spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມຂໍ້​ດີ​ຂອງ​ການ ນອນ​ແກ້​ເຄື່ອງ! ທີ່​ທ່ານ​ຍັງ​ບໍ່​ຮູ້

ຂໍ້​ດີ​ຂອງ​ການ ນອນ​ແກ້​ເຄື່ອງ! ທີ່​ທ່ານ​ຍັງ​ບໍ່​ຮູ້

Published on

     iStock_000046693516_Small-450x300

  ການ​ນອນ​ແກ້ເຄື່ອງ ຫລື Sleep naked ນັ້ນ ສາວໆ​ ຫລາຍ​ຄົນ​ອາດ​ເບິ່ງວ່າ​ເປັນ​ວິທີ​ຂອງ​​ຕ່າງ​ຊາດ ​ເທົ່າ​ນັ້ນ ແທ້​ຈິງ​ແລ້ວ​ບໍ່ແມ່ນ​ເລີຍ​ ເຮົາ​ຄົນ​ລາວ ​ກໍ​ສາມາດ​ນອນ​ຫລັບ​ແບບ​ແກ້ເຄື່ອງ​ໄດ້ ແຖມ​ຍັງມີ​ຂໍ້​ດີ​ຫລວງຫລາຍ​ຂໍ້ ທີ່​ເຈົ້າ​ອ່ານ​ແລ້ວ​ຈະ​ຕ້ອງ​ຕົກໃຈ!

  1. ດີ​ກັບ​ອະໄວຍະວະເພດ​ຂອງ​ເຮົານຳ​

ເຈນ​ນິ​ເຟີລ໌ ແລນ​ດ້າ ແພດ​ຜູ້​ຊ່ຽວຊານ ຜູ້​ຂຽນ​ເລື່ອງThe Sex Drive Solution for Women ກ່າວ​ວ່າ​ການ​ນອນ​ແກ້ເຄື່ອງນັ້ນ ດີ​ກັບ​ຊ່ອງຄອດ​ຂອງ​ສາວໆ​ຫລາຍ ເພາະເປັນ​ການ​ປິ່ນປົວ​ສະພາບ​ຍີສ ແລະ ​ແບກ​ທີ​ເລຍ ໃຫ້​ຢູ່ໃນ​ສະພາ​ວະ​ອັນ​ເໝາະ​ສົມ ຫາກ​ຢູ່ໃນ​ອາ​ກາດ​ຮ້ອນ​ຫລາຍ ແບກ​ທີ​ເລຍ​ກໍ​ຈະ​ໃຫຍ່​ໄດ້​ໄວ​ກວ່າ ທາງ​ທີ່​ດີ​ທີ່​ຈະ​ປ້ອງ​ກັນ​ຄື ຖ່າຍ​ເທ​ອາ​ກາດ ໃຫ້​ກັບ​ອະໄວຍະວະເພດ

  1. ສ້າງ​ຄວາມຫມັ້ນ​ໃຈ​ໃຫ້​ກັບ​ຕົວເອງ

ທ່ານ ຈະ​ຮູ້ສຶກ​ດີ​ຫລາຍ ເພາະ​ຮ່າງກາຍ​ຂອງ​ທ່ານ​ຈະ​ປັບ​ຕົວ​ໃຫ້​ຄຸນເຄີຍກັບ​ຜ້າ​ປູ​ບ່ອນນອນ ແລະ​ ອາ​ກາດ​ໂດຍ​ຮອບ ຊຶ່ງ​ຈະ​ເຮັດໃຫ້​ທ່ານຮູ້ສຶກ​ເຊັກ​ຊີ່ ເພີ່ມ​ຄວາມຫມັ້ນ​ໃຈ​ໃຫ້​ຕົວ​ເອງ​ໄດ້​

  1. ຫລຸດ​ນ້ຳ​ໜັກໄດ້

ເມື່ອ ນອນ​ເປືອຍ​ເປົ່າ ທ່ານຈະ​ຫລັບ​ງ່າຍ​ຂຶ້ນ ຊຶ່ງ​ຈະ​ເຮັດໃຫ້​ລະ​ດັບ​ຮອລ໌​ໂມນ​ທີ່​ກ່ຽວກັບ​ຄວາມ​ຕຶງຄຽດ ລຸດລົງ ແລະ ​ສາມາດ​ເພີ່ມ​ພະລັງ​ງານ​ໃນ​ຮ່າງກາຍ ລວມ​ເຖິງ​ລະ​ດັບ​ຄວາມ​ຫິວ​ໄດ້​ນຳ ເພາະ​ຖ້າ​ເຈົ້າ​ຫລັບ​ບໍ່​ສະນິດ ຫລື​ ຖືກ​ລົບກວນ ລະ​ດັບ​ຄໍ​ຕິ​ຊອນ ​ຈະ​ເພີ່ມ​ສູງ​ຂຶ້ນ​ຕອນ​ຕື່ນ ອັນ​ຈະ​ເຮັດໃຫ້​ເຈົ້າ​ຮູ້ສຶກ​ຫິວ​ຫລາຍ ແລະ ​ກິນ​ທຸກ​ຢ່າງ​ທີ່​ຂວາງ​ໜ້າ​ເລີຍ

  1. ທ່ານ​ຈະ​ມີອາລົມ​ດີຂຶ້ນ

ຈາກ​ຜູ້​ຂຽນ​ເລື່ອງ The Hormone Diet ບອກ​ເຮົາ​ວ່າ ຫາກ​ໃນ​ຍາມ​ເຮົາ​ຫລັບ​ ແລະ ​ເຮົາ​ຮູ້ສຶກ​ອົບ​ອຸ່ນ​ຫລາຍ​ເກີນ​ໄປ ຈະ​ໄປ​ລົບກວນ​ການເຮັດວຽກງານ​ຂອງ​ຮອລ໌​ໂມນ​ເມ​ລາ​ໂທ​ນິນ ແລະ growth hormone ຊຶ່ງ​ເປັນ​ຮອລ໌​ໂມນ​ທີ່​ຊ່ວຍ​ຊະ​ລໍ​ຄວາມ​ເຖົ້ານັ້ນ​ເອງ  ” ດັ່ງ​ນັ້ນ​ຖ້າ​ເຈົ້າ​ນອນ​ແກ້ເຄື່ອງ​ຕອນ​ກາງ​ຄືນ ອຸນຫະພູມ​ໃນ​ຮ່າງກາຍ​ຂອງ​ເຈົ້າ​ຕ່ຳ​ລົງ growth hormone ກໍ​ຈະ​ເຮັດວຽກ​ແບບ​ (ແບບເປັນຈັງວະ) ຊຶ່ງ​ເຮັດໃຫ້​ຜິວ​ ແລະ​ ຜົມ​ຂອງ​ເຈົ້າ​ງາມ​ໄດ້​ນຳ”

  1. ທ່ານ​ຈະ​ຫລັບ​ດີ​ຂຶ້ນ

ຖ້າ ອາ​ກາດ​ໂດຍ​ຮອບ​ເຢັນ​ລົງ ຈະ​ເຮັດໃຫ້​ເຈົ້າ​ຫລັບ​ດີ​ຍິ່ງ​ຂຶ້ນ ຖ້າ​ເຈົ້າ​ຕ້ອງ​ໃສ່​ທັງ​ຊຸດ​ນອນ ແລະ ມີ​ຜ້າ​ປູ​ທີ່ນ​ອນ​ອີກ ຈະ​ເຮັດໃຫ້​ຮ່າງກາຍ​ຂອງ​ເຈົ້າ​ອົບ​ອຸ່ນ​ຫລາຍ ອັນ​ຈະ​ເຮັດໃຫ້​ລົບກວນ​ການ​ນອນ​ຂອງທ່ານ

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...