Homeຂ່າວຕ່າງປະເທດເສຍຊີວິດຄາແຖວຂະນະທີ່ຖ້າຊື້ນ້ຳມັນເຊື້ອໄຟ

ເສຍຊີວິດຄາແຖວຂະນະທີ່ຖ້າຊື້ນ້ຳມັນເຊື້ອໄຟ

Published on

ອີງຕາມການລາຍງານເພຈ໌ຂ່າວ Reuters ໄດ້ລາຍງານໃນວັນທີ 20 ມີນາ ໃຫ້ຮູ້ວ່າ: ໃນວັນອາທິດໄດ້ມີຜູ້ຊາຍສອງຄົນລົ້ມລົງ ແລະ ເສຍຊີວິດໃນຂະນະທີ່ລໍຖ້າຕໍ່ແຖວ ເພື່ອເຕີມນໍ້າມັນເຊື້ອໄຟທ່າມກາງລາຄາທີ່ເພີ່ມຂຶ້ນສູງ ເຊິ່ງນໍາໄປສູ່ອັດຕາເງິນເຟີ້ທີ່ສູງຂຶ້ນເປັນປະຫວັດຕິການ.

ທ່ານ ນາລິນ ທາດູວາ (Nalin Thalduwa) ໂຄສົກຕຳຫຼວດນະຄອນຫຼວງໂຄລອມໂບເປີດເຜີຍວ່າ: ຜູ້ຊາຍ ອາຍຸ 70 ປີ ໄດ້ເສຍຊີວິດ ໃນຂະນະທີ່ລໍຖ້າເຕີມນ້ຳມັນ ໃນສອງເຂດທີ່ແຕກຕ່າງກັນຂອງປະເທດ.

ທ່ານ ທາດູວາ ກ່າວວ່າ “ຜູ້ໜຶ່ງແມ່ນຄົນຂັບລົດສາມລໍ້ ອາຍຸ 70 ປີ ເປັນພະຍາດເບົາຫວານ ແລະ ຫົວໃຈ ໃນຂະນະທີ່ຄົນທີສອງ ອາຍຸ 72 ປີ, ທັງສອງໄດ້ຖ້າຄິວຢູ່ໃນແຖວປະມານ 4 ຊົ່ວໂມງເພື່ອເຕີມນ້ຳມັນເຊື້ອໄຟ.

ທ່ານ ອາໂຊກາ ແຣນວາລາ (Ashoka Ranwala) ປະທານສະຫະພັນພະນັກງານພີຣໂຕລຽມກ່າວວ່າ ໃນວັນອາທິດ ສີລັງກາໄດ້ໂຈະການດໍາເນີນງານຢູ່ໂຮງງານກັ່ນນໍ້າມັນພຽງແຕ່ແຫ່ງດຽວຫຼັງຈາກສະຕ໊ອກນ້ໍາມັນດິບຫມົດລົງ ແລະ ບໍ່ສາມາດຕິດຕໍ່ກະຊວງພະລັງງານໄດ້ໃນທັນທີເພື່ອຂໍຄວາມເຫັນ.

ການນຳໃຊ້ນ້ຳມັນກາຊວນເພີ່ມຂຶ້ນຫຼັງຈາກບັນດາຄອບຄົວທີ່ມີລາຍໄດ້ຕ່ຳເລີ່ມຫັນປ່ຽນຈາກການໃຊ້ແກສ໌ຫຸງຕົ້ມຍ້ອນການເພີ່ມຂຶ້ນຂອງລາຄາ. ສີລັງກາໄດ້ພະຍາຍາມຫາເງິນໂດລາເພື່ອຈ່າຍຄ່າຂົນສົ່ງນໍ້າມັນເຊື້ອໄຟທີ່ແພງຂຶ້ນເລື້ອຍໆນັບຕັ້ງແຕ່ເດືອນມັງກອນເປັນຕົ້ນມາ, ໂດຍຄັງສຳຮອງເງິນຕາຕ່າງປະເທດຫຼຸດລົງເຖິງ 2.31 ພັນລ້ານໂດລາສະຫະລັດໃນເດືອນກຸມພາ.

ໃນເດືອນກຸມພາ ອັດຕາເງິນເຟີ້ຂອງສີລັງກາ ໄດ້ບັນລຸເຖິງ 15.1%, ເຊິ່ງເປັນລະດັບສູງສຸດໃນອາຊີ, ໂດຍອັດຕາເງິນເຟີ້ດ້ານອາຫານເພີ່ມຂຶ້ນເຖິງ 25.7%, ຂໍ້ມູນຂອງຫຼ້າສຸດຂອງລັດຖະບານເປີດເຜີຍ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...