spot_img
Homeຂ່າວຕ່າງປະເທດກຸ່ມແບ່ງແຍກດິນແດນໃນອູແກຣນ ຍິງເຮືອບິນສູ້ຮົບ SU 25 ຂອງລັດຖະບານ ຕົກ 2 ລຳ

ກຸ່ມແບ່ງແຍກດິນແດນໃນອູແກຣນ ຍິງເຮືອບິນສູ້ຮົບ SU 25 ຂອງລັດຖະບານ ຕົກ 2 ລຳ

Published on

EyWwB5WU57MYnKOuFZnJWjAFBmui2JOS1ic7RQ6L5lw4s6138mqvFe
ເຮືອບິນສູ້ຮົບ ຊູ 25 (ພາບປະກອບຂ່າວ)

 

ນັກຮົບກຸ່ມແບ່ງແຍກດິນແດນໃນພາກຕາເວັນອອກຂອງອູແກຣນ ໃຊ້ຈະຫຼວດຍິງເຮືອບິນສູ້ຮົບ 2 ລຳ

ຂອງກອງທັບອາກາດລັດຖະບານອູແກຣນຕົກ ຫ່າງຈາກຈຸດທີ່ເຮືອບິນໂດຍສານຖ້ຽວບິນ MH17 ຂອງ

ມາເລເຊຍແອຣ໌ລາຍຕົກ ພຽງ 45 ກິໂລແມັດ.

 

ສຳນັກຂ່າວຕ່າງປະເທດລາຍງານວ່າ ເມື່ອວັນພຸດ 23 ກໍລະກົດ ຜ່ານມານີ້ ໂຄສົກກອງທັບລັດຖະບານ

ໃນນະຄອນຫຼວງຄຽບເປີດເຜີຍວ່າ ເຮືອບິນອາຍພົ່ນ ຊູ 25 (SU 25) 2 ລຳ ຖືກຍິງຕົກໃນບໍລິເວນເນີນ

ພູຊື່ວ່າ ຊາວູ ໂມກິລາ ທາງຕອນໃຕ້ຂອງເມືອງສະນິດເນ ທີ່ຢູ່ພາຍໃຕ້ການຄວບຄຸມຂອງຝ່າຍກຸ່ມແບ່ງ

ແຍກດິນແດນ ແລະ ເປັນເມືອງທີ່ລັດຖະບານອູແກຣນ ແລະ ສະຫະລັດ ກ່າວຫາວ່າເປັນສະຖານທີ່ທີ່

ກຸ່ມດັ່ງກ່າວຍິງຈະຫຼວດໃສ່ເຮືອບິນຂອງມາເລເຊຍແອຣ໌ລາຍຕົກ ໃນວັນທີ 17 ກໍລະກົດຜ່ານມາ.

 

ໃນຂະນະທີ່ສູນຂ່າວສານ ຂອງໜ່ວຍປະຕິບັດການຕໍ່ຕ້ານການກໍ່ການຮ້າຍອູແກຣນ ລະບຸວ່າ ເຮືອບິນ

ສູ້ຮົບທັງສອງລຳ ຖືກຍິງດ້ວຍຈະຫຼວດຈາກລະບົບຕໍ່ຕ້ານອາກາດສະຍານ ແຕ່ຍັງບໍ່ສາມາດຮູ້ເຖິງຊະ

ນິດຂອງຈະຫຼວດດັ່ງກ່າວ ໂດຍທີ່ນັກບິນຂອງເຮືອບິນ ຊູ 25 ທັງສອງລຳ ສາມາດດີດໂຕອອກຈາກເຮືອ

ບິນດ້ວຍຄວາມປອດໄພ.

 

ຕາມການເປີດເຜີຍຂອງສະພາປ້ອງກັນປະເທດອູແກຣນ ເຮືອບິນ ຊູ 25 ດັ່ງກ່າວ ບິນໃຫ້ການສະໜັບ

ສະໜູນປະຕິບັດການຕໍ່ຕ້ານການກໍ່ການຮ້າຍ ໃນພາກຕາເວັນອອກຂອງອູແກຣນ ທີ່ຄວາມສູງ 5200

ແມັດ ໃນຂະນະທີ່ຝ່າຍກຸ່ມແບ່ງແຍກດິນແດນເນັ້ນຢ້ຳມາຕະຫຼອດວ່າ ພວກເຂົາບໍ່ມີອາວຸດທີ່ສາມາດ

ຍິງເປົ້າໝາຍທີ່ຢູ່ສູງກ່ວາ 2500 ແມັດ ແລະ ໃຊ້ເປັນຂໍ້ແກ້ໂຕຫຼັງຈາກຖືກລັດຖະບານອູແກຣນກ່າວຫາ

ວ່າ ກຸ່ມດັ່ງກ່າວຍິງຖ້ຽວບິນ MH17 ທີ່ບິນໃນຄວາມສູງ 10,000 ແມັດຕົກ.

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...