spot_img
Homeຂ່າວທ້ອງຖິ່ນຂະແໜງການທ່ອງທ່ຽວລາວຮັບຜົນກະທົບໜັກ! ລັດຄາດການວິກິດໂຄວິດ-19 ອາດແກ່ຍາວຮອດ 12 ເດືອນ

ຂະແໜງການທ່ອງທ່ຽວລາວຮັບຜົນກະທົບໜັກ! ລັດຄາດການວິກິດໂຄວິດ-19 ອາດແກ່ຍາວຮອດ 12 ເດືອນ

Published on

ໜັງສືພິມເສດຖະກິດ-ການຄ້າລາຍງານໃຫ້ຮູ້ວ່າ ພາຍຫຼັງທີ່ ສປປ ລາວ ມີການລະບາດຂອງພະຍາດໂຄວິດ-19 ມັນໄດ້ສົ່ງຜົນກະທົບຫຼາຍດ້ານຕໍ່ປະເທດເຮົາ ໂດຍສະເພາະແມ່ນເສດຖະກິດ-ສັງຄົມ, ຂະແໜງການທ່ອງທ່ຽວ ຍິ່ງໄດ້ຮັບຜົນກະທົບໂດຍກົງ, ຈະສັງເກດເຫັນໄດ້ຢ່າງຊັດເຈນຈາກຈໍານວນນັກທ່ອງທ່ຽວທີ່ຫຼຸດລົງຫຼາຍ, ຫຼາຍກິດຈະການທີ່ກ່ຽວຂ້ອງຕ້ອງປິດຕົວຊົ່ວຄາວ, ເຊິ່ງສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ຄາດວ່າລາວເຮົາຈະສູນເສຍລາຍຮັບຈາກຂະແໜງການດັ່ງກ່າວບໍ່ຫຼຸດ 350 ລ້ານໂດລາ.

ຜົນກະທົບດ້ານເສດຖະກິດໄລຍະສັ້ນ ຕົ້ນຕໍສັງເກດໄດ້ດັ່ງນີ້ ຜົນກະທົບຕໍ່ພາກທຸລະກິດທ່ອງທ່ຽວ ເຊິ່ງເປັນຂະແໜງທີ່ໄດ້ຮັບຜົນກະທົບທໍາອິດ ແລະ ໜັກໜ່ວງກວ່າຂະແໜງການອື່ນ, ໄດ້ສູນເສຍລາຍຮັບໄປແລ້ວສໍາລັບ 2 ເດືອນທໍາອິດຂອງປີ 2020 ປະມານ 452.000 ໂດລາ ເພາະມີຈໍານວນນັກທ່ອງທ່ຽວຈາກຈີນ ແລະ ໄທ ເຂົ້າມາລາວຫຼຸດລົງ -16% ແລະ -5% ຫຼື 14.417 ແລະ 21.791 ເທື່ອຄົນ ຖ້າທຽບໃສ່ໄລຍະດຽວກັນໃນປີຜ່ານມາ ສ່ວນຈໍານວນນັກທ່ອງທ່ຽວຈາກເກົາຫຼີ ແລະ ເອີຣົບ ຍັງຂະຫຍາຍຕົວໃນ 2 ເດືອນທໍາອິດຂອງປີນີ້ ເຮັດໃຫ້ມີຈໍານວນນັກທ່ອງທ່ຽວທັງໝົດທີ່ເຂົ້າມາລາວໃນ 2 ເດືອນ ມີ 697.004 ເທື່ອຄົນ ເພີ່ມຂຶ້ນ 4% ຖ້າທຽບໃສ່ໄລຍະດຽວກັນໃນປີ 2019 ຫຼື 14,5% ຂອງນັກທ່ອງທ່ຽວທັງໝົດໃນປີ 2019.

ປະຈຸບັນ, ທຸກການເຄື່ອນໄຫວເຂົ້າມາທ່ອງທ່ຽວບໍ່ວ່າຈະມາຈາກປະເທດໃດ ແມ່ນຖືກຈໍາກັດໃນລະດັບສູງສຸດ ຈໍານວນນັກທ່ອງທ່ຽວທີ່ຈະເຂົ້າມາເພີ່ມຈຶ່ງຖືວ່າເກືອບຈະບໍ່ມີ ເຖິງແມ່ນວ່າຈະຍັງບໍ່ທັນມີຕົວເລກສະຖິຕິລາຍງານຢ່າງເປັນທາງການ ເຊິ່ງສະພາບດັ່ງກ່າວ ຄາດວ່າອາດ ແກ່ຍາວຮອດ 12 ເດືອນ ເພາະຫຼາຍປະເທດຍັງບໍ່ສາມາດຄວບຄຸມສະຖານະການໄດ້ ແລະ ເຖິງຈະເຮັດໄດ້ກໍ່ຍັງມີຄວາມກັງວົນດ້ານການເດີນທາງ ແລະ ໂອກາດທີ່ເຊື້ອພະຍາດຈະກັບມາລະບາດອີກ.

 

ຮຽບຮຽງຂ່າວ: ພຸດສະດີ

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...