spot_img
Homeຂ່າວທ້ອງຖິ່ນແຂວງຄຳມ່ວນ ຕ້ອນຮັບ ວັນກຳມະກອນສາກົນ

ແຂວງຄຳມ່ວນ ຕ້ອນຮັບ ວັນກຳມະກອນສາກົນ

Published on

ແຂວງຄຳມ່ວນ
ແຂວງຄຳມ່ວນ

     ໃນ​ວັນ​ທີ 30 ​ເມສາ 2014 ນີ້ຢູ່​ທີ່​ພະ​ແນ​ກຖະ​ແຫຼ​ງຂ່າວ​, ວັດ​ທະນະ​ທຳ ​ແລະ ທ່ອງ​ທ່ຽວ​ແຂວງ​ຄຳ​ມ່ວນ​ໄດ້​ສ້າງ​ຂະ​ບວນການ​ອອກ​ແຮງ​ງານ​ລວມ ​ແລະ ​ແຂ່ງຂັນກິລາເປຕັງ​ຂອງ​ພະ​ແນ​ກ  ຖະ​ແຫຼ​ງຂ່າວ​, ວັດທະນະທຳ ​ແລະ ທ່ອງ​ທ່ຽວ​ແຂວງ​ຄຳ​ມ່ວນ ຕ້ອນຮັບ​ວັນ​ກຳມະກອນ​ສາກົນ 1 ພຶດສະພາ

​      ໂດຍ​ມີ​ຫົວໜ້າ​ພະ​ແນ​ກ, ຮອງ​ພະ​ແນ​ກ, ​ພະນັກງານ​ລັດຖະກອນທັງໝົດ​ໄດ້​ພ້ອມ​ໃຈ​ກັນ​ອອກ​ແຮງ​ງານ​ອານາ​ໄມ​ລວມຢູ່​ໃນ​ພະ​ແນ​ກ​ເພື່ອ​ຕ້ອນຮັບ​ກອງ​ປະຊຸມ​ໃຫຍ່​ຂອງ​ຄະນະ​ພັກ​ຮາກ​ຖານ​ພະ​ແນ​ກຂອງ​ຕົນ​ຢ່າງ​ເປັນ​ຂະ​ບວນຟົດ​ຟື້ນ​ນອກຈາກ​ນັ້ນ​ແລ້ວ​ຍັງ​ໄດ້​ມີ​ການ​ແຂ່ງຂັນ​ກິລາ​ເປ​ຕັງຊິງຂັນຫົວໜ້າພະແນກໂດຍມີ 4 ທີມ ທີ່ເຂົ້າຮອບທີ 2 ມີຄື : ຫ້ອງການ II, ວັດທະນະທຳ I, ທ່ອງທ່ຽວ ແລະ ​ໂຮງພີມ I, ທ່ອງ​ທ່ຽວ ​ແລະ ​ໂຮງ​ພີ​ມ II ໂດຍຈະໄດ້ແຂ່ງຂັນຊິງຂັນຫົວໜ້າພະແນກ ໃນວັນທີ 8 ພຶດສະພາ 2014 ນີ້.

ທີ່ມາ http://www.khammouanenews.com/khao/nalak/2560

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...