spot_img
Homeພາສາລາວຄວາມຫມາຍຂອງຄຳວ່າ ບ້ານ ແລະ ຄຳວ່າ ເຮືອນ

ຄວາມຫມາຍຂອງຄຳວ່າ ບ້ານ ແລະ ຄຳວ່າ ເຮືອນ

Published on

ດີໃຈທີ່ເຫັນນ້ອງໆບໍ່ວ່າຍິງ ແລະ ຊາຍ ຕ່າງກໍ່ນິຍົມກັນນຸ່ງເສື້ອທີ່ມີຮູບທຸງຊາດ ແລະ ບາງຄົນກໍ່ມີຂໍ້ຄວາມວ່າ ຂ້ອຍຮັກປະເທດລາວ… ຄົງຈະດີຫລາຍຖ້າເຮົາໃຊ້ພາສາລາວໃຫ້ຖືກຕ້ອງຄູ່ໄປນໍາ. ເຮົາຕ້ອງຍອມຮັບວ່າສັງຄົມລາວເຮົາໄດ້ຮັບອິດທິພົນຈາກປະເທດເພື່ອນບ້ານຫລາຍ ຈົນພາສາເຂົາໄດ້ຊຶມເຂົ້າໃນສະຫມອງຄົນລາວ ແລະ ເປັນທີ່ຍອມຮັບກັນໄປໃນຕົວ ບາງເທື່ອເວລາມີຄົນມາທ້ວງຕິງກໍ່ມີການຖົກຖຽງກັນເກີດຂຶ້ນກໍ່ມີ. ຂພຈ ບໍ່ຖຽງຈັກຄວາມເວລານ້ອງໆເວົ້າພາສາອັງກິດບໍ່ເກັ່ງທີ່ບອກວ່າ ຊ່າງມັນເທາະບໍ່ແມ່ນພາສາແມ່ເຮົາ! ແຕ່ຂພຈ ຂ້ອງໃຈເວລາໃຊ້ພາສາແມ່ເຮົາບໍ່ຖືກນີ້ນາ.
ຢາກຍົກຄຳເວົ້າທີ່ສັບສົນລະຫວ່າງພາສາລາວ ກັບພາສາໄທ ໃຫ້ເຂົ້າໃຈວ່າພາສາລາວແທ້ແມ່ນແນວໃດ
ຄຳວ່າ “ບ້ານ” ແມ່ນຊຸມຊົນທີ່ມີຫລາຍຫລັງຄາເຮືອນຢູ່ຮວມກັນ ມີອຳນາດການປົກຄອງຢ່າງດີ ອັນນີ້ແມ່ນບ້ານ.
ສ່ວນຄຳວ່າ ເຮືອນ ແມ່ນເຄຫະສະຖານ ສິ່ງປຸກສ້າງເພື່ອຢູ່ອາໄສ ອັນນີ້ເອີ້ນວ່າເຮືອນ. ຢ່າໄປສັບສົນກັບພາສາໄທທີ່ໃຊ້ຄຳວ່າບ້ານ ເຊິ່ງກົງກັບຄຳວ່າເຮືອນໃນພາສາລາວ. ຍັງເຫັນບາງຄົນລົງປະກາດຂາຍບ້ານ…ກໍ່ເລີຍນຶກໃນໃຈວ່າ ເພິ່ນຈະອະນຸຍາດໃຫ້ຂາຍບໍ ຂາຍບ້ານ?

ທີ່ມາ www.facebook.com/phasalao

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...