spot_img
Homeຂ່າວຕ່າງປະເທດກຸ່ມ IS ໂຫດອີກ!໋ ເຜີຍແຜ່ຄຣິບຂ້າຕັດຄໍນັກຂ່າວຊາວອາເມຣິກັນລາຍທີສອງ!

ກຸ່ມ IS ໂຫດອີກ!໋ ເຜີຍແຜ່ຄຣິບຂ້າຕັດຄໍນັກຂ່າວຊາວອາເມຣິກັນລາຍທີສອງ!

Published on

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 3 ກັນຍານີ້ວ່າ ກຸ່ມຕິດອາວຸດມຸດສະລິມ IS ຫຼື ທີ່ເຄີຍຮູ້ຈັກໃນຊື່ກຸ່ມ ISIS

ໃນເມື່ອກ່ອນ ໄດ້ເຜີຍແຜ່ຄຣິບວີດີໂອ ການຂ້າຕັດຄໍ ທ້າວ ສະຕີເວັນ ຊໍຕລອບ ນັກຂ່າວຊາວອາເມຣິກັນຄົນທີ 2 ໂດຍ

ໄດ້ໃສ່ຊື່ຄຣິບວ່າ ” ຂໍ້ຄວາມທີ 2 ເຖິງອາເມຣິກາ ” (A second message to America) ນອກຈາກນັ້ນ ໃນຄຣິບຍັງໄດ້ຂູ່

ຂ້າຕັດຄໍຊາວອັງກິດຊື່ ເດວິດ ໄຮສ໌ ທີ່ພວກເຂົາຈັບໂຕໄວ້ອີກດ້ວຍ.

 

ທ້າວ ສະຕີເວັນ ຊໍຕລອບ ໄດ້ເວົ້າຕໍ່ໜ້າກ້ອງວີດີໂອ ກ່ອນທີ່ເຂົາຈະຖືກສັງຫານຢ່າງໂຫດຫ້ຽມວ່າ ເຂົາກຳລັງຊົດໃຊ້ສຳ

ລັບການຮຸກຮານຂອງສະຫະລັດ ກ່ອນທີ່ສະມາຊິກຂອງກຸ່ມ IS ທີ່ສວມໜ້າກາກຢືນຢູ່ທາງຂ້າງຂອງ ທ້າວ ຊໍຕລອບ

ຈະຝາກຄຳເວົ້າເຖິງ ປະທານາທິບໍດີ ບາຣັກ ໂອບາມາ ແຫ່ງສະຫະລັດອາເມຣິກາວ່າ ” ເຊັ່ນດຽວກັນກັບລູກຈະຫຼວດ

ຂອງທ່ານທີ່ໂຈມຕີປະຊາຊົນຂອງເຮົາຢ່າງຕໍ່ເນື່ອງ ມີດຂອງເຮົາຈະຈູ່ໂຈມທີ່ຄໍຂອງປະຊາຊົນຂອງທ່ານຕໍ່ໄປເຊັ່ນດຽວ

ກັນ ” ທັງນີ້ ໜ່ວຍງານການຂ່າວຂອງສະຫະລັດ ກຳລັງດຳເນີນການກວດສອບ ເພື່ອຢືນຢັນຄວາມຖືກຕ້ອງຂອງຄຣິບ

ວີດີໂອດັ່ງກ່າວນີ້.

 

ໃນຂະນະທີ່ ທາງ ເບີນາເດດ ມີຮານ ຮອງໂຄສົກສະພາຄວາມໝັ້ນຄົງສະຫະລັດ ໄດ້ອອກມາກ່າວວ່າ ຫາກຄຣິບວີດີໂອນີ້

ເປັນຂອງແທ້ ນາງກໍຂໍສະແດງຄວາມເສຍໃຈຢ່າງສຸດຊຶ້ງ ຕໍ່ຄອບຄົວ ແລະ ໝູ່ເພື່ອນຂອງ ທ້າວ ຊໍຕລອບ ດ້ວຍ, ທັງນີ້

ທ້າວ ຊໍຕລອບ ໄດ້ຫາຍໂຕໄປໃນຂະນະລາຍງານຂ່າວໃນຊີເຣຍ ເມື່ອປີ 2013 ແລະ ຕໍ່ມາໄດ້ມາປະກົດໂຕຢູ່ໃນຄຣິບການ

ຂ້າຕັດຄໍ ທ້າວ ເຈມສ໌ ໂຟລີ ນັກຂ່າວຊາວອາເມຣິກັນຜູ້ທຳອິດ ທີ່ຖືກກຸ່ມ IS ສັງຫານໂທດ ເຊິ່ງຖືກເຜີຍແຜ່ເມື່ອເດືອນ

ກ່ອນ ໂດຍໃນຄຣິບຄັ້ງນັ້ນ ກຸ່ມ IS ໄດ້ເຕືອນວ່າ ” ຊະຕາກຳຂອງ ທ້າວ ຊໍຕລອບ ຂຶ້ນຢູ່ກັບສິ່ງຕໍ່ໄປທີ່ຜູ້ນຳສະຫະລັດຈະ

ກະທຳໃນອີຣັກ ” ຈົນນຳມາເຊິ່ງການເຜີຍແຜ່ຄຣິບການສັງຫານໂຕເຂົາໃນເທື່ອນີ້.

 

Still image from undated video of a masked Islamic State militant holding a knife speaking next to man purported to be James Foley at an unknown location
ທ້າວ ເຈມສ໌ ໂຟລີ ນັກຂ່າວຊາວອາເມຣິກັນຜູ້ທຳອິດ ທີ່ຖືກກຸ່ມ IS ສັງຫານໂຫດດ້ວຍການຂ້າຕັດຄໍ

 

 

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...