spot_img
Home​ຂ່າວທ່ອງທ່ຽວຂອງຝາກ, ເຄື່ອງທີ່ລະນຶກທີ່ຂຶ້ນຊື່ຂອງເມືອງລາວ ຄົນຕ່າງຊາດມາທ່ຽວນິຍົມຊື້ຫຼາຍທີ່ສຸດ

ຂອງຝາກ, ເຄື່ອງທີ່ລະນຶກທີ່ຂຶ້ນຊື່ຂອງເມືອງລາວ ຄົນຕ່າງຊາດມາທ່ຽວນິຍົມຊື້ຫຼາຍທີ່ສຸດ

Published on

ການຊື້ຂອງຝາກ ຫຼື ເຄື່ອງທີ່ລະນຶກ ເປັນອີກໜຶ່ງສິ່ງທີ່ນັກທ່ອງທ່ຽວຫຼາຍຄົນ ບໍ່ພາດທີ່ຈະຊື້ກັບເມືອ ບໍ່ວ່າຈະຊື້ຕາມແຫຼ່ງທ່ອງທ່ຽວ ຕາມຕະຫຼາດນັດ, ຮ້ານຄ້າຕ່າງໆ ປະເທດລາວເຮົາກໍ່ມີແຫຼ່ງຊັອບປິ້ງໄວ້ສຳລັບໃຫ້ນັກທ່ອງທ່ຽວໄດ້ເລາະຊື້ເຄື່ອງຕ້ອນຂອງຝາກທີ່ຂື້ນຊື່ຢ່າງ: ຕະຫຼາດມືດຫຼວງພະບາງ, ຕະຫຼາດມືດສວນເຈົ້າອະນຸວົງ, ຕະຫຼາດມົ້ງ, ຕະຫຼາດເຊົ້າ ເປັນຕົ້ນ ເຊິ່ງສະຖານທີ່ເຫຼົ່າເປັນແຫຼ່ງທີ່ນັກທ່ອງທ່ຽວນິຍົມມາຍ່າງເລາະຊື້ຂອງຕ້ອນກ່ອນກັບປະເທດ

ສຳລັບເຄື່ອງຕ້ອນຂອງຝາກ ສຸດຮິດທີ່ນັກທ່ອງທ່ຽວມັກຊື້ເມື່ອມາທ່ຽວເມືອງລາວໄດ້ແກ່:

  1. ຜ້າຝ້າຍ, ຜ້າໃໝ ຜ້າຫັດຖະກຳຂອງຄົນລາວ ຂອງຊົນເຜົ່າຕ່າງໆ ເຊິ່ງມີຈຸດເດັ່ນຢູ່ມີ່ລວດລາຍງົດງາມ ເປັນເອກະລັກ ແລະ ມີຄວາມແຕກຕ່າງຂອງແຕ່ລະຊົນເຜົ່າຢ່າງຊັດເຈນ ແຖມຜ້າລາວເປັນຜ້າທີ່ມີຄຸນນະພາບດີ ລາຄາກໍ່ແພງປານໃດ ນັກທ່ອງທ່ຽວຈິ່ງນິຍົມຊື້ກັບບ້ານ
  2. ກາເຟ ແລະ ຊາ ເປັນສິນຄ້າຫຼັກຂອງປະເທດລາວ ແລະ ໄດ້ຮັບການຍອມຮັບຈາກນານາຊາດ ດ້ວຍຣົດຊາດທີ່ແຊ໊ບ ແລະ ມີກິ່ນຫອມເປັນເອກະລັກ ນັກທ່ອງທ່ຽວຈິ່ງນິຍົມຊື້ເປັນຂອງຝາກ ຊາທີ່ຂຶ້ນຊື່ທີ່ສຸດໃນລາວ ແມ່ນຊາຂຽວຜົ້ງສາລີ ສ່ວນກາເຟແມ່ນກາເຟທາງປາກເຊ (ພູພຽງບໍລິເວນ)
  3. ເຄື່ອງເງິນ, ເຄື່ອງປະດັບ ເປັນອີກໜຶ່ງສິນຄ້າທີ່ໄດ້ຮັບຄວາມນິຍົມຊື້ຈາກນັກທ່ອງທ່ຽວ ເນື່ອງຈາກເຄື່ອງເງິນມີຄວາມສວຍງາມ ແລະ ຄວາມປານີດຂອງຊ່າງຫັດຖະກຳລາວ
  4. ຫັດຖະກຳໄມ້ແກະສະຫຼັກ ແລະ ຫວາຍ ຫັດຖະກຳປະເພດນີ້ຈະມີລວດລາຍເປັນເອກະລັກສະເພາະຂອງຄົນລາວ ມີໃຫ້ເລືອກຫຼາຍຂະໜາດຕາມຄວາມຕ້ອງການ

 

ທີ່ມາຈາກ: http://www.in1guide.com/index.php?topic=183.0

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...