Homeຂ່າວພາຍ​ໃນລັດຖະມົນຕີ ອຄ ລົງຢ້ຽມຢາມໂຮງງານປຸງແຕ່ງນ້ຳມັນເຊື້ອໄຟຢູ່ແຂວງຊຽງຂວາງ

ລັດຖະມົນຕີ ອຄ ລົງຢ້ຽມຢາມໂຮງງານປຸງແຕ່ງນ້ຳມັນເຊື້ອໄຟຢູ່ແຂວງຊຽງຂວາງ

Published on

ອີງຕາມການລາຍງານຂອງໜັງສືພິມເສດຖະກິດການຄ້າ ໃຫ້ຮູ້ວ່າ: ໃນວັນທີ 12 ມີນາ 2022 ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ພ້ອມດ້ວຍຄະນະການນຳຂັ້ນສູນກາງ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຊຽງຂວາງ ແລະ ຢ້ຽມຢາມໂຮງງານປຸງແຕ່ງນໍ້າມັນເຊື້ອໄຟ ຍອດງື່ມພາວເວີ ຈຳກັດ ເຊິ່ງໃຫ້ການຕອນຮັບໂດຍ ທ່ານ ສົມຫວັງ ຄຸຣຸລັດ ປະທານໂຮງງານປຸງແຕ່ງນ້ຳມັນເຊື້ອໄຟ ຍອດງື່ມພາວເວີ ພ້ອມດ້ວຍພະນັກງານບໍລິສັດ.

ປັດຈຸບັນໂຮງງານປຸງແຕ່ງນໍ້າມັນເຊື້ອໄຟ ຍອດງື່ມພາວເວີ ຈຳກັດສາມາດປຸງແຕ່ງນ້ຳມັນໄດ້ 100 ລ້ານລິດຕໍ່ປີ ແລະ ສາມາດບັນຈຸນ້ຳມັນໄດ້ 2.400.000 ລິດ, ໂດຍມີສ່ວນປະສົມນ້ຳມັນກາຊວນສຳເລັດຮູບ 60%, ນໍ້າມັນເຄິ່ງສຳເລັດຮູບດີໄລ້ອອຍ (Dei light oil) 39% ແລະ ເຄມີປຸງແຕ່ງ1% ຈາກປະເທດ ສສ ຫວຽດນາມ ແລະ ປະເທດໄທ ຜະລິດ-ປຸງແຕ່ງ ເປັນນ້ຳມັນກາຊວນ ແລະ ນຳເຂົ້ານ້ຳມັນແອັດຊັງ ເພື່ອຈຳໜ່າຍຢູ່ພາຍໃນ ແລະ ສົ່ງອອກບັນດາແຂວງອ້ອມຂ້າງ ຄາດວ່າຈະສົ່ງອອກຜ່ານລັດວິສາຫະກິດນ້ຳມັນເຊື້ອໄຟລາວ.

ທ່ານ ອຸທັນ ໄຕລິດທິ ຮອງປະທານໂຮງງານປຸງແຕ່ງນ້ຳມັນເຊື້ອໄຟ ຍອດງື່ມພາວເວີ ກໍໄດ້ລາຍງານການຈັດຕັ້ງປະຕິບັດການກໍສ້າງໂຮງງານຕໍ່ ທ່ານລັດຖະມົນຕີວ່າ: ໂຮງງານປຸງແຕ່ງນ້ຳມັນເຊື້ອໄຟ ຍອດງື່ມພາວເວີ ໄດ້ກໍ່ສ້າງໂຮງງານມາແຕ່ເດືອນກັນຍາ 2021 ມາເຖິງປັດຈຸບັນສຳເລັດແລ້ວ 100% ແລະ ຈະເປີດນຳໃຊ້ຢ່າງເປັນທາງການໃນມໍ່ໆນີ້ ມູນຄ່າການກໍ່ສ້າງ 30 ຕື້ກວ່າກີບ.

ໂອກາດດັ່ງກ່າວ,ທ່ານລັດຖະມົນຕີ ກະຊວງອຸດສາຫະກຳ ແລະການຄ້າ ໄດ້ກ່າວສະແດງຄວາມຊົມເຊີຍ ໃນການລົງທຶນຂອງບໍລິສັດ ເພື່ອສ້າງສາພັດທະນາປະເທດຊາດ, ເປັນການພັດທະນາທີ່ດີ ເຊິ່ງການປຸງແຕ່ງນ້ຳມັນເຊື້ອໄຟເພື່ອຈຳໜ່າຍພາຍໃນ ຈະເປັນການປະຢັດເງິນກີບ ບໍ່ໃຫ້ຮົ່ວໄຫຼອອກປະເທດ ແລະ ເນັ້ນໃຫ້ເກັບລາຍຮັບຜ່ານປະຕູດຽວ, ຜະລິດເນໍ້າມັນສະອາດ, ຕ້ອງປະຕິບັດຕາມຫຼັກການ, ເຕັກນິກຢ່າງເຄັ່ງຄັດ, ກວດກາເປັນປະຈຳ, ຮີບຮ້ອນແລ່ນເອກະສານທີ່ຍັງບໍ່ທັນໄດ້, ພົວພັນ ແລະ ປະສານງານນຳພະແນກ ອຄ ແຂວງ ເພື່ອໃຫ້ການຈັດຕັ້ງປະຕິບັດມີປະສິດທິຜົນສູງ.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...