ກໍ່ການຮ້າຍວັນຊາດຝຣັ່ງ! ເກີດເຫດຂັບລົດໄລ່ຢຽບຝູງຊົນ ພ້ອມໃຊ້ປືນຍິງຊ້ຳ ເສຍຊີວິດຢ່າງໜ້ອຍ 84 ຄົນ!

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 15 ກໍລະກົດນີ້ວ່າ ຄືນວານນີ້ (14 ກໍລະກົດ) ເວລາ 22:30 ໂມງ ຕາມເວລາໃນທ້ອງຖິ່ນ ຊຶ່ງກົງກັບວັນຊາດຂອງຝຣັ່ງ (BastilleDay) ໄດ້ເກີດເຫດການສະເທືອນຂວັນ ຄົນຮ້າຍກໍ່ເຫດຂັບລົດບັນທຸກ ໄລ່ຢຽບປະຊາຊົນ ທີ່ກຳລັງອອກມາເບິ່ງການສະແດງ ຈູດດອກໄມ້ໄຟ ເນື່ອງໃນໂອກາດສະເຫລີມສະຫລອງວັນຊາດ ທີ່ເມືອງນີສ ປະເທດຝຣັ່ງ ພ້ອມທັງໃຊ້ອາວຸດປືນກວາດຍິງຊ້ຳ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດ ຢ່າງໜ້ອຍ 84 ຄົນ ຊຶ່ງໃນນັ້ນມີທັງເດັກນ້ອຍລວມຢູ່ນຳຫລາຍຄົນ ເນື່ອງຈາກເປັນວັນພັກລັດຖະການ ທີ່ບັນດາຄອບຄົວຊາວຝຣັ່ງ ຈະອອກມາທ່ຽວຫລິ້ນພ້ອມກັນທັງພໍ່ແມ່ລູກ.

ດ້ານຄົນຮ້າຍທີ່ກໍ່ເຫດ ໄດ້ຖືກເຈົ້າໜ້າທີ່ຕຳຫລວດຍິງເສຍຊີວິດ ໂດຍຄົ້ນພົບອາວຸດປືນ, ວັດຖຸລະເບີດ ລວມທັງລະເບີດມື ພາຍໃນລົດບັນທຸກທີ່ໃຊ້ກໍ່ເຫດ ຄັນດັ່ງກ່າວອີກດ້ວຍ.  ສ່ວນທ່ານປະທານາທິບໍດີ ຟຣັງຊົວ ອອນລອງ ແຫ່ງ ສາທາລະນະລັດຝຣັ່ງ ໄດ້ອອກມາຖະແຫລງວ່າ ເຫດການດັ່ງກ່າວເປັນການກໍ່ການຮ້າຍ ພ້ອມທັງໄດ້ຂະຫຍາຍເວລາ ປະກາດພາວະສຸກເສີນທົ່ວປະເທດ ອອກໄປອີກ 3 ເດືອນ ເນື່ອງຈາກປະກາດພາວະສຸກເສີນກ່ອນໜ້ານີ້ ຈະມີກຳນົດສິ້ນສຸດລົງໃນວັນທີ 26 ກໍລະກົດທີ່ຈະມາເຖິງ.

559000007290201

1468542480_CnWpE7JW8AASSLl

1468542822_CnXUS7UVUAAspv8

 

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!