ຄຳມ່ວນ ກັບການພັດທະນາຊົນນະບົດ

0
1826

ທ່ານ ແກ້ວ​ລະ­ຄອນ ວໍ­ລະ​ສານ ຮັກ­ສາ​ການ​ຫົວໜ້າ​ຫ້ອງ­ການ​ພັດ­ທະ­ນາ​ຊົນ­ນະ­ບົດ ແລະ​ ລົບ​ລ້າງ​ຄວາມທຸກ​ຍາກ​ແຂວງ​ຄຳ​ມ່ວນ​ໄດ້​ກ່າວ​ຕໍ່​ກອງ​ປະ­ຊຸມ​ເປີດກວ້າງ​ຄົບ​ຄະ­ນະ​ບໍ­ລິ­ຫານ​ງານ​ພັກ​ແຂວງ​ຄັ້ງ​ທີ 3 ສະ­ໄໝທີ IX ກ່ຽວ​ກັບ​ວຽກ​ງານ​ພັດ­ທະ­ນາ​ຊົນ­ນະ­ບົດ​ຕິດ​ພັນກັບ​ຂົງ­ເຂດ​ວັດ­ທະ­ນະ­ທຳ​ສັງ­ຄົມ​ຢູ່​ແຂວງ​ຄຳ​ມ່ວນ​ໃນໄລ­ຍະ 5 ປີ­ຜ່ານ­ມາ​ນັບແຕ່​ປີ 2011-2015 ໂດຍ​ຖື​ສຳຄັນ​ການ​ປັບ­ປຸງ​ຄຸນ​ນະ​ພາບ ແລະ​ຂະ­ຫຍາຍ​ຕາ​ໜ່າງ​ການສຶກ​ສາ​ໄປ​ສູ່​ຊົນ­ນະ­ບົດ​ເຂດ​ຫ່າງ​ໄກ​ສອກ­ຫຼີກ​ຢ່າງ​ທົ່ວເຖິງ 582 ບ້ານ, ຈຳ­ນວນ​ນັກ­ຮຽນ​ເພີ່ມ​ຂຶ້ນ, ອັດ­ຕາ​ເຂົ້າຮຽນ​ສຸດ­ທິ​ເດັກ 3-5 ປີ​ບັນ­ລຸ 35,4% ທຽບ­ໃສ່​ຄາດ­ໝາຍເພີ່ມ​ຂຶ້ນ 15,3%, ເດັກ 6-10 ປີ​ບັນ­ລຸ 98,8% ເພີ່ມ​ຂຶ້ນ 2,6%, ມັດ­ທະ­ຍົມ​ຕອນ​ຕົ້ນ​ບັນ­ລຸ 67% ລື່ນ​ຄາດ­ໝາຍ 14%, ມັດ­ທະ­ຍົມ​ຕອນ​ປາຍ​ບັນ­ລຸ 36,9% ເພີ່ມ​ຂຶ້ນ 7,6%, ປະ­ຊາ­ຊົນ​ໃນ​ເກນ​ອາ­ຍຸ 15-40 ປີ​ໄດ້​ຮູ້​ອ່ານ​ໜັງສື​ກວມ 99,01% ທຽບ­ໃສ່​ຄາດໝາຍ​ທີ່​ວາງ​ໄວ້​ຫຼຸດ​ລົງ 0,4%, ສາມາດ​ປະ­ກາດ​ເປັນ​ແຂວງ​ຈົບ​ຊັ້ນ ປະ­ຖົມ​ບຳ­ລຸງ ແລະ 5 ເມືອງ​ຈົບຊັ້ນ​ມັດ­ທະ­ຍົມ​ບຳ­ລຸງ.

ພ້ອມ​ດຽວ​ກັນ​ນັ້ນ​ ປະ­ຊາ­ຊົນຍັງ​ໄດ້​ນຳ​ໃຊ້​ນ້ຳ​ສະ­ອາດ​ກວມ 85,61%, ເພີ່ມ​ຂຶ້ນ 5,86%, ຄອບ­ຄົວ​ໃຊ້​ວິດ­ຖ່າຍ 56,33% ເພີ່ມ​ຂຶ້ນ 6,66%, ໂຮງ­ຮຽນ​ໃຊ້​ວິດຖ່າຍ 66,72% ເພີ່ມ​ຂຶ້ນ 18,87%, ສ້າງ​ບ້ານ​ແບບ­ຢ່າງ​ສາ­ທາ­ລະ­ນະ ສຸກ​ໄດ້ 432 ບ້ານ​ເທົ່າ​ກັບ 74,22% ແລະ​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ, ລະ­ບົບ ໂທລະ​ຄົມ­ມະ­ນາ­ຄົມ​ໄດ້​ຂະ­ຫຍາຍ ໄປ​ສູ່​ຊົນ­ນະ­ບົດ​ການ​ບໍ­ລິ­ການ​ໂທ ລະ​ສັບ​ທົ່ວ​ເຖິງ​ທຸກໆ​ເມືອງ​ມີ 460 ບ້ານ ປະ­ຈຸ​ບັນ ​ມີ​ຜູ້­ນຳ​ໃຊ້​ໂທລະ­ສັບທັງ​ໝົດ 265.480 ເລກ​ໝາຍ​ຄິດສະ­ເລ່ຍ 69 ເລກ​ໝາຍ​ຕໍ່​ປະ­ຊາ­ກອນ 100 ຄົນ, ແຕ່​ລະ​ບ້ານ​ໄດ້​ມີ​ໂທລະໂຄ່ງ​ປະ­ຈຳ​ບ້ານ​ກວມ 70%, ແຕ່ ລະ​ເມືອງ​ໄດ້​ຂະ­ຫຍາຍ ແລະ​ບູ​ລະ ນະ​ສະ­ຖານ­ທີ່​ທ່ອງ​ທ່ຽວ ເພື່ອ​ບໍ­ລິ­ການ​ແຫຼ່ງ​ທ່ອງ​ທ່ຽວ​ທາງ​ທຳ​ມະຊາດ, ປະ­ຫວັດ­ສາດ, ວັດ­ທະ­ນະທຳ ແລະ​ປູ​ສະ​ນິ​ຍະ​ສະ­ຖານ​ຕ່າງໆ ເຊິ່ງ​ສ້າງ​ລາຍ​ຮັບ​ໃຫ້​ແກ່​ລັດ ແລະ ປະ­ຊາ­ຊົນ​ໃນ​ແຕ່​ລະ​ປີ​ເພີ່ມ​ຂຶ້ນ.

ນອກ​ນັ້ນ​ຍັງ​ໄດ້​ປະ­ຕິ­ບັດ​ນະ​ໂຍບາຍ​ຕ່າງໆ​ຕໍ່​ພະ­ນັກ­ງານ​ລັດ​ຖະກອນ, ຜູ້​ມີ​ຜົນ­ງານ​ຄຸນ​ງາມ​ຄວາມດີ​ຕໍ່​ການ​ປະ­ຕິ­ບັດ​ຈຳ­ນວນ 599 ຄົນ, ຍິງ 181 ຄົນ, ຄິດ​ເປັນ​ມູນ​ຄ່າວັດ­ຖຸ ແລະ​ເງິນ​ທັງ​ໝົດ 11,9 ຕື້ ກີບ, ໄດ້​ຊ່ວຍ­ເຫຼືອ​ຜູ້​ດ້ອຍ​ໂອ­ກາດ, ຜູ້​ປະ­ສົບ​ໄພ­ພິ­ບັດ​ເປັນ​ມູນ​ຄ່າ 4,44 ຕື້​ກີບ, ປະ­ຕິ­ບັດ​ໂຄງ­ການ​ຕ້ານ​ໄພນ້ຳ​ຖ້ວມ​ບັນ­ດາ​ບ້ານ​ທີ່​ມີ​ຄວາມສ່ຽງ​ຢູ່​ບັນ­ດາ​ເມືອງ​ຄື: ເມືອງ​ທ່າແຂກ, ເມືອງ​ໜອງ​ບົກ, ເມືອງ​ເຊບັ້ງ­ໄຟ, ເມືອງ​ມະ­ຫາ​ໄຊ ແລະ ເມືອງ​ຫີນ​ບູນ, ພັດ­ທະ­ນາ​ສີ­ມື​ແຮງງານ​ຝຶກ​ອົບ­ຮົມ​ວິ­ຊາ​ຊີບ ເພື່ອ​ສະໜອງ​ແຮງ​ງານ​ພາຍ​ໃນ​ໃຫ້​ໂຄງການ​ຕ່າງໆ​ໄດ້ 346 ຄົນ, ການ​ຄຸ້ມຄອງ​ແຮງ​ງານ​ພາຍ​ໃນ ແລະ​ຕ່າງ ປະ­ເທດ​ກໍ່​ໄດ້​ຮັບ​ການ​ເອົາ­ໃຈ­ໃສ່ຢ່າງ​ຕັ້ງ­ໜ້າ.