ຄວາມຂັດແຍ່ງຣັດເຊຍ-ຢູເຄຣນຈະເຮັດໃຫ້ການເຕີບໂຕຂອງເສດຖະກິດໂລກຫຼຸດລົງ 1% ໃນປີນີ້

0
979

ວິກິດໃນຢູເຄຣນອາດຈະເຮັດໃຫ້ການເຕີບໂຕຂອງເສດຖະກິດໂລກຫຼຸດລົງຫຼາຍກວ່າ 1% ໃນປີນີ້ ແລະ ເພີ່ມອັດຕາເງິນເຟີ້ 2% ແລະ 2.5%, OECD ຄາດຄະເນໃນວັນພະຫັດ ໂດຍຮຽກຮ້ອງໃຫ້້ມີການປັບຂື້ນການໃຊ້ຈ່າຍຂອງລັດຖະບານຕາມເປົ້າໝາຍເພື່ອຕອບໂຕ້.

ອົງການເພື່ອຄວາມຮ່ວມມື ແລະ ການພັດທະນາເສດຖະກິດກ່າວວ່າ, ການເພີ່ມຂຶ້ນຂອງການໃຊ້ຈ່າຍຂອງລັດຖະບານໂດຍບັນດາປະເທດ OECD ໃນລະດັບ 0.5% ຂອງ GDP ສາມາດຫຼຸດຜ່ອນຜົນກະທົບທາງເສດຖະກິດຂອງສົງຄາມໄດ້ປະມານເຄິ່ງໜຶ່ງ ໂດຍບໍ່ໄດ້ເພີ່ມອັດຕາເງິນເຟີ້ຢ່າງຫຼວງຫຼາຍ.

OECD ຄາດຄະເນໃນການວິເຄາະຜົນກະທົບທາງເສດຖະກິດຈາກສົງຄາມວ່າ ເນື່ອງຈາກເອີຣົບຕ້ອງອາໄສການນຳເຂົ້າພະລັງງານຂອງຣັດເຊຍຢ່າງຫຼວງຫຼາຍ, ຜົນກະທົບຈາກສົງຄາມຕໍ່ເສດຖະກິດເຂດເອີຣົບອາດຈະສູງເຖິງ 1.4% ໃນຂະນະທີ່ອາເມຣິກາມີປະມານ 0.9%.

ເຖິງແມ່ນວ່າຣັດເຊຍ ແລະ ຢູເຄຣນມີພຽງ GDP 2% ທົ່ວໂລກ, ແຕ່ກໍ່ສົ່ງຜົນກະທົບຢ່າງຫຼວງຫຼາຍຕໍ່ຕະຫຼາດພະລັງງານ ແລະ ສິນຄ້າບໍລິໂພກໃນຖານະເປັນຜູ້ຜະລິດວັດຖຸດິບລາຍໃຫຍ່ທີ່ໃຊ້ໃນທຸກຢ່າງ ຕັ້ງແຕ່ເຄື່ອງຟອກໄອເສຍສໍາລັບລົດໃຫຍ່ໄປຈົນເຖິງປຸ໋ຍ.
ເນື່ອງຈາກລາຄາພະລັງງານ ແລະ ລາຄາສິນຄ້າເພີ່ມຂຶ້ນສູງ ເຮັດໃຫ້ສ້າງຄວາມກົດດັນໃຫມ່ຕໍ່ອັດຕາເງິນເຟີ້ທີ່ເພີ່ມຂຶ້ນສູງ, OECD ກ່າວວ່າ ທະນາຄານກາງຄວນສຸມໃສ່ການເຮັດໃຫ້ນະໂຍບາຍການເງິນໃຫ້ເປັນປົກກະຕິ ເຖິງແມ່ນວ່າຈັງຫວະທີ່ຊ້າລົງຈະໄດ້ຮັບການຮັບປະກັນໃນບັນດາປະເທດທີ່ມີຜົນກະທົບທາງດ້ານເສດຖະກິດຈາກສົງຄາມຮ້າຍແຮງທີ່ສຸດ.