spot_img
Homeຂ່າວຕ່າງປະເທດກຽມທຳລາຍເດີ່ນເຕະບານໃນອິນໂດເນເຊຍຫຼັງເກີດເຫດແຟນບານຢຽບກັນເສຍຊີວິດ

ກຽມທຳລາຍເດີ່ນເຕະບານໃນອິນໂດເນເຊຍຫຼັງເກີດເຫດແຟນບານຢຽບກັນເສຍຊີວິດ

Published on

ອິນໂດເນເຊຍ ກຽມທຳລາຍເດີ່ນເຕະບານ ທີ່ເກີດເຫດສະຫຼົດຄັ້ງໃຫຍ່ທີ່ສຸດໃນວົງການບານເຕະຂອງອິນໂດເນເຊຍ ຫຼັງຈາກແຟນບານອາລະວາດຕີກັນຈົນນຳໄປສູ່ການຢຽບກັນເສຍຊີວິດ ທີ່ເຮັດໃຫ້ມີຄົນເສຍຊີວິດເກືອບ 130 ຄົນ ໃນວັນທີ 1 ຕຸລາ ທີ່ຜ່ານມາ.

ວັນທີ 18 ຕຸລາ 2022 ສຳນັກຂ່າວ ຣອຍເຕີ ໄດ້ລາຍງານວ່າ: ທ່ານ ໂຈໂກ ວິໂດໂດ ຂອງອິນໂດເນເຊຍ ໄດ້ໃຫ້ສຳພາດຫຼັງການປະຊຸມກັບປະທານບານເຕະນານາຊາດ ໂດຍທັງສອງໄດ້ຈັດທີມຊຸດໃຫຍ່ ເພື່ອແກ້ໄຂບັນຫາຕ່າງໆ ທີ່ອິນໂດເນເຊຍກຽມເປັນເຈົ້າພາບການແຂ່ງຂັນງານກິລາເຕະບານໂລກ ຮຸ່ນອາຍຸບໍ່ເກີນ 20 ປີ ໃນປີ 2023 ໂດຍຜູ້ນຳຂອງອິນໂດເນເຊຍເຫັນດີວ່າ ວິທີການບໍລິຫານກິລາ ຕ້ອງໄດ້ຮັບການປ່ຽນແປງຄັ້ງໃຫຍ່.

ທ່ານ ໂຈໂກ ວິໂດໂດ ກ່່າວວ່າ ສະໜາມກິລາ ກັນຈູຣູຮັນ ຈະຖືກທຳລາຍ ແລະ ສ້າງໃໝ່ຕາມມາດຕະຖານຂອງຟີຟ່າ ພ້ອມເຫັນດີກັບການປ່ຽນແປງຫຼັກການບານເຕະໃນອິນໂດເນເຊຍ ເພື່ອກຽມຄວາມພ້ອມໃຫ້ກົງກັບມາດຕະຖານຂອງຟີຟ່າ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...