spot_img
Homeຂ່າວທ້ອງຖິ່ນຂໍ້ຕົກລົງປະຕິບັດວິໄນຕໍ່ນາຍທະຫານ ທີ່ກໍ່ຮົ້ວຕັນທາງເຮືອນປະຊາຊົນ

ຂໍ້ຕົກລົງປະຕິບັດວິໄນຕໍ່ນາຍທະຫານ ທີ່ກໍ່ຮົ້ວຕັນທາງເຮືອນປະຊາຊົນ

Published on

ຂໍ້ຕົກລົງວ່າດ້ວຍການປະຕິບັດວິໄນທາງບໍລິຫານ ຕໍ່ນາຍທະຫານ ຢູ່ກົມໃຫຍ່ການເມືອງກອງທັບ

  • ອີງຕາມກົດໝາຍ ວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ) ເລກທີ 43/ສພຊ, ລົງ ວັນທີ 14/06/2018 ຫມວດທີ II ມາດຕາ 38 ແລະ ມາດຕາ 39.
  • ອີງຕາມການກະທໍາຜິດຂອງ ພັທ ສົມພານ ຈະເລີນສັກ ເຊິ່ງມີຄວາມຜິດໃນສະຖານ: ສວຍໃຊ້ອໍານາດ ຫນ້າທີ່ ຕໍາແໜ່ງນາຍທະຫານ, ມີເຈດຕະນາເຄື່ອນໄຫວກໍ່ຮົ້ວກໍາແພງເອົາທາງສາທາລະນະເຂົ້າ-ອອກເຮືອນປະຊາຊົນ ເພື່ອເປັນຂອງຕົນເອງ ສ້າງຄວາມເດືອດຮ້ອນໃຫ້ແກ່ປະຊາຊົນທີ່ຢູ່ໃກ້ຄຽງ.
  • ອີງຕາມກອງປະຊຸມຕົກລົງເຫັນດີເປັນເອກະພາບ ຂອງຄະນະປະຈໍາພັກ ກົມໃຫຍ່ການເມືອງກອງທັບ ຄັ້ງ ວັນທີ 10/11/2021.

ການກະທໍາດັ່ງກ່າວ ແມ່ນຜິດຕໍ່ກົດລະບຽບ 12 ຂໍ້ຫ້າມ ຕໍ່ປະຊາຊົນ ແລະ ຄໍາປະຕິຍານ 8 ຂໍ້ ຂອງກອງທັບປະຊາຊົນລາວ ແຕະຕ້ອງເຖິງທາດແທ້ມູນເຊື້ອ ອັນດີງາມຂອງກອງທັບ ທີ່ມີຕໍ່ປະຊາຊົນບັນດາເຜົ່າ, ເຮັດໃຫ້ເຊື່ອມເສຍກຽດສັກສີ ແລະ ພາບພົດບົດບາດຂອງ ກອງທັບປະຊາຊົນລາວ. ເຊິ່ງກະຊວງປ້ອງກັນປະເທດຕົກລົງ

ມາດຕາ 1: ປະຕິບັດວິໄນຕໍ່ ພັທ ສົມພານ ຈະເລີນສັກ ອາຍຸ 54 ປີ, ໜ້າທີ່ຮັບຜິດຊອບ: ຫົວໜ້າພະແນກຄົ້ນຄ້ວາວິທະຍາສາດ ແລະ ຊອກຄົ້ນວັດຖຸພັນ ຫໍພິພິທະພັນປະຫວັດສາດກອງທັບ, ກອງປະຈໍາ: ກົມໃຫຍ່ການເມືອງກອງທັບ.

  • ເຂົ້າການປະຕິວັດ ວັນທີ 01/08/1984, ເຂົ້າທະຫານ ວັນທີ 01/08/1984.
  • ເຂົ້າພັກສໍາຮອງ ວັນທີ 23/06/2008, ເຂົ້າພັກສົມບູນ ວັນທີ 14/08/2009 ມີດັ່ງນີ້:
  1. ເອົາອອກຈາກສະມາຊິກພັກປະຊາຊົນປະຕິວັດລາວ.
  2. ປົດປ່ອຍອອກຈາກກອງທັບ, ຄິດໄລ່ເງິນອຸດຫນູນອອກທະຫານ ໃຫ້ຕາມຊັ້ນ ພັນໂທ.
  3. ຖອດບັດສະມາຊິກພັກ, ບັດຖືປືນ ແລະ ໃບຂັບຂີ່ທະຫານ (ຖ້າມີ).
  4. ປະກາດຮູບການລົງວິໄນ ທົ່ວອົງການ ກົມໃຫຍ່ການເມືອງກອງທັບ ແລະ ຫໍພິພິທະພັນປະຫວັດສາດ,ກອງທັບ.

ມາດຕາ 02: ມອບໃຫ້ອົງການ, ກົມກອງທີ່ກ່ຽວຂ້ອງ ແລະ ທ້າວ ສົມພານ ຈະເລີນສັກ ຈົ່ງຮັບຮູ້ ແລະ ພ້ອມກັນຈັດຕັ້ງປະຕິບັດໃຫ້ຖືກຕ້ອງ ແລະ ເຂັ້ມງວດ.

ມາດຕາ 03: ຂໍ້ຕົກລົງສະບັບນີ້ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

.

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...