spot_img
Homeຂ່າວຕ່າງປະເທດກຸ່ມຕິດອາວຸດໃນອານເຊລີ ເຜີຍແຜ່ຄລິບຂ້າຕັດຄໍຜູ້ນຳທ່ຽວຊາວຝຣັ່ງເສດ

ກຸ່ມຕິດອາວຸດໃນອານເຊລີ ເຜີຍແຜ່ຄລິບຂ້າຕັດຄໍຜູ້ນຳທ່ຽວຊາວຝຣັ່ງເສດ

Published on

 

ນັກຮົບອານເຊລີ ເຜີຍແຜ່ຄລິບວີດີໂອຂ້າຕັດຄໍ ທ້າວ ອາບ ປີແອ ກູເດນ ຊາວຝຣັ່ງເສດ ເພື່ອຕອບໂຕ້ລັດຖະບານຝຣັ່ງ

ທີ່ປະຕິບັດການໂຈມຕີກຸ່ມ IS ໃນອີກຣັກ.

 

ວັນທີ 25 ກັນຍາ 2014 ຜ່ານມານີ້ ນັກຮົບກຸ່ມຕິດອາວຸດອິດສະລາມຢູ່ອານເຊລີ ໄດ້ເຜີຍແຜ່ພາບຂ້າຕັດຄໍ ທ້າວ ກູເດນ

ອາຍຸ 55 ປີ ເຊິ່ງເປັນນັກທ່ອງທ່ຽວຊາວຝຮັ່ງເສດ ກຳລັງນັ່ງຄຸກເຂົ່າໃນສະພາບທີ່ຖືກມັດມືໄຂວ່ຫລັງ ກ່ອນທີ່ຊາຍສະກັນ

ທີ່ສວມໜ້າກາກ 4 ຄົນ ຈະອ່ານຄຳຖະແຫລງເປັນພາສາອາຫລັບ ປະນາມການແຊກແຊງທາງທະຫານຂອງຝຣັ່ງ ຈາກ

ນັ້ນ ກໍກົດເຂົາລົງກັບພື້ນ ທັງນີ້ໃນຄລິບວີດີໂອບໍ່ໄດ້ເຜີຍແຜ່ພາບວິນາທີທີ່ຕັດຄໍ ແຕ່ຈາກນັ້ນບໍ່ດົນ ກໍມີນັກຮົບຄົນໜຶ່ງ

ຍົກຫົວຂອງເຂົາທີ່ໄດ້ຫລຸດອອກຈາກບ່າແລ້ວ ເຂົ້າຫາກ້ອງຖ່າຍວີດີໂອ.

 

ທັງນີ້ ທະຫານຝຮັ່ງໄດ້ເລີ່ມປະຕິບັດການໂຈມຕີທາງອາກາດ ຖະຫລົ່ມກຸ່ມນັກຮົບ IS ໃນອີຣັກເປັນເທື່ອທຳອິດ ໃນມື້ວັນ

ທີ 19 ກັນຍາ 2014 ທີ່ຜ່ານມາ ຮ່ວມກັບສະຫະລັດອາເມຣິກາ ທີ່ລົງມືຖະຫລົ່ມທາງອາກາດມາຕັ້ງແຕ່ວັນທີ 8 ສິງຫາ

2014 ເປັນຕົ້ນມາ.     

 

ທ້າວ ກູເດັນ ປະກອບອາຊີບເປັນຜູ້ນຳທ່ຽວທາງທຳມະຊາດ ແລະ ຊ່າງຖ່າຍພາບ ເຊິ່ງຫາກໍໄດ້ເດີນທາງມາເຖິງອານເຊລີ

ໃນວັນເສົາທີ 20 ກັນຍາ 2014 ແລ້ວກໍຖືກຈັບເປັນໂຕປະກັນ ໃນຂະນະທີ່ກຳລັງຂັບລົດໄປແຖບພູເຂົາຫ່າງໄກທາງພາກ

ຕາເວັນອອກຂອງອານເຊລີ ເພື່ອຮ່ວມປີນເຂົາກັບໝູ່ເພື່ອນ ໂດຍທະຫານຂອງອານເຊລີໄດ້ພະຍາຍາມຄົ້ນຫາຕາມພູ

ເຂົາແຖບນັ້ນແຕ່ກໍບໍ່ພົບ ຈົນກ່ວາຈະພົບເຫັນເຂົາໃນຄລີບວີດີໂອຂອງກຸ່ມຕິດອາວຸດໃນໄລຍະຕໍ່ມາ.


ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...