spot_img
Homeຂ່າວການພັດທະນາກຽມເປີດອານຸສອນສັນຕິລາດ ຢູ່ແຂວງຫົວພັນ ຕ້ອນຮັບວັນສ້າງຕັ້ງກໍາລັງ ປກສ ຄົບຮອບ 55 ປີ

ກຽມເປີດອານຸສອນສັນຕິລາດ ຢູ່ແຂວງຫົວພັນ ຕ້ອນຮັບວັນສ້າງຕັ້ງກໍາລັງ ປກສ ຄົບຮອບ 55 ປີ

Published on

ລາວຈະເປີດໃຫ້ມວນຊົນ ສາມາດເຂົ້າຢ້ຽມຊົມອານຸສອນສະຖານສັນຕິລາດ, ຊຶ່ງຕັ້ງຢູ່ເທດສະບານເມືອງວຽງໄຊ, ແຂວງຫົວພັນ ນັບແຕ່ວັນທີ 11 ມີນານີ້ເປັນຕົ້ນໄປ, ພາຍຫລັງສໍາເລັດການກໍ່ສ້າງ ສະຖານທີ່ສໍາຄັນດັ່ງກ່າວ ເພື່ອຂໍ່ານັບຮັບຕ້ອນ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ (ປກສ) ຄົບຮອບ 55 ປີ (5 ເມສາ 1961 – 5 ເມສາ 2016) ແລະ ເມື່ອທ້າຍອາທິດຜ່ານມາ ທ່ານຫົວໜ້າກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ກະຊວງ ປກສ ໃຫ້ຮູ້ວ່າ: ອານຸສອນດັ່ງກ່າວ ມີຄວາມໝາຍສໍາຄັນຫລາຍຕໍ່ປະເທດຊາດ, ເວົ້າສະເພາະຕໍ່ກໍາລັງ ປກສ ເຊິ່ງເປັນບ່ອນດໍາລົງຊີວິດ ແລະ ເປັນສູນບັນຊາການເຄື່ອນໄຫວຊີ້ນໍາ, ບັນຊາຕໍ່ສູ້ຕ້ານສັດຕູຂອງກໍາລັງ ປກສ ເພື່ອປົກປັກຮັກສາ ເຂດທີ່ໝັ້ນຂອງການປະຕິວັດ, ໂດຍສະເພາະແມ່ນປ້ອງກັນພັກ ແລະ ບັນດາຜູ້ນໍາການປະຕິວັດລາວ ໃນໄລຍະຊຸມປີ 1964-1975.

ທ່ານຫົວໜ້າກົມດັ່ງກ່າວ ໃຫ້ຮູ້ວ່າ: ສະຖານທີ່ແຫ່ງນີ້ອ້ອມຮອບໄປດ້ວຍຜາຫີນ ແລະ ມີຖໍ້າສໍາຄັນຄື:ຖໍ້າທ່ານ ຊົມຊື່ນ ຄໍາພິທູນ, ຖໍ້າພະລາທິການ (ຖໍ້າເຮືອນຄົວ), ຖໍ້າຫ້ອງສັນຕິລາດ, ຖໍ້າປະກອບອາວຸດ ແລະ ຈຸດທີ່ຕັ້ງກອງຮ້ອຍ 2.

ການກໍ່ສ້າງສະຖານທີ່ດັ່ງກ່າວ ໃຫ້ເປັນອານຸສອນສະຖານສັນຕິລາດນີ້ ກໍເພື່ອສະແດງຄວາມເຄົາລົບ, ຮູ້ບຸນຄຸນ, ຈາລຶກເຖິງຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫລວງຂອງກໍາລັງ ປກສ ຍາດມາໄດ້ ໃນຫລາຍສີບປີຜ່ານມາ ແລະ ທັງເປັນການໂຄສະນາເຜີຍແຜ່ ໃຫ້ພະນັກງານ-ນັກຮົບ ໃນກໍາລັງ ປກສ ລວມເຖິງມວນຊົນ ທັງພາຍໃນ ແລະ ນັກທ່ອງທ່ຽວຕ່າງປະເທດ ໄດ້ຮັບຮູ້ປະຫວັດຄວາມເປັນມາ ຂອງສະຖານທີ່ປະຫວັດສາດສໍາຄັນດັ່ງກ່າວນໍາດ້ວຍ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...