spot_img
Homeຂ່າວການພັດທະນາຂົວ​ມິດ­ຕະ­ພາບ ລາວ-ມຽນ​ມາ ຈະ​ໄດ້​ເປີດ​ນຳໃຊ້​ຢ່າງ​ເປັນ​ທາງ​ການ ໃນ​ໄວໆ​ນີ້

ຂົວ​ມິດ­ຕະ­ພາບ ລາວ-ມຽນ​ມາ ຈະ​ໄດ້​ເປີດ​ນຳໃຊ້​ຢ່າງ​ເປັນ​ທາງ​ການ ໃນ​ໄວໆ​ນີ້

Published on

20150505142610

ທ່ານ ສົມ​ສະ­ຫວາດ ເລັ່ງ​ສະ​ຫວັດ ຮອງ​ນາ­ຍົກ​ລັດ​ຖະມົນ­ຕີ ຜູ້​ຊີ້​ນຳ​ວຽກ​ງານ​ເສດ​ຖະກິດ ການ​ຜະ­ລິດ ແລະ ຈໍ​ລະ​ຈອນ ພ້ອມ​ດ້ວຍ​ຄະ­ນະ ໄດ້​ໄປ​ຕິດ­ຕາມຄວາມ​ຄືບ​ໜ້າ​ໂຄງ­ການ​ກໍ່­ສ້າງຂົວ​ມິດ­ຕະ­ພາບ ລາວ-ມຽນ​ມາ ໃນ​ວັນ​ທີ 1 ພຶດ­ສະ­ພາ 2015 ເນື່ອງ​ໃນ​ໂອ­ກາດ​ທີ່​ໄດ້​ເດີນ­ທາງໄປ​ເຄື່ອນ​ໄຫວ​ຢ້ຽມ­ຢາມ ແລະ ເຮັດ​ວຽກ​ຢູ່​ແຂວງ​ຫຼວງ​ນ້ຳ​ທາ ໂດຍ​​ການ​ຕ້ອນ­ຮັບ​ຈາກ​ອຳ­ນາດ​ການ​ປົກ­ຄອງ​ທ້ອງ­ຖິ່ນ ແລະ ຄະ­ນະ​ຮັບ­ຜິດ­ຊອບ​ໂຄງ­ການ.

ຕາງ­ໜ້າ​ຄະ­ນະ​ຮັບ­ຜິດ­ຊອບ ໂຄງ­ການ​ກໍ່­ສ້າງ​ຂົວ​ມິດ­ຕະ­ພາບ ລາວ-ມຽນ​ມາ ໄດ້​ລາຍ​ງານວ່າ: ໂຄງ­ການ​ກໍ່­ສ້າງ​ຂົວ​ມິດ­ຕະ­ພາບ ລາວ-ມຽນ​ມາ ເປັນ​ຂົວ​ມິດ​ຕະພາບ​ແຫ່ງ​ທຳ​ອິດລະ­ຫວ່າງ​ສອງປະ­ເທດ ທັງ​ເປັນ​ຈຸດ​ເຊື່ອມ​ຕໍ່​ສຳຄັນ​ໜຶ່ງ​ຕາມ​ແລວ​ເສດ­ຖະ­ກິດຕາ­ເວັນ​ ອອກ-ຕາ­ເວັນ­ຕົກ ໂຄງການ​ນີ້​ໄດ້​ເລີ່ມ​ສຳ​ຫຼວດ​ອອກແບບ​ມາ​ແຕ່​ເດືອນ​ພຶດ­ສະ­ພາ ແລະ ສຳ­ເລັດ​ໃນ​ເດືອນ​ທັນ­ວາ 2012 ມາ​ຮອດ​ວັນ​ທີ 16 ກຸມ­ພາ 2013 ໄດ້​ຈັດ​ພິ­ທີ​ວາງ​ສີ​ລາ​ເລີກກໍ່­ສ້າງ​ເປັນ​ທາງ​ການ ທີ່​ຕັ້ງ​ຢູ່​ບ້ານຫ້ວຍ​ກຸ່ມ ເມືອງ​ລອງ ແຂວງ​ຫຼວງນ້ຳ​ທາ ເຊື່ອມ​ຕໍ່​ເຂົ້າ​ຫາບ້ານຊຽງ​ລາບ ເມືອງ Keng Tung ສສ.ມຽນ​ມາ ຂົວ​ດັ່ງ­ກ່າວ​ຍາວ 691,6 ແມັດ ໜ້າທາງ​ກວ້າງ 8,5 ແມັດ ມີ​ທາງ​ຍ່າງ​ເບື້ອງ​ລະ 1,2 ແມັດ ແບ່ງ​ເປັນ​ສອງ​ໂຄງສ້າງ​ຄື: ໂຄງສ້າງ​ເຫຼັກ 3 ໄລ­ຍະ ໄລ­ຍະ​ລະ 120 ແມັດ ນອກ​ນັ້ນແມ່ນ​ໂຄງ​ສ້າງ​ເບ​ຕົງ​ເສີມ​ເຫຼັກ ໃນນີ້​ໄດ້​ແບ່ງ​ຄວາມ​ຮັບ­ຜິດ­ຊອບໃນ​ການ​ກໍ່­ສ້າງ​ໃຫ້​ແກ່​ທັງ​ສອງຝ່າຍ​ເປັນ​ ຜູ້​ຈັດ​ຕັ້ງ​ປະ­ຕິ­ບັດ ເຊິ່ງນັບ​ຈາກ​ຈຸດ​ໃຈ​ກາງ­ຂອງ​ຂົວ​ມາຫາ​ຝັ່ງ​ຂອງ​ປະ­ເທດ​ຕົນ ລວມ​ມູນຄ່າ​ການ​ກໍ່­ສ້າງ 26 ລ້ານ​ໂດ​ລາສະ­ຫະ­ລັດ ຫຼື ປະ­ມານ 208 ຕື້ກີບ ໂດຍ​ແມ່ນ​ທຶນ​ສົມ­ທົບ​ຂອງລັດ­ຖະ­ບານ​ລາວ ແລະ ມຽນ​ມາ ໃນ​ໄລ­ຍະ​ການ​ກໍ່­ສ້າງ 30 ເດືອນ ນອກ​ນີ້​ທັງ​ສອງ​ຝ່າຍ​ຍັງ​ໄດ້​ກໍ່­ສ້າງດ່ານ​ຂອງ​ຕົນ ແລະ ກໍ່­ສ້າງ​ເສັ້ນທາງ​ເຂົ້າ​ຫາ​ດ່ານ​ອີກ​ຈຳ­ນວນໜຶ່ງ ທັງ​ສອງ​ຝ່າຍ​ໄດ້​ສູ້​ຊົນ​ປະຕິ​ບັດ​ໂຄງ­ການ​ສຳ­ເລັດ​ກ່ອນ​ຄາດ­ໝາຍ ແລະ ຈະ​ໄດ້​ເປີດ​ນຳ​ໃຊ້ຢ່າງ​ເປັນ​ທາງ​ການໃນ​ວັນ​ທີ 9 ພຶດ­ສະ­ພາ 2015 ທີ່​ຈະ​ມາ​ເຖິງ​ນີ້.

ໂອ­ກາດ​ນີ້​ ທ່ານ ສົມ​ສະ­ຫວາດ ເລັ່ງ​ສະ​ຫວັດ ກໍ່​ໄດ້​ເນັ້ນ​ໃຫ້​ຄະນະ​ຮັບ­ຜິດ­ຊອບ​ໂຄງ­ການ ໂດຍ​ສະເພາະໃນ­ຕໍ່­ໜ້າ ​ຕ້ອງ​ໄດ້​ວາງ​ແຜນໃນ​ການ​ຄຸ້ມ​ຄອງ​ຂົວ​ທັງ​ທາງ​ດ້ານ​ ເຕັກ­ນິກ ນິ­ຕິ​ກຳ ສອງ​ຝ່າຍ​ທີ່​ຕ້ອງໄດ້​ກຳ­ນົດ​ຮ່ວມ​ກັນ ລວມ​ເຖິງ​ຄະນະ​ຮັບ­ຜິດ­ຊອບ​ຕົວ​ຈິງ ດ້ານ​ໜຶ່ງ ກໍ່​ຕ້ອງ​ເປີດ​ໂອ­ກາດ​ໃຫ້​ປະ­ຊາ­ຊົນຂອງ​ສອງ​ປະ­ເທດ​ໄດ້​ເຂົ້າ​ມາ​ຢ້ຽມຊົມ ເພື່ອ​ເປັນ​ການປຸກ­ລະ­ດົມ​ຈິດໃຈ ​ກໍ່​ຄື​ຄວາມ​ພາກ­ພູມ​ໃຈ​ຂອງ​ປະ­ຊາ­ຊົນ​ສອງ​ຊາດ ​ລາວ-ມຽນ​ມາ ​ຕໍ່ກັບຜົນ­ສຳ­ເລັດ​ຂອງ​ລັດ­ຖະ­ບານທັງ​ສອງ​ປະ­ເທດ​ ໃນ​ການ​ສ້າງ​ຂົວມິດ­ຕະ­ພາບ​ແຫ່ງ​ດັ່ງ­ກ່າວ.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...