spot_img
Homeນານາສາລະຄວາມຈິງຂອງແປ້ງນົວຖືກເປີດເຜີຍ

ຄວາມຈິງຂອງແປ້ງນົວຖືກເປີດເຜີຍ

Published on

ຈາກຄວາມເຊື່ອທີ່ເຮົາເຄີຍໄດ້ຍິນຜ່ານມາວ່າການກິນແປ້ງນົວຫຼາຍນັ້ນຈະເຮັດໃຫ້ເຮົາຜົມຫຼົ່ນ ຖ້າອັນຕະລາຍຫຼາຍປານນັ້ນເປັນຫຍັງແປ້ງນົວຈຶ່ງເປັນສ່ວນປະກອບຂອງອາຫານຫຼາຍໆຊະນິດທີຂາຍຢູ່ຕາມຕະຫຼາດ ເພາະສະນັ້ນມື້ນີ້ເຮົາມາເບິ່ງຄໍາຕອບກັນເລີຍ

ກ່ອນອື່ນເຮົາມາຮູ້ຈັກກັບແປ້ງນົວກັນກ່ອນດີກວ່າແມ່ນຫຍັງ?
ແປ້ງນົວ ຫຼື ເອີ້ນອີກຢ່າງໜຶ່ງວ່າ ໂມໂນໂຊດຽມກູຕາເມທ (MSG) ເຊິ່ງປະກອບໄປດ້ວຍເກືອ, ກົດອະມິໂນຊະນິດໜຶ່ງ ແປ້ງນົວແມ່ນໄດ້ມາຈາກການໝັກກາກນໍ້າຕານຈາກອ້ອຍ ຫຼື ນໍ້າຕານຈາກແປ້ງມັນຕົ້ນເຊິ່ງເປັນວັດຖຸດິບຈາກທໍາມະຊາດ ເຊິ່ງມັນສາມາດລະລາຍນໍ້າໄດ້ງ່າຍ ແລະ ເຂົ້າກັບອາຫານທຸກຊະນິດ. ແປ້ງນົວຖືເປັນສິ່ງທີ່ນິຍົມກັນຫຼາຍທີ່ຊ່ວຍເຮັດໃຫ້ອາຫານຂອງເຮົານັ້ນມີລົດຊາດທີ່ແຊບຂື້ນ.
ກິນແປ້ງນົວຫຼາຍເຮັດໃຫ້ຜົມຫຼົ່ນແທ້ບໍ່?
ການກິນແປ້ງນົວຫຼາຍນັ້ນບໍ່ໄດ້ເຮັດໃຫ້ຜົມຫຼົ່ນແຕ່ຢ່າງໃດ ໂດຍຍັງບໍ່ມີບົດວິໄຈທີ່ບົ່ງບອກວ່າກິນແປ້ງນົວແລ້ວຜົມຫຼົ່ນ ແຕ່ທີ່ຈິງແລ້ວຜົມຫຼົ່ນແມ່ນເກີດຈາກຄວາມຜິດປົກກະຕິຂອງໜັງຫົວ ແລະ ເສັ້ນຜົມເອງ.
ເຖິງແມ່ນວ່າແປ້ງນົວຈະບໍ່ມີຜົນທີ່ຈະເຮັດໃຫ້ຜົມຫຼົ່ນແຕ່ມັນກໍຍັງມີຜົນເສຍ ແລະ ຜົນດີບາງປະການເຊັ່ນ:

ຜົນເສຍ: ເຮັດໃຫ້ຄໍແຫ້ງຢາກກິນນໍ້າ, ມີອາການແພ້ແປ້ງນົວ, ເຮັດໃຫ້ເກີດຫອບຫືດ ແລະ ເຈັບຫົວໄມເກນ, ທໍາລາຍສະໝອງສ່ວນຄວບຄຸມການຈະເລີນເຕີບໃຫຍ່, ທໍາລາຍລະບົບສືບພັນ, ລະບົບປະສາດຕາ ແລະ ຍັງອາດເປັນສາເຫດຂອງການເກີດໂລກມະເຮັງ.

ຜົນດີ: ມັນຈະຊ່ວຍເຮັດໃຫ້ກະເພາະເກີດມີການກະຕຸ້ນການຢາກອາຫານ, ເຮັດໃຫ້ຕ່ອມນໍ້າລາຍດີຂື້ນ ແຕ່ທັງນີ້ແຕ່ຄວນຮັບປະທານໃນປະລິມານທີ່ພໍເໝາະພໍດີເດີ້.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...