Homeຂ່າວຕ່າງປະເທດ“ອາເຈະ” ເລີ່ມລົງໂທດ “ຕີ 100 ເທື່ອ” ຄົນມີເພດສຳພັນກັບເພດດຽວກັນ

“ອາເຈະ” ເລີ່ມລົງໂທດ “ຕີ 100 ເທື່ອ” ຄົນມີເພດສຳພັນກັບເພດດຽວກັນ

Published on

558000012245101

ເອ​ເອັບ​ພີ – ແຂວງ​ອາ​ເຈະ​ຂອງ​ອິນ​ໂດ​ນີ​ເຊຍ​ຈະ​ເລີ່ມ​ໃຊ້​ບົດ​ລົງໂທດ “ຕີ 100 ເທື່ອ” ສຳລັບ​ມຸດ​ສະລິມ​ທີ່​ມີ​ເພດສຳພັນກັບ​ຄົນ​ເພດ​ດຽວ​ກັນ​ຊຶ່ງ​ຖື​ວ່າ​ຜິດ​ຫລັກ​ສາດສະໜາ​ອິດ​ສະລາມ ໂດຍ​ຈະ​ເລີ່ມ​ບັງຄັບ​ໃຊ້​ຕັ້ງ​ແຕ່​ມື້​ອື່ນ​ນີ້ 23 ຕຸລາ ທ່າມ​ກາງ​ສຽງ​ວິ​ຈານຈາກ​ນັກ​ສິດ​ທິມ​ະນຸດ​ທີ່ເບີ່ງວ່າ​ກົດໝາຍ​ດັ່ງ​ກ່າວ “ຂາດ​ມະ​ນຸ​ດສະຍະ​ທຳ”

ຊາ​ລິ​ຊານ ອັບ​ບາດ ຫົວ​ໜ້າ​ຝ່າຍ​ກົດໝາຍ​ອິດສະ​ລາມ ປະຈຳ​ແຂວງ​ອາ​ເຈະ ລະ​ບຸ​ວ່າ ການ​ມີ​ເພດ​ສຳພັນ​​ລະຫວ່າງ​ຜູ້​ຊາຍ ຫລື “ການ​ລູບ​​ສ່ວນ​ຕ່າງໆ ​ລະຫວ່າງ​ຜູ້ຍິງ​ນຳກັນ​ເພື່ອ​ກະຕຸ້ນ​ອາລົມ​ທາງ​ເພດ” ຖື​ເປັນ​ພຶດຕິກຳ​ຕ້ອງ​ຫ້າມ​ໃນ​ອິດ​ສະລາມ ຊຶ່ງ​ກົດ​ຂໍ້​ນີ້​ຖືກ​ບັງຄັບ​ໃຊ້​ກັບ​ຊາວ​ມຸດສະ​ລິມ​ທຸກ​ຄົນ​ໃນ​ອາ​ເຈະ ບໍ່​ເວັ້ນ​ແຕ່​ຊາວ​ຕ່າງ​ຊາດ

ກົດໝາຍ​ສະບັບ​ນີ້​ຜ່ານ​ການ​ອະ​ນຸມັດ​ຈາກ​ສະພາ​ບໍລິຫານ​ແຂວງ​ອາ​ເຈະ​ເມື່ອ​ປີ 2014 ທ່າມ​ກາງ​ສຽງ​ຕິ​ເຕືອນ​ຈາກ​ອົງກອນ​ດ້ານ​ສິດ​ທິມະນຸດ ແຕ່​ເຈົ້າ​ໜ້າທີ່​ໄດ້​ໃຫ້​ເວລາ​ 1 ປີ​ເພື່ອ​ຊີ້​ແຈງ​ຂໍ້​ມູນ​ແກ່​ສາທາລະນະ​ຊົນ​ກ່ອນທີ່ຈະ​ເລີ່ມ​ບັງຄັບ​ໃຊ້​

“ກົດໝາຍ​ຂໍ້​ນີ້​ມີ​ວັດ​ຖຸ​ປະສົງ​ເພື່ອຮັກສາສັກ​​ສີ​ຄວາມ​ເປັນ​ມະນຸດ ແລະ​ ປ້ອງ​ກັນ​ບໍ່ໃຫ້​ຊາວ​ມຸດ​ສະລິມ​ໃນ​ອາ​ເຈະ​ປະພຶດ​ຜິດ​ສິນລະທຳ” ອັບ​ບາດ​ຖະແຫລງ​ມື້​ນີ້ 22 ຕຸລາ

ການ​ມີ​ເພດ​ສຳພັນ​ແບບ​ໄມ້​ປ່າ​ດຽວ​ກັນ​ບໍ່​ຖື​ເປັນ​ຄວາມ​ຜິດ​ໃນ​ແຂວງ​ອື່ນໆ ຂອງ​ອິນ​ໂດ​ນີ​ເຊຍ ຊຶ່ງ​ຢຶດ​ປະ​ມວນ​ກົດໝາຍ​ອາ​ຍາ​ຂອງ​ເນ​ເທີລ໌​ແລນດ໌​ເປັນ​ຕົ້ນ​ແບບ

ອາ​ເຈະ​ເປັນ​ແຂວງ​ດຽວ​ໃນ​ອິນ​ໂດ​ນີ​ເຊຍ​ທີ່​ນຳ​ກົດໝາຍ​ຊາ​ລີ​ອະມາ​ບັງຄັບ​ໃຊ້​ແບບ​ຄ່ອຍ​ເປັນ​ຄ່ອຍ​ໄປ ຫລັງ​ໄດ້ຮັບ​ອຳນາດ​ປົກຄອງ​ຕົນເອງ​ເພີ່ມ​ຂຶ້ນ​ໃນ​ປີ 2001 ໂດຍ​ກ່ອນ​ໜ້າ​ນີ້​ໄດ້​ເລີ່ມ​ບັງຄັບ​ໃຊ້​ກົດໝາຍ​ຫ້າມ​ກາ​ນບໍລິ​ໂພກ​ເຄື່ອງ​ດື່ມ​ແອນ​ກໍ​ຮໍ ການ​ພະ​ນັນ ການ​ປະຕິ​ສຳພັນ​ລະຫວ່າງ​ຊາຍ ​ແລະ​ ຍິງ​ທີ່​ຍັງ​ບໍ່​ໄດ້​ແຕ່ງ​ງານ ລວມ​ໄປ​ເຖິງ​ການ​ສະແດງ​ຄວາມ​ຮັກ ເຊັ່ນ ການ​ສຳ​ຜັດ​ຫລື​ຈູບ ລະຫວ່າງ​ບຸກ​ຄົນ​ທີ່​ບໍ່ແມ່ນ​ຜົວເມຍ​ກັນ

ກົດໝາຍ​ໃໝ່​ຊຶ່ງ​ກຳ​ລັງ​ຈະ​ມີ​ຜົນ​ບັງຄັບ​ໃຊ້​ຍັງ​ກຳນົດ​ໂທດ​ຕີ 100 ເທື່ອ​ສຳລັບ​ບຸກ​ຄົນ​ທີ່ “ມີ​ຊູ້” ສ່ວນ​ຜູ້​ທີ່​ກ່າວ​ຫາ​ຄົນ​ອື່ນ​ວ່າ​ມີ​ຊູ້​ໂດຍ​ບໍ່​ມີ​ຫລັກ​ຖານ​ຈະ​ມີ​ໂທດ​ຕີ 80 ເທື່ອ

ທັງ​ນີ້ ການ​ຕີ​ໃນ​ອາ​ເຈະ​ມັກ​ຈະ​ໃຊ້​ໄມ້​ທີ່​ຍາວ​ ແລະ​ ​ບາງ ໂດຍ​ມີ​ຈຸດປະສົງ​ເພື່ອ​ໃຫ້​ຜູ້​ກະທຳ​ຜິດ​ຮູ້ສຶກ​ອັບ​ອາຍ​ຫລາຍກວ່າ​ຄວາມ​ເຈັບ​ປວດ​ທາງ​ກາຍ ແລະ​ ຫາກ​ບໍ່​ຕ້ອງ​ການ​ຖືກ​ຕີ​ກໍ​ຈະ​ຕ້ອງ​ເສຍ​ຄ່າ​ປັບ​ເປັນ​ທອງ​ຄຳ ຫລື​ຮັບ​ໂທດ​ຈຳ​ຄຸກ​ແທນ

ອິດ​ມາ​ອີນ ຮາ​ຊາ​ນີ ນັກ​ເຄື່ອນ​ໄຫວ​ຈາ​ກສະ​ຖາ​ບັນ​ເພື່ອ​ປະ​ຊາ​ທິປະໄຕ​ ​ແລະ​ ສັນ​ຕິ​ພາບ​ເຊ​ຕາ​ລາ (Setara Institute for Democracy and Peace) ວິ​ຈານ​ກົດໝາຍ​ໃໝ່​ຂອງ​ອາ​ເຈະ​ວ່າ “ປ່າ​ເຖື່ອນ ຂາດ​ມະ​ນຸ​ດສະຍະ​ທຳ ແລະ​ຂັດ​ຕໍ່​ລັດ​ທະທຳມະ​ນູນ​ຂອງ​ປະເທດ”

“ລັດຖະບານ​ບໍ່​ຄວນ​ໄປ​ຍຸ່ງ​ກ່ຽວກັບ​ການ​ໃຊ້​ຊີວິດ​ສ່ວນ​ຕົວ​ຂອງ​ປະຊາຊົນ ແຕ່​ຄວນ​ມີ​ນະໂຍບາຍ​ຮັບຮອງ​ສິດ​ທິ​ແລະ​ ເສ​ລີ​ພາບ​ຂອງ​ພົນລະເມືອງ​ຫລາຍກວ່າ” ພວກເຂົາ​ກ່າວ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...