spot_img
Homeຂ່າວຕ່າງປະເທດຄິມ ຄາເດຊຽນ ຖືກປຸ້ນເຄື່ອງເພັດມູນຄ່າຫຼາຍລ້ານຢູໂຣທີ່ປາລີ

ຄິມ ຄາເດຊຽນ ຖືກປຸ້ນເຄື່ອງເພັດມູນຄ່າຫຼາຍລ້ານຢູໂຣທີ່ປາລີ

Published on

ອີງຕາມການລາຍງານຂອງສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 4 ຕຸລານີ້ວ່າ: ນັກສະແດງສາວ ຄິມ ຄາເດຊຽນ ຖືກປຸ້ນຢູ່ທີ່ໂຮງແຮມໃນກຸງປາຣີ ລາວໄດ້ສູນເສຍເຄື່ອງເພັດ ແລະຊັບສິນມູນຄ່າເປັນຫຼາຍລ້ານຢູໂຣ ດີແຕ່ບໍ່ໄດ້ຮັບບາດເຈັບ

ຄົນຮ້າຍ 2 ຄົນໄດ້ບຸກມາປຸ້ນຮອດໃນໂຮງແຮມ ໂດຍໃຊ້ປືນຈີ້ ແລະໄດ້ເອົາຊັບສິນ ເຊິ່ງວ່າ ສ່ວນຫຼາຍເປັນເຄື່ອງເພັດ, ເຈົ້າໜ້າທີ່ຕຳຫຼວດ ໄດ້ເວົ້າວ່າ: ມູນຄ່າຊັບສິນທີ່ຖືກຄົນຮ້າຍປຸ້ນໄປນັ້ນ ຫຼາຍລ້ານຢູໂຣ ແຕ່ຍັງບໍ່ສາມາດບອກເປັນໂຕເລກໄດ້ຊັດເຈນ ຕ້ອງລໍຖ້າການສືບສວນອີກກ່ອນ

ເຫດການດັ່ງກ່າວ ໄດ້ເກີດຂຶ້ນໃນວັນທີທິດ ທີ 2 ຕຸລາຜ່ານມາ, ຄົນຮ້າຍສອງຄົນ ແຕ່ງໂຕຄືກັບຕຳຫຼວດ ແລະໄດ້ປົກປິດໃບໜ້າ ພວກເຂົາໄດ້ບຸກມາຮອດຫ້ອງນັກສະແດງສາວ ແລະໃຊ້ປືນຈີ້

ຄິມຄາເດຊຽນ ເປັນນັກສະແດງ ທີ່ມີຊື່ສຽງຂອງສະຫະລັດອາເມລິກາ ລາວໄດ້ເຂົ້າຮ່ວມງານ Paris fashion week ແລະໄດ້ສ້າງຄວາມໂດດເດັ່ນຫຼາຍໃນງານ

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...