spot_img
Homeຂ່າວຕ່າງປະເທດຄູຝຣັ່ງສັກລາຍເຕັມໂຕຖືກສັ່ງຫ້າມສອນໜັັງສື

ຄູຝຣັ່ງສັກລາຍເຕັມໂຕຖືກສັ່ງຫ້າມສອນໜັັງສື

Published on

ສຳນັກຂ່າວ CNN ລາຍງານວ່າ ທ້າວ ຊິລວຽນ ເຮເລນ ຄູສອນໜັງສື ສັນຊາດຝຣັ່ງ ອາຍຸ 35ປີ ທີ່ມີຮອຍສັກເຕັມໝົດໂຕ ແລະ ຍັງສັກລິ້ນພ້ອມເຮັດຕາຂາວ ກຳລັງພົບຄວາມເດືອດຮ້ອນຫຼັງຈາກຜູ້ປົກຄອງນັກຮຽນພາກັນຮຽກຮ້ອງກັບທາງໂຮງຮຽນກ່ຽວກັບຮູບລັກພາຍນອກຂອງເຂົາ ເຮັດໃຫ້ຫຼ້າສຸດ, ທາງໂຮງຮຽນມີຄຳສັ່ງຫ້າມຄູຄົນດັ່ງກ່າວສອນໜັງສືຊັ້ນອະນຸບານ ເພື່ອບໍ່ໃຫ້ເດັກນ້ອຍຢ້ານ ແຕ່ຍັງດີທີ່ທາງໂຮງຮຽນໃຫ້ເຂົາສອນນັກຮຽນໄວອາຍຸ 6 ປີຂຶ້ນໄປ ໃນລະດັບຊັ້ນປະຖົມ.

ທ້າວ ເຮເລນ ເປັນຄູປະຖົມຢູ່ທີ່ໂຮງຮຽນແຫ່ງໜຶ່ງໃນປາເລໂຊ ເຂດຊານເມືອງປາຣີສ ໄດ້ເປີດເຜີຍວ່າ “ເຂົາຮູ້ວ່າຜູ້ປົກຄອງທີ່ໄປສະເໜີຕໍ່ໂຮງຮຽນນັ້ນ ເຫດຜົນແມ່ນມາຈາກຄວາມອັກຄະຕິສ່ວນຕົວ ເພາະລູກຫຼານຂອງຜູ້ປົກຄອງເຫຼົ່ານີ້ບໍ່ໄດ້ຮຽນໃນຊັ້ນຮຽນທີ່ເຂົາສອນ ສ່ວນເດັກນັກຮຽນປະຖົມກໍ່ເບິ່ງວ່າຄູຂອງພວກເຂົາມີຮອຍສັກຫຼາຍ ມັກເທ້ດີ ເພາະເປັນນັກຮຽນທີ່ຮູ້ຈັກນິໄສໃຈຄໍກັນດີຢູ່ແລ້ວ ແລະ ຮອຍສັກຂອງເຂົາຍັງສອນໃຫ້ນັກຮຽນຮູ້ຈັກຍອມຮັບໃນຕົວຕົນຂອງຄົນອື່ນທີ່ແຕກຕ່່າງຈາກຕົນເອງ”.

ຄູເຮເລນ ສາຍາ “ຣິດກີ້ ຮູ໊ດດີ້” ກ່າວວ່າ ບາງຄັ້ງຄົນເຮົາເບິ່ງແຕ່ພາຍນອກ ເມື່ອເຫັນເຂົາໃນສະພາບນີ້ກໍ່ຄິດວ່າເຂົາເປັນຄົນບໍ່ດີ ເຊິ່ງເຮັດໃຫ້ເຂົາຮູ້ສຶກເສົ້າໃຈ ເພາະວ່າເດັກນ້ອຍຄວນໄດ້ຮູ້ຈັກຍອມຮັບຄວາມແຕກຕ່າງຂອງຄົນໃນສັງຄົມເມື່ອພວກເຂົາໃຫຍ່ຂຶ້ນໄປຈະໄດ້ຫຼຸດບັນຫາກາານຢຽດເຊື້ອຊາດ ຫຼື ໂຣກການກຽດຊັງ, ການເລືອກປະຕິບັດຢ່າງບໍ່ມີເຫດຜົນ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...