ຄາລີລອຍ‬ ເຕັງ 1 ມີຊື່ຊິງລາງວັນ ບັລລົງດໍ ຝ່າຍຍິງ ປະຈຳປີ 2015 ສ່ວນຝ່າຍຊາຍແມ່ນ ໂຣນັລໂດ ກັບ ເມສຊີ

ຄາລີ ລອຍ ນັກເຕະທີມຊາດສະຫະລັດອາເມຣິກາ ຈາກສະໂມສອນຮຸສຕັນ ແດຊ ຕິດຢູ່ໃນລາຍຊື່ນັກເຕະ 10 ຄົນສຸດທ້າຍ ທີ່ມີລຸ້ນລາງວັນນັກເຕະຍິງດີເດັ່ນຂອງສະຫະພັນບານເຕະນາໆຊາດ ຫຼື ຟີຟາ ບັລລົງດໍ ປະຈຳປີ 2015 ຈາກຜົນງານທີ່ໂດດເດັ່ນ ດ້ວຍການຍິງ 3 ປະຕູ ໃນນັດຊີງຊະນະເລີດ ຂອງການແຂ່ງຂັນເຕະບານຍິງຊີງແຊ້ມໂລກ 2015 ທີ່ຊ່ວຍໃຫ້ທີມຊາດສະຫະລັດອາເມຣິກາ ເອົາຊະ ນະ ຍີ່ປຸ່ນ ແຊ້ມເກົ່າ 5-2 ຄວ້າແຊ້ມໄປຄອງເປັນສະໄໝທີ 3.
ນອກຈາກ ຄາລີ ລອຍ ແລ້ວຍັງມີ 2 ນັກເຕະທີມຊາດສະຫະລັດອາເມຣິກາ ທີ່ມີຊື່ເຂົ້າຊີງລາງວັນ ດັ່ງກ່າວເຊັ່ນກັນ ໄດ້ແກ່ ໂຮບ ໂຊໂລ ຜູ້ຮັກສາປະຕູ ແລະ ເມແກນ ຣາປິໂນ ໂດຍທັງ 2 ຄົນ ແມ່ນຢູ່ໃນຕົ້ນສັງກັດດຽວກັນ ນັ້ນກໍ່ຄື ສະໂມສອນ ຊີແອດເຕິລ ເຣນ ສ່ວນທາງດ້ານ ອາຍະ ມິຍາມະ ນັກເຕະກອງກາງທີມຊາດຍີ່ປຸ່ນ ຈາກສະໂມສອນ ໂອກາຍາມາ ຢູໂນໂກະ ເບລເລ ທີ່ສ້າງຜົນງານໄດ້ຢ່າງ ໂດດເດັ່ນໃນ ເວິລ ຄັບ 2015 ທີ່ຊ່ວຍໃຫ້ຍີ່ປຸ່ນ ໄດ້ຮອງແຊ້ມ ກໍ່ມີຊື່ຮ່ວມລຸ້ນຊີງເຊັ່ນດຽວກັນ.
ສຳລັບອີກ 6 ນັກເຕະ ທີ່ມີຊື່ລຸ້ນຊີງລາງວັນ ຟີຟາ ບັລລົງດໍ 2015 ຝ່າຍຍິງ ປະກອບມີ: ນາດີນ ແອງເກເຣີ (ເຢຍລະມັນ/ບຣິສເນ ໂຣ), ຣາໂມນາ ບັຊມັນ (ສະວິດເຊີແລນ/ເອັຟຊີ ໂຣເຊນ ກາດ), ຄາໄດຊາ ບູຊານານ (ແຄນາດາ/ເວສ ເວີຈິເນຍ ຢູນິເວີຊິຕີ), ອະແມນດີນ ອອງຣີ (ຝຣັ່ງ/ ໂອລິມ ປິກ ລີຍົງ),ຢູຈິນິ ເລີຊອມເມີ (ຝຣັ່ງ/ໂອລິມປິກ ລີຍົງ) ແລະ ເຊເລຍ ຊາຊິຊ (ເຢຍລະມັນ/ ແຟຣງເຟິດ).
12144748_1677841022429071_1236924622866566340_n

ສ່ວນທາງດ້ານນັກເຕະຊາຍ ທີ່ຫຼາຍຄົນໃຫ້ຄວາມສົນໃຈ ຟີຟາ ກໍ່ໄດ້ມີ ການປະກາດລາຍຊື່ອອກມາ ໃຫ້ເຫຼືອ 23 ຄົນສຸດທ້າຍເປັນທີ່ຮຽບຮ້ອຍແລ້ວ ດັ່ງນີ້:
1/ ເຊຄິໂອ ອະເກວໂຣ (ອາກຊັງຕິນ/ແມນ ຊິຕີ)
2/ ເກເຣັດ ເບລ (ເວລ/ມາດຣິດ)
3/ ຄາຣິມ ເບນເຊມາ (ຝຣັ່ງ/ມາດຣິດ)
4/ ຄຣິສເຕຍໂນ ໂຣນັລໂດ (ປອກຕຸຍການ/ມາດຣິດ)
5/ ເຄວິນ ເດີ ບຣອຍ (ເບລຢຽມ/ ໂວຟສະບວກ/ແມນ ຊິຕີ)
6/ ເອເດນ ອາຊາ (ເບລຢຽມ/ເຊລຊີ)
7/ ຊລາຕັນ ອິບຣາຮິໂມວິຊ (ສະວີເດນ/ເປແອັສເຊ)
8/ ອັນເດສ ອິນຽສຕາ (ແອດສະປາຍ/ບາເຊໂລນາ)
9/ ໂທນີ ໂຄຣສ (ເຢຍລະມັນ/ ມາດຣິດ)
10/ ໂຣເບິດ ເລວານດອຟສະກີ (ໂປໂລຍ/ບາເຢິນ)
11/ ຮາເວຍ ມາສເຄຣາໂນ (ອາກຊັງຕິນ/ບາເຊໂລນາ)
12 / ລິໂອເນລ ເມສຊີ (ອາກຊັງຕິນ/ ບາເຊໂລນາ)
13/ ໂທມັສ ມຸລເລີ (ເຢຍລະມັນ/ບາເຢິນ)
14/ ມານູເອລ ນອຍເອີ (ເຢຍລະມັນ/ບາເຢິນ)
15/ ເນມາ (ເບຣຊິລ/ບາເຊໂລນາ)
16/ ປອລ ປ໊ອກບາ (ຝຣັ່ງ/ຢູເວັນຕຸສ)
17/ ອິວານ ຣາຄິຕິຊ (ໂຄຣອາຊີ/ບາເຊໂລນາ)
18/ ອາເຢນ ຣ໊ອບເບນ (ໂຮນລັງ/ ບາເຢິນມິວນິກ
19/ ເຈມ ໂຣດຣິເກຊ (ໂຄລໍາບີ /ມາດຣິດ)
20/ ອະເລັກຊິສ ຊານເຊຊ (ຊິລີ/ອາເຊນອລ)
21/ ຫຼຸຍ ຊົວເຣຊ (ອຸຣຸໄກວ/ບາເຊໂລນາ)
22/ ຢາຢາ ຕູເຣ (ໄອວໍຣິໂຄສ/ແມນ ຊິຕີ)
23/ ອາຕູໂຣ ວິດັລ (ຊິລີ/ຢູເວັນຕຸສ/ບາເຢິນ)
12014989_1677841132429060_5221149196530477349_o

10626749_1677841125762394_1227760647413050612_n

10 ຄູເຝິກມີຊື່ເຂົ້າຊີງລາງວັນຄູເຝິກດີເດັນ ແຫ່ງປີ 2015
1/ ຄາໂລ ອັນເຊລອດຕິ (ຣີລ ມາດຣິດ)
2/ ໂລຣອງ ບຼອງ (ປາຣີສແຊງ-ແຊກແມງ)
3/ ອູໄນ ເອເມີ (ເຊບີຢາ)
4/ ເປບ ກວາດິໂອລາ (ບາເຢິນ ມິວນິກ)
5/ ຫຼຸຍ ເອັນຣິເກ (ບາເຊໂລນາ)
6/ ໂຈເຊ ມູຣິນໂຢ (ເຊລຊີ)
7/ ຮໍເກ ຊຳເປົາລີ (ທີມຊາດຊິລີ)
8/ ດິເອໂກ ຊິເມໂອເນ (ແອດເລຕິໂກ ມາດຣິດ)
9/ ອາແຊງ ເວນເກີ (ອາເຊນອລ)
10/ ມັສຊິມິເລຍໂນ ອັລເລກຣີ (ຢູເວັນຕຸສ)

ຂອບໃຈພາບແລະຂ່າວຈາກ: ໜັງສືພິມ ສຶກສາ ແລະ ກິລາ