spot_img

[ ຄວາມຮູ້ເລື່ອງສິວ ]

Published on

231539ghzh1f11jfg13t8p

* ສິວມີ 3 ຊະນິດຄື :
– ສິວສ້ຽນ
– ສິວອຸດຕັນ
– ສິວອັກເສບ

ສິວບໍ່ໄດ້ມີ ສິວຫົວຊ້າງ ສິວຫົວດຳ ສິວຫົວຂາວ …

[ ສິວສ້ຽນ ແລະ ສິວອຸດຕັນ ] ຄືສິວທີ່ຢູ່ຕາມດັງ ເຊີ່ງເກີດຈາກ ການອຸດຕັນຮູຂຸມຂົນເຊັ່ນ: ຂີ້ຝຸ່ນ ຄວັນ ແດດ ແລະ ມົນລະພາວະຕ່າງ ເຮັດໃຫ້ນ້ຳມັນບໍ່ສາມາດຖ່າຍເທອອກມາໄດ້ເລີຍເກີດມີຄຳວ່າສິວສ້ຽນ

[ ສິວອັກເສບ ] ເກີດຈາກການແຕກຕົວຂອງກ້ອນໄຂມັນ ຫຼື ສິວອຸດຕັນ ທີ່ອຸດຕັນຮູຂຸມຂົນ ຍ້ອນການໄປກົດ ສຳຜັດ ມົນລະພາວະ ຫຼື ເພາະວ່າມືຄົນເຮົາໄປຈັບພຸ້ນພີ້ນີ້ນັ້ນເຮັດໃຫ້ມືບໍ່ສະອາດແລ້ວມາບີບ ສຳຜັດກັບສິວເຊີ່ງມັນຈະນຳ ເຊື້ອ P-Acne ມາເພີ່ມ ແລ້ວສິວກໍ່ແຕກ”ປັງ” ເປັນຫົວແດງໆ ຫຼື ຄົນລາວມັກກເອີ້ນກັນວ່າ ສິວຫົວຊ້າງ

ນອກຈາກນັ້ນຍັງມີອີກຫຼາຍປັດໃຈທີ່ກໍ່ໃຫ້ເກີດສິວ ເຊັ່ນ ຮໍໂມນ , ການທຳຄວາມສະອາດ , ການບໍ່ໄດ້ຮັບການພັກຜ່ອນພຽງພໍ , ຄວາມຜິດປົກກກະຕິຂອງຈ່ອມໄຊມັນ ແລະ ອື່ນໆ

* ວິທີຮັກສາແລະປ້ອງກັນ

ຄວນເລືອກໃຊ້ຜະລິດຕະພັນທີ່ມີສ່ວນປະສອບຂອງ BHA , AHA , Tree Tea Oil , Vitamin C , Beta-Glucan ,…

ຄວນໃຊ້ຜະລິດຕະພັນກັນແດດຢ່າງເປັນປະຈຳ

[ຫຼັກການໃຊ້ ຫຼື ລ້ຽງລຳດັບການໃຊ້ຜະລິດຕະພັນ]

ໂຟມລ້າງໜ້າ(ສຳຄັນທີ່ສຸດ)
ເອສເຊັນບຳລຸງ ຫຼື ໂທນເນີ
ຄີມແຕ້ທສະເພາະຈຸດ ແລະ ຄີມແຕ້ມສິວ
ຄີມບຳລຸງຜິວ
ຄີມກັນແດດ
Make Up

[ຮູ້ແລ້ວກໍ່ຄວນປະຕິບັດເດີ]

ທີ່ມາhttp://www.deklao.com

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...