spot_img
Homeຂ່າວພາຍ​ໃນຄຳຊີ້ແຈງຈາກລັດຖະບານ ກໍລະນີ ໂຄລາວ ສະໜັບສະໜູນລົດຮັບໃຊ້ ASEAN SUMMIT

ຄຳຊີ້ແຈງຈາກລັດຖະບານ ກໍລະນີ ໂຄລາວ ສະໜັບສະໜູນລົດຮັບໃຊ້ ASEAN SUMMIT

Published on

ເພື່ອເປັນການສະໜັບສະໜູນ ໃນການກະກຽມເປັນເຈົ້າພາບ ຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29 ທີ່ຈະມາເຖິງນີ້ ໂດຍສະເພາະ ການຕອບສະໜອງພາຫະນະຮັບໃຊ້ໃຫ້ແກ່ ກອງປະຊຸມ. ດັ່ງນັ້ນ, ໃນຕອນແລງຂອງວັນທີ 30 ສິງຫາ 2016 ທີ່ສຳນັກງານນາຍົກລັດຖະມົນຕີ ໄດ້ຈັດພິທີມອບ-ຮັບພາຫະນະຮັບໃຊ້ກອງປະຊຸມດັ່ງກ່າວຂຶ້ນ ຈາກກຸ່ມບໍລິສັດໂຄລາວ, ບໍລິສັດ ລ້ານຊ້າງ ຂາອອກ-ຂາເຂົ້າ ຈຳກັດ ລະຫວ່າງ ທ່ານ ຄຳລາວັນ ຈັນທະລາວັນ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ທ່ານ ຄຳຂັນ ນະພາວົງ ປະທານຜູ້ບໍລິຫານກຸ່ມບໍລິສັດໂຄລາວ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ເພັດ ພົມພິພັກ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ພ້ອມດ້ວຍຜູ້ຕາງໜ້າຈາກກະຊວງ, ທ່ານຜູ້ອຳນວຍການຜູ້ຈັດການກຸ່ມບໍລິສັດ BMW ປະຈໍາພາກພື້ນອາຊີ ແລະ ກົມກອງທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນການມອບ-ຮັບພາຫະນະໃນຄັ້ງນີ້, ກຸ່ມບໍລິສັດໂຄລາວ ແລະ ບໍລິສັດ ລ້ານຊ້າງ ຂາເຂົ້າ-ຂາອອກ ຈຳກັດ ທີ່ເປັນຕົວແທນຈໍາໜ່າຍ ແລະ ນໍາເຂົ້າລົດ BMW ຢ່າງເປັນທາງການໃນ ສປປ ລາວ ໄດ້ສະໜັບສະໜູນລົດຍີ່ຫໍ້ BMW ເພື່ອໃຫ້ລັດຖະບານລາວຢືມໃນໄລຍະການຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29 ທີ່ ສປປ ລາວ ເປັນເຈົ້າພາບ ຈຳນວນ 60 ຄັນ ເຊິ່ງໃນນັ້ນ ປະກອບມີລົດ BMW ລຸ້ນໃໝ່ລ້າສຸດ 2 ລຸ້ນ ຄື: BMW ຊີລີ 7 ຈໍານວນ 40 ຄັນ ແລະ BMW ຊີລິີ 5 ແກຣນທົວລີສໂມ ຈຳນວນ 20 ຄັນ ໂດຍຈະນຳໃຊ້ເປັນລົດຮັບໃຊ້ແກ່ບັນດາຜູ້ນຳ ແລະ ຄະນະຜູ້ແທນ ທີ່ຈະມາຮ່ວມກອງປະຊຸມ ໃນລະຫວ່າງວັນທີ 6-8 ກັນຍາ 2016 ນີ້ ແລະ ຈະສົ່ງຄືນພາບຫຼັງສິ້ນສຸດກອງປະຊຸມ.

ໃນພິທີ, ທ່ານ ຄຳລາວັນ ຈັນທະລາວັນ ກ່າວວ່າ: ເພື່ອເຮັດໃຫ້ການຈັດກອງປະຊຸມໃນເທື່ອນີ້ ປະສົບຜົນສຳເລັດຢ່າງຈົບງາມ. ລັດຖະບານ ກໍ່ໄດ້ຮຽກຮ້ອງໃຫ້ທຸກພາກສ່ວນ ທັງພາກລັດ, ພາກທຸລະກິດ ແລະ ປະຊາຊົນລາວທຸກທົ່ວໜ້າ ຮ່ວມມືກັນ ແລະ ເປັນເຈົ້າການນຳກັນ ໃນການປະກອບສ່ວນ ເພື່ອເປັນເຈົ້າພາບທີ່ດີ ແລະ ສ້າງຄວາມປະທັບໃຈ ແກ່ແຂກຜູ້ແທນຕ່າງປະເທດ ທີ່ມາຮ່ວມກອງປະຊຸມໃນຄັ້ງນີ້. ສະນັ້ນ, ການປະກອບສ່ວນ ສະໜັບສະໜູນໃຫ້ການຢືມນຳໃຊ້ພາຫະນະລົດ 60 ຄັນດັ່ງກ່າວ ໂດຍທີ່ບໍລິສັດ ບໍ່ໄດ້ຮຽກຮ້ອງຄ່າຕອບແທນໃດໆ ຈາກລັດຖະບານ ແມ່ນເປັນການປະກອບສ່ວນຢ່າງໃຫຍ່ຫຼວງ ແລະ ມີຄວາມໝາຍຄວາມສຳຄັນທີ່ສຸດ ສຳລັບລັດຖະບານລາວ ເພາະເປັນການປະກອບສ່ວນ ໃນການຍົກຖານະບົດບາດຂອງ ສປປ ລາວ ໃຫ້ສູງຂຶ້ນໃນເວທີພາກພື້ນ ແລະ ສາກົນ. ນອກຈາກການສະໜັບສະໜູນດັ່ງກ່າວແລ້ວ ທາງບໍລິສັດ ຍັງໃຫ້ການຊ່ວຍເຫຼືອ ໃນການຝຶກອົບຮົມວິທີນຳໃຊ້ພາຫະນະ ໃຫ້ແກ່ພະນັກງານຂັບລົດ ອັນເປັນການປະກອບສ່ວນສ້າງບຸກຄະລາກອນຂອງພັກ-ລັດ ຕື່ມອີກ.

ແຫລ່ງ: ກົມປະຊາສຳພັນ ຫສນຍ.

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...