ຮັກໃສໃສ…ຫົວໃຈມັດທະຍົມ ຕອນທີ 20

ຕອນທີ 20 ອຶດອັດໃຈ (ຕໍ່)

ທີ່ຫ້ອງຮຽນວັນນີ້ມາລີໄດ້ນຳປື້ມ 4 ຫົວ ເຊິ່ງເປັນວິຊາຮຽນວັນນີ້ໄປວາງໄວ້ໜ້າໂຕະຂອງໂທນີ ແຕ່ກ່ອນຈະໄປມາລີມີເລື່ອງຄ້າງຄາໃຈຖາມມາລີກ່ອນກັບໄປນັ່ງບ່ອນ
ມາລີ: ມື້ຄືນນີ້ເຫັນເຈົ້າກັບລຸງຂັບລົດອອກໄປຈາກເຮືອນພ້ອມກັບຄົນ…
ໂທນີ: ໄປສົ່ງນາງ
ມາລີ: ແລ້ວ…
ໂທນີ: ແລ້ວກໍ່ກັບມາເຮືອນ ບໍ່ມີຫຍັງຕໍ່
ມາລີຍັງມີທ່າທາງຢາກຮູ້ເພີ່ມແຕ່ບໍ່ກ້າຖາມຕົງໆ: ແລ້ວ…
ໂທນີ: ນາງມີຊື່ວ່າສີດາເປັນຄົນຫຼວງພະບາງ, ຂ້ອຍກັບລາວເຄີຍຮູ້ຈັກກັນຕອນຮຽນ ມໍຕົ້ນ, ເຄີຍຮຽນໂຮງຮຽນດຽວກັນ ພໍ່ແມ່ຂ້ອຍຮັກແພງກັບພໍ່ແມ່ຂອງລາວ, ລາວລົງມາທ່ຽວວຽງອາໃສຢູ່ກັບພີ່ນ້ອງແຖວທົ່ງຂັນຄຳ ເມື່ອວານລາວມາພໍ່ກັບແມ່ຂ້ອຍ ແລະ ກິນເຂົ້າຢູ່ເຮືອນນຳ ນາງລົມກັບແມ່ຂ້ອຍຈົນເດິກ ພໍ່ໃຫ້ຂ້ອຍຂຶ້ນລົດໄປສົ່ງລາວຢູ່ເຮືອນເພື່ອນທ່ານ ເພາະຕອນຂາກັບຈະໄດ້ມີຄົນລົມນຳຂ້ອຍເລີຍໄດ້ຂຶ້ນລົດໄປພ້ອມເພິ່ນ! ຈົບບໍ່
ມາລີເຖິງກັບອ້າປາກຄ້າງແລ້ວຄິດໃນໃຈ (ກໍ່ຫຼິ້ນເລົ່າລະອຽດຂະໜາດນີ້ເອົາແບບເຮົາໄປຕໍ່ບໍ່ເປັນເລີຍ): ແຮ້…! ບໍ່ເຫັນສິຢາກຮູ້ເລື່ອງເລີຍ
ມາລີຕີນຽນຍ່າງກັບໄປນັ່ງທີ່ບ່ອນນັ່ງ
ໂທນີຄິດໃນໃຈ (ແລ້ວເປັນຫຍັງເຮົາຕ້ອງອະທິບາຍເລື່ອງນີ້ໃຫ້ນາງຮູ້ນຳ)
ແລ້ວເພື່ອນຮັກທັງສອງກໍ່ຍ່າງເຂົ້າມາໃນຫ້ອງພ້ອມກັນ ພວກເຂົາກໍ່ມານັ່ງທີ່ບ່ອນນັ່ງຕາມປົກກະຕິ
ການທີ່ນອນບໍ່ຫຼັບທັງຄືນເຮັັດໃຫ້ມາລີມາໂຮງຮຽນໂດຍສະພາບຂອບຕາດຳ ມາລີໃນຂະນະທີ່ກຳລັງນອນໝູບລົງໜ້າໂຕະຢູ່ນັ້ນ
ອັກສອນເຄ່ະໂຕະ: ເກັບເງິນຄັງຫ້ອງ
ມາລີເງີຍໜ້າຂຶ້ນມາເບິ່ງໜ້າອັກສອນ ແລະ ກຳລັງຈະຈົກເງິນຈາກກະເປົາຂຶ້ນມາໃຫ້ອັກສອນໃນຈຳນວນເງິນ 5,000 ແຕ່ມັງກອນທີ່ນັ່ງຢູ່ດ້ານຫຼັງເອົາເງິນຍື່ນໃຫ້ອັກສອນໃບ 10,000ກີບ
ມັງກອນ: ອັກສອນນີ້ເງິນຄັງຫ້ອງຂອງຂ້ອຍກັບມາລີ
ເກສອນເລິກໆແລ້ວແອບນ້ອຍໃຈໃຫ້ມັງກອນ ເພາະຈ່າຍໃຫ້ແຕ່ມາລີບໍ່ຈ່າຍໃຫ້ໂຕເອງພ້ອມ
ມາລີເອົາເງິນ 5 ພັນກີບວາງໄວ້ຕໍ່ໜ້າມັງກອນ: ເອົາໄປ
ມັງກອນຮັບເງິນ 5 ພັນທີ່ມາລີມາໄວ້ທີ່ໂຕະສົ່ງຄືນໃຫ້ແຕ່ມາລີບໍ່ຍອມເອົາຄືນ ທັງສອງຖຽງກັນໄປຖຽງກັນມາເລື່ອງເງິນ 5 ພັນ ແລ້ວທ້າວ ສົມປອງ ເພື່ອນນັກຮຽນທີ່ນັ່ງຂ້າງໆກັບມັງກອນເລີຍເວົ້າຂຶ້ນວ່າ
ສົມປອງ: ຢ່າຖຽງກັນເລື່ອງເງິນ! ຖ້າບໍ່ມີໃຜເອົາຖົງເຮົາຍັງວ່າງ
ມັງກອນ ແລະ ມາລີໄດ້ເບິ່ງໜ້າສົມປອງແລ້ວເວົ້າຂຶ້ນພ້ອມກັນ: ຫຍຸ້ງ
ໂທນີແນມເບິ່ງມາລີຈາກທາງດ້ານຫຼັງຈົນເຖິງກັບແກ່ວງຫົວ
ເພື່ອບໍ່ໃຫ້ມາລີອຶດອັດໃຈມັງກອນກໍ່ເລີຍເກັບເງິນ 5 ພັນຂອງມາລີໄວ້
ຫຼັງຊົ່ວໂມງພາສາອັງກິດ ຊ່ວງໂມງພັກຜ່ອນ ສອນໄຊໄດ້ມາຫາໂທນີທີ່ຫ້ອງ
ສອນໄຊ: ເຮີ້ຍ! ມື້ແລງລວມຕົວບຸກດ່ານ
ໂທນີ: ໄດ້ຕວະ! ອອນເວລາເກົ່າ
ສອນໄຊ: ເອີ້! ວານນີ້ມີສາວມາຫາໂຕຜູ້ງາມຂະໜາດ! ເປັນໃຜໝູ່ ຫຼື ຜູ້ສາວໂຕ
ໂທນີ: ຄົນເຄີຍຮູ້ຈັກ
ສອນໄຊ: ເບິ່ງສະໜິດປານນັ້ນມັນຫຼາຍກວ່າຄົນຮູ້ຈັກຕີ້
ໂທນີ: ໝູ່ກັນ
ສອນໄຊ: ລາວມີແຟນລະຫວາ! ຕິດຕໍ່ໃຫ້ແນ່ແມະ
ໂທນີ: ບໍ່ຮູ້ຄືກັນ ບໍ່ໄດ້ຕິດຕໍ່ລາວດົນແລ້ວ
ສອນໄຊ: ເດິ! ຖ້າລາວຍັງບໍ່ມີແຟນຢ່າລືມແນະນຳເຮົາໃຫ້ລາວຮູ້ຈັກແນ່ເດີ້
ໂທນີ: ທາງທີ່ດີເພິ່ນຢ່າເສຍເວລາກັບເລື່ອງພວກນີ້ດີກວ່າ ໃກ້ສິເສັງຈົບຊັ້ນແລ້ວເອົາເວລາໄປຄິດເລື່ອງຮຽນເລື່ອງເສັງດີກວ່າ
ສອນໄຊ: ເລື່ອງຮຽນກໍ່ສຳຄັນ ແຕ່ເລື່ອງຮັກກໍ່ຄວນມີ ຄືຄຳສຸພາສິດທີ່ວ່າ “ຍາມຮຽນຢ່າຮຽນຮັກ ຄິດຄັກໆທັງຮັກທັງຮຽນ”
ໂທນີເຖິງກັບຖອນຫາຍໃຈແກວ່ງຫົວກັບຄຳສຸພາສິດຂອງສອນໄຊ

ໂທນີກັບມາຈາກໂຮງຮຽນກໍ່ພົບກັບສີດາທີ່ເຮືອນຂອງເຂົາແລ້ວ ສີດາມາຮຽນເຮັດຂະໜົມກັບແມ່ເມສາ ເມື່ອສີດາໄດ້ຍິນສຽງໂທນີກັບມາຮອດເຮືອນແລ້ວນາງຈິ່ງຖືຖາດຂະໜົມທີ່ອົບສຸກແລ້ວອອກມາຕ້ອນຮັບໂທນີດ້ວຍສີໜ້າຍິ້ມແຍ້ມ ແຕ່ຜິດກັບໂທນີທີ່ມີສີໜ້າຕົກໃຈເລັກນ້ອຍເມື່ອເຫັນສີດາຢູ່ເຮືອນຂອງຕົນ
ສີດາ: ກັບມາແລ້ວຫວາ! ຂະໜົມສຸກພໍດີ! ເພິ່ນໄປລ້າງມືລະມາລອງຊິມຂະໜົມເຂົາເຮັດເບິ່ງແມະ! ເຂົາຢາກຮູ້ວ່າມັນຈະມີຣົດຊາດເປັນແນວໃດ
ແມ່ເມສາຍ່າງອອກມາຈາກເຮືອນຄົວເມື່ອເຫັນລູກຊາຍກໍ່ທັກທາຍດ້ວຍສີໜ້າຍິ້ມແຍ້ມ: ໂທນີລູກມາລອງຊິມຂະໜົມທີ່ສີດາເຮັດລອງເບິ່ງແມະ ແມ່ວ່າສີມືບໍ່ທຳມະດາເລີຍມາຮຽນເຮັດຄັ້ງທຳອິດກໍ່ເຮັດອອກມາໄດ້ດີພໍສົມຄວນ ຖືວ່າເກັ່ງຫຼາຍ
ສີດາຍິ້ມດ້ວຍຄວາມດີໃຈ: ຍ້ອນປ້າສອນອະທິບາຍງ່າຍຫຼານກໍ່ເລີຍເຂົ້າໃຈ
ຍ້ອນເກງໃຈຄຳຊວນຂອງແມ່ ແລະ ສີດາ ໂທນີເລີຍຈັບຂະໜົມຈາກຈານມາຊິມໜຶງກ້ອນ
ສີດາຖາມດ້ວຍສີໜ້າລຸ້ນ: ເປັນແນວໃດ
ໂທນີຕອບໜ້າເສີຍໆ: ກໍ່ໂອເຄ
ຈາກນັ້ນໂທນີກໍ່ຍ່າງຂຶ້ນຫ້ອງນອນຂອງເຂົາໄປ
ສີດາ: ໂທນີຄືກິນໜ້ອຍແທ້! ຫາກໍ່ກິນໄປພຽງອັນດຽວໜຶ່ງ
ແມ່ເມສາ: ສົງໃສອ້າຍຍັງຮູ້ສຶກໜຽວໂຕເລີຍຂຶ້ນໄປອາບນ້ຳປ່ຽນເຄື່ອງກ່ອນແລ້ວຈິ່ງກັບລົງມາກິນຂະໜົມອີກເທື່ອໜຶ່ງ
ສີດາເຮັດໜ້າເຊັງໆເຖິງຮູ້ສຶກບໍ່ພໍໃຈໃຫ້ໂທນີທີ່ບໍ່ຍອມຢູ່ກິນຂະໜົມເປັນເພື່ອນຕົນເອງ ແຕ່ກໍ່ຕ້ອງຂົ່ມໃຈໄວ້ບໍ່ໃຫ້ໃຜຮູ້ຄວາມເອົາແຕ່ໃຈຂອງຕົວເອງ

ມາລີບໍ່ຮູ້ວ່າວັນນີ້ສີດາຈະມາທີ່ເຮືອນຂອງໂທນີອີກຄັ້ງ ນາງນຳປື້ມພາສາອັງກິດມາໃຫ້ໂທນີຊ່ວຍແປ ເພາະວັນນີ້ກ່່ອນເລີກຮຽນຄຸໄດ້ຝາກໄວ້ບ້ານໄວ້ ເມື່ອມາລີກ້າວຂາເຂົ້າມາໃນເຮືອນນາງເຮັດສີດານັ່ງຢູດ້ານໃນມາລີເຖິງກັບອຶ້ງ ແລະ ຄິດໃນໃຈ
ມາລີຄິດໃຈໃນ (ນາງມາອີກແລ້ວຫວະນິ)
ສີດາເຫັນມາລີກໍ່ອຶ້ງຄືກັນແຕ່ເອີ່ຍຖາມມາລີດ້ວຍສີໜ້າບໍ່ຄ່ອຍພໍໃຈປານໃດ: ມາເຮັດຫຍັງ
ມາລີ: ແລ້ວເຈົ້າມາເຮັດຫຍັງ
ສີດາ: ຂ້ອຍມາຮຽນເຮັດຂະໜົມກັບປ້າເມສາ
ແມ່ຂອງໂທນີມາພົບມາລີກໍ່ຍ່າງມາຕ້ອນຮັບ ແລະ ພາມາລີເຂົ້າມານັ່ງລົງຂ້າງໆສີດາ
ແມ່ເມສາ: ມາລີກິນຂະໜົມນີ້ກ່ອນ! ມາຫາອ້າຍໂທນີຫວາ! ອ້າຍຂຶ້ນໄປອາບນ້ຳດຽວກໍ່ລົງມາ
ມາລີບໍ່ຮູ້ວ່າຂະໜົມນັ້ນເປັນສີມືຂອງສີດາເຮັດກໍ່ເລີຍຈັບຂຶ້ນມາກິນໜຶ່ງອັນ
ມາລີຈັບຂະໜົມຂຶ້ນມາກິນ: ກຳລັງຫິວພໍດີ
ສີດາຮູ້ສຶກບໍ່ພໍໃຈທີ່ມາລີກິນຂະໜົມຂອງຕົນເອງ
ໃນຂະນະທີ່ມາລີກຳລັງກິນຂະໜົມຍັງບໍ່ທັນໝົດອັນແມ່ເມສາກໍ່ເວົ້າຂຶ້ນ: ເປັນສີມືຂອງສີດາເຮັດໃດ໋ນິ! ສີດາມາຮຽນເຮັດຂະໜົມກັບແມ່ຣົດຊາດເປັນແນວມດແຊບບໍ່
ມາລີເມື່ອໄດ້ຍິນວ່າຂະໜົມນີ້ເປັນຂອງສີດາເຮັດເທົ່ານັ້ນລ່ະຢູ່ດີໆຂະໜົມກໍ່ເກີດຕິດຄໍຈົນແມ່ເມສາເອົານ້ຳໃຫ້ດື່ມ ຄວາມຄິດຂອງມາລີຕອນນັ້ນຄືແບບຢາກຈົກຄໍຮາກອອກມາທັນທີ ແຕ່ເພື່ອບໍ່ເປັນການເສຍມາລະຍາດມາລີເລີຍຂົ່ມໃຈຕອບໄປວ່າ
ມາລີ: ກະໃຄກວ່າໄມ່ດີດປາກໜ່ອຍໜຶ່ງ
ສີດາເບິ່ງໜ້າມາລີດ້ວຍທ່າທາງບໍ່ພໍໃຈກັບຄຳວິຈານນັ້ນຂອງມາລີ
ແມ່ເມສາ: ລູກກໍ່ເວົ້າເກີນໄປ! ແມ່ວ່າສຳລັບຄົນຮຽນເຮັດໃໝ່ຣົດຊາດໄດ້ຊ່ຳນີ້ມັນກໍ່ໂອເຄແລ້ວ
ເມື່ອໄດ້ຍິນແມ່ເມສາເວົ້າແບບນີ້ສີດາກໍ່ເລີຍຍິ້ມເຢີ້ຍມາລີ
ມາລີກໍ່ຮີບເວົ້າແກ້: ກໍ່ມາລີມັກຣົດຊາດອາຫານຂອງແມ່ເມສາ ກັບແມ່ມະລິທີ່ສຸດເລີຍເຮັດໃຫ້ຣົດຊາດອາຫານຂອງຄົນອື່ນເຮັດກາຍເປັນນຳລ້າງຈານໄປໝົດ
ແມ່ເມສາຫົວຂຶ້ນດ້ວຍຄວາມຖືກໃຈ: 555! ຊ່າງເວົ້າຊ່າງເຈລະຈາໃຫ້ຜູ້ເຖົ້າດີໃຈແທ້ໆລູກນິ! ເອ່…ແຕ່ວ່າໂທນີຄືນານລົງມາແທ້ລ່ະ! ດຽວແມ່ຂຶ້ນໄປນຳອ້າຍລົງມາໃຫ້ເດີ້
ໃນລະຫວ່າງທີ່ແມ່ເມສາຂຶ້ນໄປນຳໂທນີທີ່ຫ້ອງສອງສາວກໍ່ໄດ້ສົນທະນາກັນ ແຕ່ເບິ່ງທ່າທາງແລ້ວບໍ່ໜ້າຈະມິດປານໃດ
ມາລີແນມເບິ່ງປື້ມທີ່ມາລີຖືໃນມື: ວັນນີ້ຈະເອົາພາສາອັງກິດມາໃຫ້ໂທນີຊ່ວຍສອນວ່າຊັ້ນ! ເຈົ້ານີ້ຮ້າຍບໍ່ເບົາເນາະ ຫາຂໍ້ອ້າງມາຫາໂທນີໄດ້ຕະຫຼອດ! ເມື່ອວານກໍ່ທຳທ່າມາຢືມປື້ມຕັ້ງຫຼາຍເທື່ອ ຢາກໃກ້ຊິດໂທນີແຮງຈົນເຖິງຂັ້ນໃຊ້ແຜນຕື້ນໆແບບເດັກປະຖົມ
ມາລີຄິດໃນໃຈ (ອີນີ້! ຕົວເອງແຣດງຽບແລ້ວຍັງມີໜ້າມາເວົ້າໃຫ້ຄົນອື່ນອີກ): ກະແມ່ນຂ້ອຍຕ້ອງການຢູໃກ້ໂທນີ ກໍ່ເພາະວ່າຂ້ອຍມັກລາວ ແລະ ໂທນີກໍ່ຮູ້ຂໍ້ນີ້ດີ
ສີດາເບິ່ງໜ້າມາລີດ້ວຍສາຍຕາບໍ່ພໍໃຈແຕ່ກໍ່ຕ້ອງຂົ່ມໄວ້ແບບຜູ້ດີ: ແຕ່ທີ່ຮູ້ໆໂທນີຄົງບໍ່ເບິ່ງຜູ້ຍິງບ້ານໆແບບນີ້ແນ່ນອນ
ມາລີ: ເຈົ້າຮູ້ໄດ້ແນວໃດ! ເມື່ອກ່ອນຂ້ອຍບໍ່ຮູ້ວ່າໂທນີລາວຈະມັກແບບໃດ ແຕ່ເວລາປ່ຽນໃຈຄົນກໍ່ປ່ຽນແປງໄດ້ບໍ່ມີຍັງແນ່ນອນດອກ ບໍ່ແນ່ຕອນນີ້ເຂົາອາດປ່ຽນໃຈຢາກມາລອງກິນຂອງບ້ານໆແລ້ວກໍ່ໄດ້
ສີດາຍັງບໍ່ທັນໄດ້ຕອບໂຕ້ ໂທນີກໍ່ລົງມາຈາກຫ້ອງ
ໂທນີ: ມີວຽກຫຍັງມາລີ
ມາລີ: ໂທນີ! ວຽກບ້ານພາສາອັງກິດເຂົາເຮັດບໍ່ໄດ້! ພໍແຕ່ເປີດເບິ່ງກໍ່ I am ມືດຕຶບເລີຍ! ຊ່ວຍແນ່ດຸຫັ້ນ
ສີດາຂຳຂຶ້ນເລັກນ້ອຍ: ເບິ່ງຄົນທ່າທາງໂງ່ແບບນີ້! ກໍ່ບໍ່ໜ້າແປກໃຈດອກທີ່ຈະມືດຕຶບ
ໂທນີຫັນໄປເບິ່ງໜ້າສີດາ: ສີດາຢ່າເວົ້າໃຫ້ຄົນຮູ້ນ້ອຍເລີຍ! ມາລີຍ່າງນຳມາໄປໃນຫ້ອງ! ດຽວສິຊ່ວຍສອນ
ມາລີຍ່າງຂຶ້ນໄປໃນຫ້ອງກັບໂທນີແລ້ວຫັນກັບມາຍິ້ມໃຫ້ສີດາຢ່າງຜູ້ຊະນະ
ສີດາຄິດໃນໃຈ (ມາລີ! ອາດບໍ່ສະຫຼາດຫຼາຍ, ໜ້າບ້ານຂາສັ້ນໄປແນ່ຈັກໜ່ອຍ ແຕ່ເບິ່ງໆແລ້ວນາງກໍ່ເປັນຄົນຕະລົກ ແລະ ເປີດເຜີຍດີ)
ມາລີຍ່າງເຂົ້າມາໃນຫ້ອງຂອງໂທນີ ແລ້ວຍ່າງສຳຫຼວດໃນຫ້ອງຢ່າງສົນໃຈ ທັງຍ່າງສຳຫຼວດໄປແລະຄິດໃນໃຈໄປນຳ
ມາລີຄິດໃນໃຈ (ວ້າວ! ນີ້ມັນຄົງບໍ່ແມ່ນຄວາມຝັນແມ່ນບໍ່! ເປັນຫຍັງເຮົາຈິ່ງຮູ້ສຶກໃຈເຕັ້ນແຮງຂະໜາດນີ້ ນີ້ເປັນຄັ້ງທຳອິດທີ່ເຮົາໄດ້ເຂົ້າມາຢູ່ໃນຫ້ອງນອນຂອງໂທນີກັບໂທນີສອງຕໍ່ສອງ ໂອ້ມາຍກ໊ອດ! ອອກໄປກີ໊ດໜ້າລະບຽງກ່ອນຈັກບາດສິໄດ້ບໍ່ ຫຸຫຸຫຸ! ຫ້ອງໂທນີໂຄດດູດີສຸດໆ ເຄື່ອງຂອງທີ່ຢູ່ໃນຫ້ອງຄົມີລາຄາແພງບໍ່ໜ້ອຍ ແລະ ທີ່ສຳຄັນສະອາດກວ່າຫ້ອງນອນເຮົາອີກ ຄິດມາລະອາຍເດະ! ຜ້າປູບ່ອນເຄັ່ງຂະໜາດ ຫອມພ້ອມ! ຢາກລອງນອນເບິ່ງເດະເນາະວ່າມັນສິນຸ້ມຂະໜາດໃດ!​ອິອິອິ ຖ້າໄດ້ນອນກັບໂທນີສອງຕໍ່ສອງໃນຫ້ອງນີ້! ໂອ້ພຣະສົງ!ອີ່ພວງບໍ່ຢາກສິຄິດ) ມາລີຢືນເຮັດໜ້າເມີ່ລອຍໂດຍທີ່ມືລູບຕຽງນອນຂອງໂທນີໄປມາຢ່າງເຄີບເຄີ້ມ ໂທນີເຮັດແບບນີ້ແລ້ວເຂົ້າໃຈເລີຍວ່າມາລີກຳລັງມະໂນຝັນຢູ່ ດັ່ງນັ້ນໂທນີຈິ່ງຄິດຕະລົກຢາກແກ້ງມາລີ ໂທນີຄ່ອຍຍ່າງໄປໃກ້ໆມາລີແລ້ວຢູ້ມາລີລົງຕຽງຈາກນັ້ນກໍ່ເຮັດທຳທ່າໂນ້ມຕົວລົງໄປເຮັດຄືສິຈູບ ມາລີທັງຕົກໃຈທັງອາຍໜ້າແດງຫູແດງໄປໝົດ ຕອນນັ້ນຫົວໃຈມາລີເຕັ້ນແຮງຖ້າວັດອັດຕາການເຕັ້ນຂອງຫົວໃຈຄົງທະລຸ 200
ມາລີໃຊ້ມືດັນໂທນີທີ່ທຳທ່າກົ້ມລົງມາຈູບໄວ້ ແລະ ຄິດຢູ່ໃນໃຈ (ຕາຍແລ້ວອີມາລີ ເສືອປ່າໃນຄາບເຈົ້າຊາຍໄດ້ເຜີຍອອກມາແລ້ວເວິ້ຍເຮີ້ຍ ກະຕ່າຍນ້ອຍແບບເຮົາຈະເຊັດເສືອບໍ່ນໍ້ມື້ນິ ຖ້າຄືນນີ້ເຮົາມີຫຍັງກັນກັບໂທນີຈະແມ່ນໂຊກດີ ຫຼື ຊວຍກັນແທ້ນໍ້! ບໍ່ໄດ້ແບບນີ້ມັນບໍ່ດີເຮົາຍັງບໍ່ທັນຮຽນຈົບ ຍັງບໍ່ທັນໄດ້ຄົບກັນ ຜູ້ໃຫຍ່ຍັງບໍ່ທັນຮູ້ຈະປ່ອຍໃຫ້ເລື່ອງແບບນີ້ເກິດຂຶ້ນບໍ່ໄດ້)
ມາລີຫຼັບຕາເວົ້າດ້ວຍນ້ຳສຽງຈິງຈັງ: ໂທນີຫ້າມໃຈໄວ້ກ່ອນ ເຖິງເຮົາຈະຕ້ອງການພຽງໃດ ແຕ່ຖ້າເຮົາມີຫຍັງກັນຕອນນີ້ມັນຄົງບໍ່ດີ
ໂທນີຟັງມາລີເວົ້າແລ້ວກໍ່ຫົວຂຶ້ນຢ່າງແຮງ ໂທນີຮູ້ສຶກຕະລົກແຮງຈົນນອນຫົວກິ້ງໄປກິ້ງມາເທິງບ່ອນນອນ ມາລີລຸກຂຶ້ນຈາກບ່ອນນອນແລ້ວພ້ອມທັງເບິ່ງໜ້າໂທນີດ້ວຍຄວາມງົງ
ມາລີ: ໂທນີເພິ່ນຕະລົກຫຍັງຂະໜາດນັ້ນ
ໂທນີຢຸດຫົວສະອິກອ້ອຍແລ້ວດຶງສະຕິກັບມາ: ຫົວຄົນມະໂນໜັກ
ມາລີແຮງງົງຄັກ: ອ້າວ! ແລ້ວເມື່ອກີ້ນີ້
ໂທນີ: ຢອກ! ຢອກຊື່ໆ! ບໍ່ໄດ້ຄິດແທ້! ຢ່າບອກໃດ໋ວ່າເພິ່ນຄິດວ່າເຂົາຈະເຮັດເລື່ອງແບບນັ້ນແທ້
ມາລີໂມໂຫໃຫ້ໂທນີຈົນເຖິງຂັ້ນແລ່ນໄປຈັບເອົາໝອນຢູ່ເຖິງຫົວນອນດຶກໃສໂທນີ: ຄົນບ້າ! ກໍ່ຫຼິ້ນຄືປານນັ້ນໃຜສິບໍ່ຄິດ
ມາລີຟ້າວຍ່າງໄປນັ່ງທີ່ໂຕະຮຽນໜັງສືເພື່ອກົບເກື່ອນຄວາມອາຍພ້ອມທັງຄິດໃຈໃນ (ມາລີເອີ້ຍຍຍຍຍ! ມຶງບໍ່ໜ້າຄິດເລິກເລີຍ! ອາຍເຂົາບໍ່ລະບາດນິ)
ໂທນີຍ່າງມານັ່ງຂ້າງໆມາລີ ເຖິງຈະດຶງສະຕິກັບມາໄດ້ແຕ່ກໍ່ຍັງມີຫຼຸດຂຳເລັກນ້ອຍ
ໂທນີໄດ້ອະທິບາຍຫ່ຽວກັບບົດວຽກບ້ານໃຫ້ມາລີຟັງ: ນີ້ເປັນບົດສົນທະນາລະຫວ່າງ Josie ກັບ Camelia, Josie ຖາມວ່າ “What did you do yesterday?” ເຊິ່ງແປວ່າ “ມື້ວານນີ້ເຈົ້າເຮັດຫຍັງ” ຄຳວ່າ yesterday? ແປວ່າ “ມື້ວານ” ແລະ Camelia ກໍ່ຕອບກັບວ່າ “I watched football match with my boyfriend last night. It was Man U and Liverpool. And you?” ແປວ່າ: ຄືນວານນີ້ຂ້ອຍເບິ່ງເຕະບານກັບແຟນ ແມນຢູ ກັບລີເວີພູເຕະ ແລະ ເຈົ້າເດ?
ເມື່ອຮອດເວລາກິນອາຫານຄ່ຳແມ່ເມສາກໍ່ມາເຄາະປະຕູຫ້ອງເພື່ອເອີ້ນທັງສອງລົງໄປກິນເຂົ້າ
ໂທນີ: ມາລີເຈົ້າລົງໄປກິນເຂົ້າກ່ອນ ຂ້ອຍຍັງບໍ່ຢາກເທື່ອ
ມາລີ: ຂ້ອຍກໍ່ຍັງບໍ່ຢາກຄືກັນ! ກຳລັງຮຽນມ່ວນໆເລີຍຢາກຮຽນຕໍ່ຫຼາຍກວ່າ
ໂທນີ: ແມ່ກິນເຂົ້າກັບພໍ່ໂລດເດີ້ລູກກັບມາລີຍັງບໍ່ທັນຢາກເທື່ອ
ແມ່ເມສາ: ໂອເຄ! ແມ່ຈະຈົ່ງຂອງກິນໄວ້ໃຫ້ພວກລູກເດີ້! ໄວ້ຫິວລະພາກັນລົງມາກິນ
ເມື່ອແທ່ໂທນີຈາກໄປ ທັງສອງກໍ່ເຂົ້າມາສູ່ໝວດການຄົ້ນຄວ້າບົດຮຽນອີກຄັ້ງ
ໂທນີ: ຍັງມີເວລາເຫຼືອອີກ 30 ນາທີ ຂ້ອຍຈະອະທິບາຍກ່ຽວກັບ ກິລິຍາ 3 ຊ່ອງ ໃຫ້ເຈົ້າເພີ່ມເຕີມ
ມາລີ: ທີ່ວ່າເຫຼືອອີກ 30 ນາທີ ນີ້ເພິ່ນຈໄປໃສຫຼັງຈາກໝົດເວລາ 30 ນາທີໄປແລ້ວ! ຈະໄປສົ່ງນາງຫວະ
ໂທນີ: ຂ້ອຍມີນັດລວມທີມບຸກດ່ານກັບສອນໄຊ! ສ່ວນເລື່ອງສົ່ງສີດານັ້ນກໍ່ອາດຈະ ຖ້າພໍ່ຊວນໄປກໍ່ຄົງຈະໄດ້ໄປ ແຕ່ຄິດວ່າຄົງຈະບໍ່ໄດ້ໄປສົ່ງນາງດອກ ເພາະເວລາຂ້ອຍເຂົ້າເກມແລ້ວຫາກຍັງເຮັດພາລະກິດບໍ່ສຳເລັດຂ້ອຍຈະອອກບໍ່ໄດ້
ມາລີ: ອໍ
ໃນຂະນະທີ່ມາລີຕັ້ງໃຈຫາຄຳຕອບ ແລະ ຟັງຄຳອະທິບາຍນັ້ນ ໂທນີກໍ່ແອບເບິ່ງມາລີຢູ່ເລື່ອຍໆໂດຍທີ່ມາລີບໍ່ຮູ້ສຶກຕົວ
ມາລິ: ຂອບໃຈເດີ້ ທີ່ຊ່ວຍແປພາສາ ແລະ ກໍ່ສອນເຂົາເລື່ອງກິລິຍາ 3 ຊ່ອງ
ໂທນີ: ອື
ມາລີ: ໂທນີ! ກ່ອນຈະໄປເຂົາມີບາງຄຳຈະເວົ້າກັບເພິ່ນ
ໂທນີ: ວ່າ…
ມາລີເວົ້າພ້ອມປະກອບທ່າທາງ: ຖ້າ A ຢູ່ຂ້າງ B ເພາະສະນັ້ນ me ກໍ່ I love u! ແຮ້
ໂທນີປິດບັງຄວາມເຂີນໃນໃຈໂດຍການນຽນເຮັດໜ້ານິ້ງສູ້
ມາລີຈ້ອງເບິ່ງໜ້າມາລີດ້ວຍຄວາມແປກໃຈ
ມາລີ: ອ່ະ ນິ້ງ!ນິ້ງ! ເວົ້າຮອດຂະໜາດນີ້ບໍ່ອິນ! ບໍ່ຟິນ! ຕາຍແລ້ວ (ສຽງສູງ)!
ໂທນີ: ບໍ່ຂຳ! ໝົດເວລາແລ້ວເກັບປື້ມລ່ະອອກໄປຈາກຫ້ອງຂ້ອຍໄດ້ແລ້ວ
ຫຼັງຈາກມາລີອອກຈາກຫ້ອງໂທນີຈິ່ງໄດ້ສະແດງອາການເຂີນ ທັງດີໃຈອອກມາຄົນດ?ວໃນຫ້ອງນອນ ພ້ອມທັງເວົ້າວ່າ: ຄົນປະສາດ! ຫຼິ້ນແບບນີ້ກະໄດ້ເນາະ ແຕ່…ກໍ່ໜ້າຮັກດີ
ມາລີລົງມາຈາກຫ້ອງໂທນີກໍ່ບໍ່ເຫັນສີດາຢູ່ເຮືອນແລ້ວ ແມ່ເມສາບອກວ່າສີດາໃຫ້ຄົນທີ່ບ້ານຂອງນາງມາຮັບກັບໄປຕັ້ງແຕ່ດົນແລ້ວ
ມາລີຈິ່ງໄດ້ກັບເຮືອນດ້ວຍຄວາມສະບາຍໃຈ ຄືນນີ້ຫຼັບຝັນດີມີຄວາມສຸກເກີນຄຳບັນຍາຍ