spot_img
Homeຂ່າວພາຍ​ໃນກຽມສ້າງພະພຸດທະຮູບໃຫຍ່ຢູ່ເຂດເສດຖະກິດພິເສດບຶງທາດຫຼວງ

ກຽມສ້າງພະພຸດທະຮູບໃຫຍ່ຢູ່ເຂດເສດຖະກິດພິເສດບຶງທາດຫຼວງ

Published on

ອີງຕາມລາຍງານຈາກ ເຂດເສດຖະກິດພິເສດ ນະຄອນຫຼວງວຽງຈັນ: ພາກສ່ວນກ່ຽວຂ້ອງຂອງລາວກຳລັງດຳເນີນການຄົ້ນຄວ້າປຶກສາຫາລື ກ່ຽວກັບການກະກຽມວຽກງານໂຄງການກໍ່ສ້າງພະພຸດທະຮູບໃຫຍ່ ແລະ ສະເໜີຜ່ານຮ່າງຂໍ້ຕົກລົງຄະນະຮັບຜິດຊອບການຈັດຕັ້ງປະຕິບັດໂຄງການກໍ່ສ້າງພະພຸດທະຮູບໃຫຍ່ ຢູ່ເຂດເສດຖະກິດພິເສດບຶງທາດຫຼວງ.

ທ່ານ ສຈ ປອ ກິແກ້ວ ໄຂຄໍາພິທູນ, ຮອງນາຍົກລັດຖະມົນຕີ ທັງເປັນປະທານຄະນະຊີ້ນຳລະດັບຊາດ ໂຄງການກໍ່ສ້າງພະພຸດທະຮູບໃຫຍ່ ຢູ່ເຂດເສດຖະກິດພິເສດບຶງທາດຫຼວງ, ໄດ້ກ່າວໃນກອງປະຊຸມຄະນະຊີ້ນຳລະດັບຊາດ ໂຄງການກໍ່ສ້າງພະພຸດທະຮູບໃຫຍ່ ຢູ່ເຂດເສດຖະກິດພິເສດ ບຶງທາດຫຼວງ ເຊິ່ງຈັດຂຶ້ນໃນວັນທີ 31 ສິງຫາ ຜ່ານມາ ວ່າ: ໂຄງການກໍ່ສ້າງພະພຸດທະຮູບໃຫຍ່ ຢູ່ເຂດເສດຖະກິດພິເສດບຶງທາດຫຼວງ ແມ່ນເປັນໂຄງການທີ່ແນ່ໃສ່ການອະນຸຮັກ ແລະ ສົ່ງເສີມທາງດ້ານວັດທະນະທຳ, ປະຫວັດສາດ ແລະ ຮີດຄອງປະເພນີອັນດີງາມຂອງຊາດລາວ, ເສີມສ້າງທາງດ້ານພຸດທະສາສະໜາໃຫ້ມີຄວາມຍືນຢົງທັນກັບຍຸກສະໄໝໂລກາວິວັດ, ທັງເປັນການກະຕຸກຊຸກຍູ້ເຮັດໃຫ້ເຂດເສດຖະກິດພິເສດບຶງທາດຫຼວງ ກາຍເປັນແຫຼ່ງສູນລວມທາງດ້ານເສດຖະກິດມີການພັດທະນາຮອບດ້ານ ເປັນແຫຼງທ່ອງທ່ຽວທີ່ຕິດພັນທາງດ້ານວັດທະນະທຳ, ປະຫວັດສາດອັນດີງາມຂອງຊາດລາວ.

ທ່ານຍັງໄດ້ຮຽກຮ້ອງໃຫ້ຂະແໜງການທີ່ກ່ຽວຂ້ອງເອົາໃຈໃສ່ໃນການຄົ້ນຄວ້າຮູບແບບ, ໂຄງສ້າງຂອງພະພຸດທະຮູບໃຫຍ່ດັ່ງກ່າວໃຫ້ຖືກຕ້ອງທາງດ້ານສະຖາປັດຕະຍະກຳ ແລະ ສອດຄ່ອງຕາມຮີດຄອງປະເພນີ ແລະ ວັດທະນະທຳຂອງຊາດລາວ, ໃຫ້ມີການຂຽນປະຫວັດຄວາມເປັນມາຢ່າງຈະແຈ້ງ. ພ້ອມນັ້ນ, ກໍໃຫ້ເອົາໃຈໃສ່ໃນດ້ານເຕັກນິກ-ວິຊາການ, ແລະ ມາດຕະຖານຕ່າງໆໃນການກໍ່ສ້າງ ເພື່ອຮັບປະກັນຄວາມປອດໄພໃນດ້ານຕ່າງໆ ທັງນີ້ກໍເພື່ອຫຼີກລ່ຽງບັນຫາຕ່າງໆທີ່ກະທົບຕໍ່ກັບການດຳເນີນໂຄງການກໍ່ສ້າງ ແລະ ຮັບປະກັນຄວາມຖືກຕ້ອງສອດຄ່ອງຕາມຫຼັກການ.

ສຳລັບລາຍລະອຽດດ້ານມູນຄ່າການກໍ່ສ້າງ ລວມທັງວັນເວລາກຳນົດທີ່ແນ່ນອນນັ້ນ, ທາງທີມງານລາວໂພສຈະມີການອັບເດດໃຫ້ຮູ້ຕື່ມໃນພາຍຫຼັງ.

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...