spot_img
Homeຂ່າວທ້ອງຖິ່ນກົມອຸຕຸນິຍົມແຈ້ງ! ໄລຍະວັນທີ 9 ຫາ 15 ມິຖຸນານີ້ ພາກເໜືອ-ພາກກາງ ຈະມີຝົນຕົກ

ກົມອຸຕຸນິຍົມແຈ້ງ! ໄລຍະວັນທີ 9 ຫາ 15 ມິຖຸນານີ້ ພາກເໜືອ-ພາກກາງ ຈະມີຝົນຕົກ

Published on

ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດ ໃນໄລຍະວັນທີ 9 ຫາ 15 ມິຖຸນາ 2020 ວ່າ ໃນໄລຍະວັນທີ 9 ຫາ 11 ມິຖຸນານີ້ ຄວາມກົດດັນອາກາດຕໍ່າຂອງອາກາດຮ້ອນຈະມີກຳລັງປານກາງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ທີ່ກຳລັງປານກາງ ຫາ ແຮງ ພັດປົກຄຸມເປັນສ່ວນໃຫຍ່ ເຊິ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍເປັນບໍລິເວນກວ້າງໃນແຕ່ລະພາກ ແລະ ຕົກປານກາງ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກພາກກາງ ແລະ ພາກໃຕ້.

ຈາກນັ້ນວັນທີ 12 ຫາ 15 ມິຖຸນາ 2020 ຄວາມກົດດັນອາກາດຕໍ່າຂອງອາກາດຮ້ອນຈະເພີ່ມກຳລັງແຮງຂຶ້ນປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ຊຶ່ງຈະເຮັດໃຫ້ອາກາດຮ້ອນຫາຮ້ອນເອົ້າຂຶ້ນໃນແຕ່ລະພາກ ແລະ ຍັງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຕື່ມອີກ ແລະ ປານກາງ ຫາ ໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກເໜືອດ້ານຕາເວັນອອກ ຫາ ພາກກາງ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...