spot_img
Homeຂ່າວພາຍ​ໃນຂັບຂີ່ລົດດ້ວຍຄວາມໄວ ເຮັດໃຫ້ມີຜູ້ເສຍຊີວິດ 1 ຄົນ

ຂັບຂີ່ລົດດ້ວຍຄວາມໄວ ເຮັດໃຫ້ມີຜູ້ເສຍຊີວິດ 1 ຄົນ

Published on

ເວລາ 7:30 ໂມງ ຂອງວັນທີ 14 ກັນຍາ 2022 ຢູ່ຖະໜົນອາຊຽນເຂດບ້ານນາຄໍາ ເມືອງສີໂຄດຕະບອງ ນວ ມີອຸບັດຕິເຫດເກີດຂຶ້ນຜູ້ຂັບຂີ່ເສຍຊີວິດ 1 ຄົນ.

ພັຕ ຄໍາພອນ ຫຼວງດີ ຫົວໜ້າກອງສືບສວນ-ສອບສວນແກ້ໄຂຄະດີອຸປະຕິເຫດ ພະແນກຕໍາຫຼວດຈະລາຈອນ ນວ ໃຫ້ຮູ້ວ່າ: ພາຍຫຼັງເຈົ້າໜ້າທີ່ຕຳຫຼວດຈະລາຈອນ ນວ ໄດ້ຮັບແຈ້ງ ກໍ່ໄດ້ລົງກວດກາວັດແທກເກັບກໍາຂໍ້ມູນໃນສະຖານທີ່ເກີດເຫດ ເບື້ອງຕົ້ນຊາບຊື່ຜູ້ຂັບຂີ່ ລົດປຣາໂດ ໝາຍເລກທະບຽນ ວມ 6668 ຂັບຂີ່ໂດຍ ນາງ ຄໍາຫຼ້າ ອາຍຸ 52 ປີ ອາຊີບແມ່ເຮືອນ ປັດຈຸບັນຢູ່ບ້ານໜອງສະໂນຄໍາ ເມືອງສີໂຄດຕະບອງ ຂັບຂີ່ລົດດ້ວຍຄວາມໄວມາຕາມຖະໜົນເຕສອງມຸ່ງໜ້າໄປທາງໄຟອໍານາດໜອງດ້ວງ ເມື່ອກາຍໄຟອໍານາດດົງປາສັກ ປະມານ 11 ແມັດ ແມ່ນໄດ້ຕໍາທ້າຍລົດຈັກຮອນດາເວບ ໝາຍເລກທະບຽນ 4742 ຂັບຂີ່ໂດຍທ້າວ ບຸດດີ ອາຍຸ 31 ປີ ກໍາມະກອນ ຢູ່ບ້ານໃໝ່ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ແລ່ນທິດທາງດຽວກັນ ເຮັດໃຫ້ເສຍຊີວິດຄາທີ່ ພາຍຫຼັງ ລົດປຣາໂດຄັນດັ່ງກ່າວ ຕໍາທ້າຍລົດຈັກແລ້ວເສຍຫຼັກໄປຕໍາເອົາທ້າຍລົດທີ່ຈອດຢູ່ແຄມທາງຕື່ມ 3 ຄັນຄື: ລົດເກັງມາດສ໌ດາ ໝາຍເລກທະບຽນ ວນ 3344, ລົດຟໍຈູນເນີ ໝາຍເລກທະບຽນ ກລ 5453 ແລະ ລົດເກັງບໍ່ມີປ້າຍ.

ປັດຈຸບັນ ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ນວ ກໍາລັງສືບສວນ-ສອບສວນເກັບກຳຂໍ້ມູນ ຕາມຂັ້ນຕອນ; ຕໍ່ກັບອຸປະຕິເຫດຄັ້ງນີ້ ເຫັນວ່າເກີດຄວາມສູນເສຍທາງດ້ານຊີວິດ ແລະ ຊັບສິນ ຈຶ່ງຮຽກຮ້ອງໃຫ້ຜູ້ຂັບຂີ່ລົດທຸກຄົນມີສະຕິ, ເອົາໃຈໃສ່ປະຕິບັດກົດລະບຽບຈະລາຈອນຢ່າງເຂັ້ມງວດ, ຜູ້ປົກຄອງຕ້ອງເອົາໃຈໃສ່ຕໍ່ຜູ້ຢູ່ໃນຄວາມຮັບຜິດຊອບຂອງຕົນ ໃຫ້ເອົາໃຈໃສ່ໃນການຂັບຂີ່ ແລະ ຫ້າມເດັກທີ່ບໍ່ເຖິງກະສຽນອາຍຸຂັບຂີ່ລົດ ເຊິ່ງບໍ່ອາດຄວບຄຸມການປະພຶດ ແລະ ພຶດຕິກໍາກົດລະບຽບຈະລາຈອນ ອັນເປັນສາເຫດພາໃຫ້ເກີດອຸປະຕິເຫດຕາມທ້ອງຖະໜົນ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...