spot_img
Homeນານາສາລະຂໍ້ດີຂອງການນອນກ່ອນເວລາ 22:00 ໂມງ

ຂໍ້ດີຂອງການນອນກ່ອນເວລາ 22:00 ໂມງ

Published on

ການນອນໄວຈະເຮັດໃຫ້ຮ່າງກາຍຂອງຄົນເຮົາໄດ້ຮັບການພັກຜ່ອນພຽງພໍ ແລະມີສຸຂະພາບທີ່ດີ ຫ່າງຈາກໂລກໄພໄຂ້ເຈັບທັງຫຼາຍ, ແຕ່ຖ້າຫາກເຮົານອນເດິກຢູ່ເປັນປະຈຳຈະເຮັດໃຫ້ຮ່າງກາຍຂອງເຮົາພັກຜ່ອນບໍ່ພຽງພໍ, ຮ່າງກາຍຊຸດໂຊມ, ສ່ຽງຕໍ່ການເປັນພະຍາດຫຼາຍຊະນິດ ດັ່ງນັ້ນ ເຮົາຄວນນອນໄວກ່ອນເວລາ 22:00 ຈະດີກວ່າ ເພື່ອຕົວເຮົາເອງ

  1. ຄວາມຈຳດີ: ການນອນໄວຈະເຮັດໃຫ້ເຮົານອນພັກຜ່ອນພຽງພໍ ມີສ່ວນຊ່ວຍໃຫ້ສະໝອງ ໄດ້ເຕີມພະລັງພ້ອມຮັບຄວາມຈຳໃໝ່ໆໄດ້ດີຂຶ້ນ
  2. ຄວບຄຸມຄວາມດັນເລືອດໄດ້: ເພາະໃນຂະນະເວລານອນໄວ ຮ່າງກາຍຈະຊ່ອມແຊມຮ່າງກາຍ, ຄວບຄຸມຫົວໃຈ ແລະຄວາມດັນເລືອດໃຫ້ສະຫງົບລົງ
  3. ບໍ່ສ່ຽງກັບຄວາມຕຸ້ຍ: ຄົນທີ່ນອນໄວຈະເຮັດໃຫ້ຮ່າງກາຍໄດ້ຮັບການພັກຜ່ອນ ເພາະບໍ່ໄດ້ກິນອາຫານ ຈະເຮັດໃຫ້ບໍ່ຕຸ້ຍ
  4. ມີຄວາມສຸກ: ການທີ່ເຮົານອນໄວ ຈະເຮັດໃຫ້ເຮົາພັກຜ່ອນພຽງພໍ ເມື່ອເຮົາຕື່ນມາໃນຕອນເຊົ້າກໍຈະເຮັດໃຫ້ເຮົາມີຄວາມສຸກໄດ້ງ່າຍ, ມີອາລົມທີ່ສົດຊື່ນແຈ່ມໃສ
  5. ລ້າງສານພິດ: ໃນຂະນະທີ່ເຮົານອນໄວຈະເຮັດໃຫ້ອະໄວຍະວະລ້າງສານພິດເຮັດວຽກໄດ້ດີຂຶ້ນ, ເຮັດໃຫ້ຕັບ,ໝາກໄຂ່ຫຼັງ ແລະລໍາໄສ້ ຂັບສານພິດ, ເຮັດໃຫ້ເຮົາສົດຊື່ນ ແລະມີສຸຂະພາບທີ່ດີ
  6. ຊ່ວຍປ້ອງກັນບໍ່ໃຫ້ແກ່ໄວ: ການນອນໄວຊ່ວຍໃຫ້ຄວາມໜຸ່ມສາວຄົງຢູ່ກັບເຮົາດົນ ແລະປ້ອງກັນຄວາມເສື່ອມຊະລາກ່ອນໄວອັນຄວນ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...