spot_img
Homeໜັງໃໝ່ຂ່າວລື! ຊົງຈຸງກິ ກັບ ລີມິນໂຮ ກຽມສະແດງຮູບເງົາເລື່ອງ ຊັອມບີ້ "Train to Busan 2"

ຂ່າວລື! ຊົງຈຸງກິ ກັບ ລີມິນໂຮ ກຽມສະແດງຮູບເງົາເລື່ອງ ຊັອມບີ້ “Train to Busan 2”

Published on

Train to Busan ນະຮົກຊັອມບີ້ປ່ວງ ເປັນຮູບເງົາຊຳບີ້ ຂອງເກົາຫຼີໄດ້ ທີ່ພາກໜຶ່ງໄດ້ຮັບຄວາມສຳເລັດຢ່າງຖະຫຼົ່ມທະລາຍ ເພື່ອຕອກຢ້ຳຄວາມດັງຂອງຮູບເງົາເລື່ອງນີ້ກໍ່ເລີຍມີຂ່າວລືວ່າ ຜູ້ກຳກັບຄົນດັງຢ່າງ ຍອນຊັງໂຮ ຈິ່ງມີແຜນຈະສ້າງພາກສອງຂຶ້ນໄວໆນີ້ ເຊິ່ງທາງເວັບໄຊຣຂ່າວສານ ວິດີໂອເກມ ໃນສະຫະລັດອາເມລິກາ ໄດ້ລະບຸວ່າ: ລີມິນໂຮ ແລະ ຊົງຈຸງກິ ສອງພະເອກຊູບເປີສະຕຣາແຫ່ງແດນກິມຈິ ຈະມາສະແດງຮ່ວມກັນໃນເລື່ອງນີ້ອີກດ້ວຍ.

999-1

ລາຍງານຂ່າວອ້າງອີງຈາກວົງໃນບອກວ່າ ທີມງານຜູ້ສ້າງຮູບເງົາເລື່ອງນີ້ ກຳລັງທີ່ຈະຈອງຄິວ ຊົງຈຸງກິ ໃນຖານະດາລານຳພາກສອງ ໂດຍຈະຮັບບົດເປັນຜູ້ຊ່ວຍຊີວິດລູກສາວຂອງສາວນ້ອຍຈາກພາກທຳອິດ ພ້ອມດຽວກັນນັ້ນ ຍັງໄດ້ທາບທາມ ລີມິນໂຮ ມາຮ່ວມສະແດງກັບ ຊົງຈຸງກິ ອີກດ້ວຍ ແຕ່ຍັງບໍ່ໄດ້ເປີດເຜີຍເຖິງບົດບາດຕົວລະຄອນໃນເລື່ອງແຕ່ຢ່າງໄດ້.

ເອົາເປັນວ່າແຟນໆຂອງແຟນຂອງຮູບເງົາເລື່ອງນີ້ Train to Busan ຕ້ອງຕິດຕາມກັນຕໍ່ໄປວ່າຈະມີພາກສອງຕາມຂ່າວລືນັ້ນຫຼືບໍ່ ແລະ ແຟນຄລັບຂອງສອງພະເອກຄົນດັງກໍ່ຕ້ອງອົດໃຈລໍ ພ້ອມຕິດຕາມເບິ່ງວ່າ ທັງລີມິນໂຮ ແລະ ຊົງຈຸງກິ ຈະໄດ້ສະແດງຮູບເງົາເລື່ອງດັ່ງກ່າວນີ້ຕາມກະແສຂ່າວລື ແທ້ ຫຼື ບໍ່ ແຕ່ຕອນນີ້ເຮົາມີຕົວຢ່າງຮູບເງົາ Train to Busan ມາໃຫ້ທຸກທ່ານໄດ້ເບິ່ງກ່ອນ ແຕ່ຖ້າຢາກເບິ່ງຮູບເງົາເລື່ອງເຕັມພາກພາສາໄທ ກໍ່ກົດເຂົ້າໄປທີ່ລິ້ງ https://www.moviehd-master.com/train-to-busan

ຕິດຕາມເລື່ອງດີດີ ບັນເທີງລາວ Lao Entertenment ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...