spot_img
Homeຂ່າວຕ່າງປະເທດກົດໝາຍເຫລັກ! ອາຣັບບີ ຊາອຸດິດ ປະຫານຊີວິດເຈົ້າຊາຍ ໂດຍບໍ່ໄວ້ໜ້າ ໂທດຖານຍິງຄົນຕາຍ!

ກົດໝາຍເຫລັກ! ອາຣັບບີ ຊາອຸດິດ ປະຫານຊີວິດເຈົ້າຊາຍ ໂດຍບໍ່ໄວ້ໜ້າ ໂທດຖານຍິງຄົນຕາຍ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 19 ຕຸລາຜ່ານມານີ້ວ່າ ເຈົ້າຊາຍຕຸຣະກີ ບິນ ສະອູດ ອັນ-ຄໍບີ ຊຶ່ງເປັນສະມາຊິກໃນຣາຊະວົງອາຣັບບີ ຊາອຸດິດ ໄດ້ຖືກປະຫານຊີວິດ ຈາກຄວາມຜິດໂທດການຍິງຄົນຕາຍ ເນື່ອງຈາກເຫດຜິດຖຽງກັນ ທີ່ນະຄອນຫລວງຣິຢາດ ເມື່ອປີ 2013 ທີ່ຜ່ານມາ ໂດຍທາງການບໍ່ໄດ້ເປີດເຜີຍເຖິງການປະຫານ ວ່ານຳໃຊ້ວິທີການໃດ, ແນວໃດກໍຕາມ ອີງໃສ່ກົດໝາຍອາຍາຂອງ ອາຣັບບີ ຊາອຸດິດ ນັກໂທດທີ່ກະທຳຄວາມຜິດຮ້າຍແຮງ ຈະຖືກປະຫານຊີວິດດ້ວຍການຕັດຄໍ.

ກະຊວງພາຍໃນອາຣັບບີ ຊາອຸດິດ ໄດ້ອອກມາຖະແຫລງວ່າ ເຈົ້າຊາຍຕຸຣະກີ ຊົງຮັບສາລະພາບຄວາມຜິດ ຖານຂ້າເພື່ອນຮ່ວມຊາດແທ້ຈິງ ແລະ ລັດຖະບານກໍຢືນຢັນວ່າ ຈະຮັກສາຄວາມໝັ້ນຄົງປອດໄພຂອງຊາດ ແລະ ຮັກສາໄວ້ຊຶ່ງຄວາມຍຸຕິທຳ.

 

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...