spot_img
Homeຂ່າວທ້ອງຖິ່ນຄະນະສະເພາະກິດສັ່ງປິດເມືອງຕົ້ນເຜີ້ງ ຊົ່ວຄາວ

ຄະນະສະເພາະກິດສັ່ງປິດເມືອງຕົ້ນເຜີ້ງ ຊົ່ວຄາວ

Published on

ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງເຊື້ອຈຸລະໂລກສາຍພັນໃຫມ່ ໂຄວິດ-19 ໄດ້ອອກຄໍາສັ່ງ ຂອງຫົວໜ້າຄະນະສະເພາະກິດວ່າດ້ວຍການປິດເມືອງຕົ້ນເຜີ້ງເປັນການຊົ່ວຄາວ.

ເພື່ອຮັບປະກັນໂຕຕອບໄວ ຕໍ່ການລະບາດຂອງພະຍາດໂຄວິດ-19 ທີ່ເກີດຂຶ້ນຢູ່ບັນດາປະເທດໃກ້ຄຽງ (ແຂວງຊຽງໃຫມ່, ຊຽງຮາບ ຣາຊະອານາຈັກໄທ, ແຂວງທ່າຂີ້ເຫຼັກ ສສ.ມຽນມາ) ທັງຮັບປະກັນບໍ່ໃຫ້ມີການເຂົ້າອອກເມືອງ ເພື່ອປ້ອງກັນການລະບາດຂອງພະຍາດໂຄວິດ-19 ເຂົ້າມາແຂວງບໍ່ແກ້ວ, ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ຂັ້ນແຂວງ ອອກຄໍາສັ່ງດັ່ງນີ້:

1. ໃຫ້ປິດການເຂົ້າ-ອອກ ຂອງພົນລະເມືອງຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວເປັນການຊົ່ວຄາວ.

2. ມອບໃຫ້ພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ ສົມທົບເມືອງຕົ້ນເຜິ້ງ ຄົ້ນຄວ້າ, ແຕ່ງຕັ້ງທີມງານ ລົງປະຈໍາຈຸດກວດກາຄົນເຂົ້າ-ອອກເມືອງ ຢູ່ຈຸດບ້ານນໍ້າເກິ່ງເກົ່າ, ຈຸດບ້ານມ່ວງຄ່າ ເພື່ອກໍາສະພາບການເຄື່ອນໄຫວໄປມາຂອງພົນລະເມືອງ ແລະ ກວດກາອຸ່ນຫະພູມ ຕາມຄໍາສັ່ງ ສະບັບເລກທີ 06/ນຍ, ລົງວັນທີ 29 ມີນາ 2020.

3. ສໍາລັບບັນດາບ້ານໃນຂອບເຂດເມືອງຕົ້ນເຜິ້ງ ແມ່ນໃຫ້ຕັ້ງຈຸດກວດກາ ປີດການສັນຈອນໄປ-ມາ ຂອງປະຊາຊົນ, ຍົກເວັ້ນກໍລະນີເຈັບເປັນໄປຮັກສາສຸຂະພາບ, ສົ່ງລູກຫຼານໄປໂຮງຮຽນ, ໄປຊື້ອາຫານການກິນຢູ່ຕະຫຼາດ ແຕ່ຕ້ອງຮັບອະນຸຍາດ ຈາກການຈັດຕັ້ງຂັ້ນບ້ານທີ່ກ່ຽວຂ້ອງ.

4. ມອບໃຫ້ຂະແໜງການທີ່ກ່ຽວຂ້ອງເມືອງ ສົມທົບກັບການຈັດຕັ້ງຂັ້ນບ້ານ ເຕົ້າໂຮມເຮືອບັນທຸກສິນຄ້າ, ເຮືອໄວຢູ່ເປັນຈຸດ ໂດຍແຕ່ງຕັ້ງເຈົ້າຫນ້າທີ່ ກອງຫຼອນ-ປກສ ບ້ານ ຍາມຮັກສາຄວາມສະຫງົບ ສ່ວນເຮືອກາບທົ່ວໄປແມ່ນໃຫ້ເອົາຂຶ້ນຝັ່ງທຸກລໍ້າ.

5. ມອບໃຫ້ອົງການປົກຄອງເມືອງຕົ້ນເຜິ້ງປຸກລະດົມບັນດາບ້ານ ຕະຫຼອດຮອດນັກທຸລະກິດ, ຜູ້ປະກອບການປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດພາລະກິດຂອງເຈົ້າຫນ້າທີ່ໃນຄັ້ງນີ້ ຕາມຄວາມເຫມາະສົມ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...