ກຸ່ມຄົນຮ້າຍບຸກຖີ້ມລະເບີດໃສ່ຄຸກ ເຮັດໃຫ້ນັກໂທດໂຕນໜີ 92 ຄົນ ແລະ ຕຳຫຼວດເສຍຊີວິດ 1 ຄົນ

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 11 ກັນຍາ 2018 ວ່າເກີດເຫດການກຸ່ມຄົນຮ້າຍ ຈຳນວນກວ່າ 20 ຄົນ ມາພ້ອມກັບອາວຸດຮຸນແຮງ ຂົນມາໃນລົດຈຳນວນ 4 ຄັນ, ໄດ້ບຸກເຂົ້າໂຈມຕີຫໍສັງເກດການຂອງຄຸກ ໂຣມູ ກອນຄາຟສ໌ ອັບຣັນເຕສ, ລັດປາຣາອີບາ ທາງພາກຕາເວັນອອກສຽງເຫນືອ ຂອງປະເທດບຣາຊິນ. ເມື່ອເຊົ້າວັນຈັນຕາມເວລາທ້ອງຖີ່ນ ກຸ່ມຄົນຮ້າຍໄດ້ໃຊ້ລະເບີດທຳລາຍປະຕູໂຂງເພື່ອເຂົ້າມາຍັງເຮືອນຈຳ ເຮັດໃຫ້ຕຳຫຼວດເສຍຊີວິດ 1 ຄົນ. ນັກໂທດສາມາດຫລົບຫນີໄປໄດ້ 92 ຄົນ, ໃນນີ້ສາມາດຈັບກຸມນຳກັບຄືນມາໄດ້ 41 ຄົນ. ເຈົ້າຫນ້າທີ່ໄດ້ລະດົມກຳລັງຈຳນວນ 1,000 ຄົນ ເພື່ອເລັ່ງນຳນັກໂທດທີ່ຍັງຫຼົບໜີຢູ່ກັບຄືນຫ້ອງຂັງ. ລາຍງານກ່າວວ່າ ຄຸກດັ່ງກ່າວມີລະບົບຮັກສາຄວາມປອດໄພແໜ້ນໜາ ແລະ ສາມາດບັນຈຸນັກໂທດໄດ້ 680 ຄົນ ແຕ່ຍັງມີບາງຈຸດທີ່ເຮັດໃຫ້ມີບ່ອນເລັດລອດເຂົ້າມາໄດ້. ສະນັ້ນ, ທາງການຂອງບຣາຊິນ ຈຶ່ງຕ້ອງຮີບດ່ວນປັບປຸງແກ້ໄຂຕໍ່ສີ່ງທີ່ເກີດຂື້ນ.

ຂະນະທີ່ໂຮງຮຽນ ແລະ ໂຮງຫມໍບາງແຫ່ງຖືກສັ່ງປິດຊົ່ວຄາວ ເປັນການປ້ອງກັນໄວ້ກ່ອນເພື່ອຄວາມປອດໄພ.  

ແຫລ່ງຂ່າວຕ່າງປະເທດ: NN