spot_img
Homeຂ່າວພາຍ​ໃນຄຳທຳນາຍນາງສັງຂານປີໃໝ່ລາວ​ ຄສ 2023

ຄຳທຳນາຍນາງສັງຂານປີໃໝ່ລາວ​ ຄສ 2023

Published on

ນາງສັງຂານປະຈຳປີໃໝ່ລາວ ພສ 2566 ຈສ 1385 ຄສ 2023 ມີນາມວ່າ “ນາງ​ ກິມິທາເທວີ”.

  • ເຄື່ອງປະດັບ ແກ້ວບຸສສະຣາຄັມ
  • ສະເຫວີຍ​ ກ້ວຍນ້ຳເປັນອາຫານ
  • ມືຂວາຖືພຣະຂັນ ມືຊ້າຍຖືພິນ
  • ຂີ່ຄວາຍເປັນພາຫະນະ

ເກນພິຣຸນະສາດ​: ວັນຈັນເປັນອະທິບໍດີ ບັນດານໃຫ້ຝົນຕົກ 500 ຫ່າ, ຕົກໃນຈັກກະວານ 200 ຫ່າ, ຕົກໃນປ່າຫິມະພານ 150 ຫ່າ, ຕົກໃນມະຫາສະໝຸດ 100 ຫ່າ ແລະ​ ຕົກໃນມະນຸສສະໂລກ 50 ຫ່າ.

ເກນທາຣາທິຄຸນ​: ຕົກຣາສີວາໂຍ ນ້ຳຈະຫນ້ອຍ ພະຍຸໜັກ, ນາກຫຼິ້ນນໍ້າ 2 ໂຕ ຝົນຕົ້ນປີຫນ້ອຍ, ກາງປີພໍດີງາມ, ປາຍປີອຸດົມດີ ນາດອນ ແລະ ນາລຸ່ມ ດີ ທັງສອງຢ່າງ ຈະມີລົມພັດມາບາງຄັ້ງຄາວຈາກທິດທັງ 4 ຕາມລະດູການ.

ເກນທັນຍາຫານ​: ຕົກມັຊຊິມາ ເຂົ້າກ້າໄຮ່ນາ ໄດ້ເຄິ່ງ ເສຍເຄິ່ງ ປະຊາຊົນມີຄວາມສຸກພໍປານກາງ ຫມາກໄມ້ດົກຫຼາຍ.

ເກນຣຸກຂະຊາດ: ໄມ້ສັກເປັນພະຍາ ເຂົ້າປາອາຫານຈະແພງ ໂລກຈະເກີດສົງຄາມ ບາງແຫ່ງດີ ບາງແຫ່ງຮ້າຍ.

ເກນກາລະໂຢກ: ວັນເສົາເປັນທຸງໄຊ, ວັນພຸດເປັນອະທິບໍດີ, ວັນອັງຄານເປັນອຸບາດ, ວັນສຸກເປັນໂລກາວິນາດ.

ທີ່ມາ ວາລະສານເທວາ Theva Magazine

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...