spot_img
Homeນານາສາລະຄວາມເຊື່ອກັບພຶດຕິກໍາແບບໃດທີ່ຄວນເຮັດ ຫຼືບໍ່ຄວນເຮັດ ຂະນະທີ່ມີປະຈໍາເດືອນ

ຄວາມເຊື່ອກັບພຶດຕິກໍາແບບໃດທີ່ຄວນເຮັດ ຫຼືບໍ່ຄວນເຮັດ ຂະນະທີ່ມີປະຈໍາເດືອນ

Published on

ຄວາມເຊື່ອຕ້ອງຫ້າມ ຂະນະມີປະຈໍາເດືອນ

  1. ຫ້າມອາບນໍ້າເຢັນ: ເປັນຄວາມເຊື່ອມາແຕ່ອະດີດ ເມື່ອມີປະຈໍາເດືອນ ຮອກໂມນໃນຮ່າງກາຍຈະມີການແປປວນ ພຸມຄຸ້ມກັນຫຼຸດລົງ ການອາບນໍ້າເຢັນຈະເຮັດໃຫ້ຮ່າງກາຍຕ້ອງປັບອຸນຫະພູມຕາມ ອາດເຮັດໃຫ້ເກີດການເຈັບປ່ວຍໄດ້ ແຕ່ໃນຄວາມເປັນຈິງແລ້ວຂະນະທີ່ມີປະຈໍາເດືອນສາມາດອາບນໍ້າເຢັນໃນລະດັບອຸນຫະພູມປົກກະຕິໄດ້
  2. ຫ້າມກິນນໍ້າກ້ອນ ຫຼືຂອງເຢັນ: ບາງຄົນຂະນະມີປະຈໍາເດືອນຕ້ອງຫຼີກລ່ຽງສິ່ງເຫຼົ່ານີ້ ເປັນເພາະຄວາມເຊື່ອມາແຕ່ດົນ ແຕ່ໃນຄວາມເປັນຈິງ ສາມາດທີ່ຈະກິນນໍ້າກ້ອນ ຫຼືຂອງເຢັນໄດ້ຕາມປົກກະຕິ ແຕ່ຄວນກິນໃນປະລິມານທີ່ບໍ່ຫຼາຍເກີນໄປ.
  3. ຫ້າມອອກກໍາລັງກາຍເວລາມີປະຈໍາເດືອນ: ເປັນຄວາມເຊື່ອທີ່ຜິດ ເພາະຄວາມຈິງແລ້ວການອອກກໍາລັງກາຍເປັນປະຈໍາ ຮ່າງກາຍຈະລັ່ງສານເອນດໍຟິນອອກມາ ສານນີ້ຈະເຮັດໃຫ້ເກີດຄວາມສຸກ ຊ່ວຍຜ່ອນຄາຍຄວາຄຽດ ແລະຊ່ວຍບັນເທົ່າອາການເຈັບປວດ ດັງນັ້ນການອອກກໍາລັງກາຍຈຶ່ງເປັນວິທີປ້ອງກັນອາການຜິດປົກກະຕິ ທີ່ເກີດຂຶ້ນໃນລະຫວ່າງການມີປະຈໍາເດືອນໄດ້.
  4. ຫ້າມມີເພດສໍາພັນຂະນະມີປະຈໍາເດືອນ: ຄວາມເຊື່ອໃນຂໍ້ນີ້ຄົງຈະບໍ່ແມ່ນຂໍ້ຫ້າມ ແຕ່ກໍຄວນຈະລະມັດລະວັງໃນເລື່ອງຄວາມສະອາດໃຫ້ຫຼາຍກວ່າປົກກະຕິ ເພາະອາດຈະເຮັດໃຫ້ເກີດການຕິດເຊື້ອໄດ້ງ່າຍ ດັງນັ້ນຄວນທີ່ຈະຮັກສາຄວາມສະອາດເປັນພິເສດທັງຜູ້ຍິງ ແລະຜູ້ຊາຍ
  5. ຫ້າມລົົງຫຼິ້ນນໍ້າ: ເປັນຄວາມເຊື່ອໃນເລື່ອງຂອງຄວາມສະອາດ ເພາະໃນນໍ້າອາດຈະມີສິ່ງເປິເປື້ອນຢູ່ ອາດເຮັດໃຫ້ເຊື້ອພະຍາດເຂົ້າໄປໃນຊ່ອງຄອດ ເຮັດໃຫ້ເກີດການອັກເສບໄດ້

ຮູ້ແບບນີ້ແລ້ວກໍຄວນພິຈາລະນາວ່າສິ່ງໃດຄວນ ແລະສິ່ງໃດບໍ່ຄວນ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...