ຂໍ້ມູນຜູ້ຕິດເຊື້ອໃໝ່ 1 ກໍລະນີ ຢູ່ຫຼວງນໍ້າທາ

0
1609

ລາຍລະອຽດປະຫັວດການເຄື່ອນໄຫວຂອງຜູ້ຕິດເຊື້ອໂຄວິດ-19 ຈໍານວນ 1 ກໍລະນີ ຢູ່ແຂວງຫຼວງນໍ້າທາ ເຊິ່ງໄດ້ລາຍງານໃນວັນທີ 8 ກໍລະກົດ 2021

ເຊິ່ງຂໍ້ມູນເບື້ອງຕົ້ນ ແມ່ນ ເພດຊາຍ ອາຍຸ 24 ປີ ສັນຊາດຈີນ ບໍ່ມີພາສປອດ ເດີນທາງລາວ ຕັ້ງແຕ່ເດືອນມີນາ 2021 ເພື່ອມາເຮັດວຽກ ຢູ່ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ແຕ່ບໍ່ໄດ້ເຮັດແລ້ວມາອາໄສຢູ່ນະຄອນຫຼວງວຽງຈັນ (ບໍ່ຈື່)

ວັນທີ 29 ມິຖຸນາ 2021 ເດີນທາງຈາກນະຄອນຫຼວງວຽງຈັນ ຜ່ານດ່ານສາກົນບໍ່ເຕັນ ເພື່ອກັບຈີນ ເຊິ່ງເດີນທາງນຳກັນ 3 ຄົນ ດ້ວຍລົດກະບະສີປອນ ບໍ່ຈື່ປ້າຍທະບຽນລົດ ພ້ອມດ້ວຍໂຊເຟີຄົນລາວ 1 ຄົນ ໄລຍະເດີນທາງ ໄດ້ຢູ່ໂຮງແຮມ 2 ຄົນ ແຕ່ບໍ່ຈື່ວ່າຢູ່ໃສ. ຮອດວັນທີ 2 ກໍລະກົດ 2021 ຮອດດ່ານສາກົນ ກວດໂຄວິດ-19

  • ໄລຍະລໍຜົນໄດ້ພັກຢູ່ເຮືອນພັກຮົງກິງນຳໝູ່ 2 ຄົນ (ປະຈຸບັນໝູ່ 2 ຄັນ ກັບ ສປ ຈີນ ແລ້ວ)
  • 3 ກໍລະກົດ 2021 ເກັບຕົວຢ່າງຄັ້ງທີ 2 ຜົນອອກບໍ່ແຈ້ງ
  • 4 ກໍລະກົດ 2021 ເກັບຕົວຢ່າງສົ່ງມາສູນກາງຕື່ມອີກ
  • ຜົນອອກເປັນບວກ
  • 6 ກໍລະກົດ 2021 ໄດ້ຮັບການປິ່ນປົວໂຮງໝໍແຂວງ