່ຽງພະຍາດຫົວໃຈ ແລະພູມຄຸ້ມກັນໄດ້

ນັກວິທະຍາສາດຍັງເວົ້າອີກວ່າ ການນອນຫຼັບ ຍັງຊ່ວຍຜະລິດອອກຊິໂຕຊິນ ຫຼືໂຮໂມນແຫ່ງຄວາມຮັກ ເຊິ່ງກ່ຽວຂ້ອງກັບອາລົມ, ຄວາມຮູ້ສຶກເປັນຢ່າງດີ, ນອກຈາກນັ້ນ ຍັງກະຕຸ້ນລະບົບພູມຄຸ້ມກັນໃຫ້ດີຂຶ້ນ ແລະລະບົບຍ່ອຍອາຫານໄດ້ອີກ

ທີ່ມາ: brightside
ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

ifram FB ເພຈທ່ຽວເມືອງລາວ Laotrips